ເປຣູ ກວດຢຶດໂຄເຄນ ນ້ຳໜັກ 1,5ໂຕນ ພວມຖືກຂົນສົ່ງຂ້າມໄປສະຫະພາບເອີຣົບ

21/08/2025 16:57
Email Print 104
ຂປລ ເຈົ້າໜ້າທີ່ ຕຳຫລວດ ເປຣູ ສາມາດ ກວດຢຶດ ຢາເສບຕິດ ປະເພດ ໂຄເຄນ ນ້ຳໜັກລວມທັງໝົດ 1,5 ໂຕນ ພວມຖືກ ຂົນສົ່ງ ຂ້າມໄປ ສະຫະພາບ ເອີຣົບ

ຂປລ.ຕາມຂ່າວຈາກ ນະຄອນຫລວງ ລີມາຂອງເປຣູ ວັນທີ21 ສິງຫານີ້, ເຈົ້າໜ້າທີ່ ຕຳຫລວດ ເປຣູ ສາມາດ ກວດຢຶດ ຢາເສບຕິດ ປະເພດ ໂຄເຄນ ນ້ຳໜັກລວມທັງໝົດ 1,5 ໂຕນ ພວມຖືກ ຂົນສົ່ງ ຂ້າມໄປ ສະຫະພາບ ເອີຣົບ ພ້ອມທັງຈັບກຸມ ຜູ້ຕ້ອງຫາໄດ້10ຄົນ ຊຶ່ງເປັນສະມາຊິກຂອງກຸ່ມອາຊະຍາກຳ ແກມບີໂຕ(Gambito) ແລະ ເຊນຈູເນຍ(Centurion).ກຸ່ມເຫລົ່ານີ້ ໄດ້ເລີ່ມກິດຈະກຳ ຜິດກົດໝາຍ ໃນເປຣູ ຕັ້ງແຕ່ ຕົ້ນປີ2025 ແລະ ສະມາຊິກ ສ່ວນໃຫຍ່ ຖືກຈັບກຸມແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top