ຂປລ
ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູ ຕອນໃໝ່

ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູ ຕອນໃໝ່ ທີ່ສະແດງໃຫ້ເຫັນເຕັກນິກ ການສອນຫ້ອງຄວບ, ການວາງແຜນ ແລະ ການສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບ ເມື່ອສອນຫລາຍຂັ້ນຮຽນ ໃນຫ້ອງຮຽນດຽວ.
ເພື່ອຊ່ວຍຄູຮູ້ເຕັກນິກການສອນຫ້ອງຄວບ ໃຫ້ມີປະສິດທິພາບ, ວິດີໂອການສຳລັບການພັດທະນາຄູ ຕອນໃໝ່ (ວິດີໂອທີ 26) ໄດ້ຜະລິດຂຶ້ນມາເພື່ອແນະນຳຄູ ໂດຍມີຂັ້ນຕອນ ການແຕ່ງ ບົດສອນ ແລະ ການສອນບົດຮຽນຫ້ອງຄວບ, ຄຳແນະນຳພາກປະຕິບັດຕົວຈິງ ໃນຊຸດອຸປະກອນຊ່ວຍເຫລືອຄູ (ພາກທີ 10) ທີ່ສະແດງໃຫ້ເຫັນວ່າ ການສອນຫ້ອງຄວບທີ່ດີ ຄວນປະຕິບັດຄືແນວໃດ ໃນຫ້ອງຮຽນຕົວຈິງ. ທັງນີ້, ກໍເພື່ອຊ່ວຍໃຫ້ຄູເຫັນພາບ ແລະ ສະທ້ອນຄືນເຖິງແຕ່ລະຂັ້ນຕອນ ຂອງການສອນບົດຮຽນຫ້ອງຄວບຂອງຕົນ ເພື່ອໃຫ້ເຂົາເຈົ້າ ສາມາດເລີ່ມ ການປັບປຸງການສອນຂອງຕົນເອງໄດ້.

ທ່ານ ອຸທິດ ທິບມະນີ ຄະນະອຳນວຍການ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໄດ້ກ່າວວ່າ: ການສອນຫ້ອງຄວບຕ້ອງການກະກຽມເພີ່ມຕື່ມ ແລະ ປັບປ່ຽນບົດສອນໄດ້ ຕາມຄວາມ ເໝາະສົມເຊິ່ງຄູຕ້ອງປັບບົດຮຽນ, ຈັດການກິດຈະກໍາໃຫ້ນັກຮຽນ, ຮັບປະກັນວ່າທັງສອງຂັ້ນຮຽນ ແມ່ນກຳລັງຮຽນໄປພ້ອມໆກັນ, ວິດີໂອໃໝ່ນີ້ ໄດ້ນຳສະເໜີເຕັກນິກທີ່ງ່າຍ ແລະ ມີປະສິດທິພາບ ທີ່ຄູສາມາດປະຕິບັດໄດ້ທັນທີ. ຜ່ານການເກັບກຳຂໍ້ມູນເຫັນວ່າ ຄູຄິດວ່າ ບັນດາວິດີໂອ ແມ່ນເປັນເຄື່ອງມືພັດທະນາວິຊາຊີບ ເພາະວ່າສາມາດຕິດຕາມ ວິດີໂອອອກໃໝ່ໄດ້ງ່າຍ ແລະ ກ່ຽວຂ້ອງໂດຍກົງກັບ ການສອນຂອງຕົນໃນຫ້ອງຮຽນ.
ໂອກາດດຽວກັນ, ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວເຖິງວິດີໂອນີ້ວ່າ: ການສອນຫ້ອງຄວບ ແມ່ນສິ່ງທ້າທາຍສຳລັບຄູ ໂດຍສະເພາະ ຢູ່ເຂດຫ່າງໄກ, ແຕ່ກໍເປັນເລື່ອງຈິງໃນຫລາຍໂຮງຮຽນທົ່ວປະເທດ. ສະນັ້ນ, ການຊ່ວຍເຫລືອຄູ ຈຶ່ງເປັນບຸລິມະສິດສຳຄັນ, ລັດຖະບານອົດສະຕຣາລີ ຈະສະໜັບສະໜູນ ກະຊວງສຶກສາ ທິການ ແລະ ກິລາ ໃນການຊ່ວຍເຫລືອຄູ ສ້າງຄວາມເຂັ້ມແຂງ ດ້ານວິທີການສອນຫ້ອງຄວບຂອງເຂົາເຈົ້າ. ວິດີໂອໃໝ່ນີ້, ເປັນຕົວຢ່າງທີ່ດີຫລາຍ ເປັນແຫລ່ງຊັບພະຍາກອນ ທີ່ມີປະສິດທິພາບ ສໍາລັບຄູ-ວິດີໂອແມ່ນສັ້ນ, ຈະແຈ້ງ, ແລະ ປະຕິບັດຕາມໄດ້.

ວິດີໂອທີ 26 ໄດ້ອອກອາກາດແລ້ວທາງຊ່ອງ Lao ESTV-ໂທລະພາບການສຶກສາ ແລະ ກິລາ ທາງຊ່ອງດາວທຽມລາວແຊັດ ຊ່ອງ 8, ທາງແພລັດຟອມ ຄັງປັນຍາລາວ ແລະ ໃນຊ່ອງ YouTube. ວິດີໂອສຳລັບການພັດທະນາຄູ ທີ່ມີຜູ້ເຂົ້າຊົມຫລາຍກວ່າ 5 ລ້ານວິວ ແລະ ຜູ້ຕິດຕາມ 26.000 ຄົນ, ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ໄດ້ກາຍເປັນແຫລ່ງ ຊັບພະຍາກອນ ທີ່ເຊື່ອຖືໄດ້ສໍາລັບຄູໃນລາວ ສຳລັບທ່ານໃດຕ້ອງການຊົມວິດີໂອດັ່ງກ່າວ ສາມາດເຂົ້າໄປເບິ່ງໄດ້ທີ່
ລິ້ງ https://youtu.be/9Hd9GbPhVGI?si=h62csY9F9yDobAua
KPL