ປະເທດ ຫວຽດນາມ

03/09/2025 09:35
Email Print 311
ຂປລ ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

     ເນື່ອງ​ໃນ​ໂອກາດ ວັນຊາດ​ຂອງ​ປະ​ເທດ ສາທາລະນະ​ລັດ​ ສັງຄົມ​ນິຍົມ​ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ​ ຫວຽດນາມ ເປັນປະ​ເທດ ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຕັ້ງ​ຢູ່​ທາງ​ຕາ​ເວັນ​ອອກ​ສຸດ ຂອງ ​ແຫລມ​ອິນ​ດູ​ຈີນ, ມີຊາຍ​ແດນ​ທິດ​ເໜືອ ຕິດ​ກັບປະ​ເທດ​ຈີນ, ທິດຕາ​ເວັນ​ຕົກ​ຕິດ​ກັບ ສປປລາວ, ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ ຕິດ​ກັບ ກຳປູ​ເຈຍ, ທິດຕາ​ເວັນ​ອອກ​ຕິດ​ກັບ ທະ​ເລ​ຈີນ​ໃຕ້ ​ແລະ ອ່າວ ທອນກິນ(Tonkin) ​ແລະ ທິດ​ໃຕ້ຕິດ​ກັບ ອ່າວ​ໄທ. ​ມີນະຄອນຫລວງ ຊື່ວ່າ ຮ່າ​ໂນ້ຍ; ​​ມີເນື້ອ​ທີ່​ທັງ​ໝົດ 331.690 ກິ​ໂລ​ຕາ​ແມັດ ກວມ​ເອົາ​ປະ​ຊາກ​ອນ 100,4 ລ້ານຄົນ(​ໃນປີ2024) ຫລາຍເປັນອັນດັບ 3 ໃນອາຊີຕາເວັນອອກສຽງໃຕ້ ຖັດຈາກອິນໂດເນເຊຍ ແລະ ຟີລິບປິນ; ​ໃຊ້​ພາສາ ຫວຽດນາມ​ ​ເປັນ​ພາສາທາງ​ການ​​, ​ໃຊ້​ສະກຸນ​ເງິນດົ່ງ(VND),  ປະຊາຊົນ ສ່ວນ​ໃຫຍ່ ນັບຖື​ສາສະໜາພຸດ ກວມ​ເອົາ 9,3%.

ຫວຽດນາມ ກາຍ​ເປັນ​ປະ​ເທດ​ໜຶ່ງ ​ທີ່​ມີ​ຄວາມ​ຈະ​ເລີ​ນເຕີບ​ໃຫຍ່ ທາງ​ດ້ານ​ເສດຖະກິດ ຢ່າງ​ວ່ອງ​ໄວ ​ແລະ ທັງ​ເປັນ​ປະ​ເທດ ​ທີ່​ມີ​ຄວາມ​ຫລາກ​ຫລາຍ ທາງ​ຊີວະ​ພາບ​ສູງ​ເຕັມໄປ ດ້ວຍ ຊັບພະຍາກອນ​ ທຳ​ມະ​ຊາດ​ທີ່​ສຳຄັນ​ ຢ່າງ​ຫລວງຫລາຍ ໃນການສ້າງ​ລາຍ​ຮັບ​ ໃຫ້​ແກ່ປະ​ເທດ ຫວຽດນາມ ເປັນຕົ້ນ: ຖ່ານຫີນ, ປ່າໄມ້, ນໍ້າມັນ ແລະ ໂລຫະມີຄ່າເຊັ່ນ: ຄຳ,​ທອງ ແດງ, ຜະລິດທາງກະສິກຳ ທີ່ສຳຄັນ ແລະ ຢູ່ໃນອັນດັບຕົ້ນຂອງໂລກ ຄື: ເຂົ້າ, ກາເຟແລະໝາກມ່ວງຫິມະພານ ອື່ນໆ ເຮັດໃຫ້ລວມຍອດ​ ຜະ​ລິດ​ຕະພັນ​ພາຍ​ໃນ ​ປະ​ເທດ(GDP) ​ເຕີບ​ໂຕ​ເຖິງ 433.360 ລ້ານໂດລາສະຫະລັດ, (ໃນປີ 2023); ອັດຕາການເຕີບໂຕທາງເສດຖະກິດ 4,24% ຕໍ່ປີ; ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ເດືອນ 4.110ໂດລາສະຫະລັດ.

ສ່ວນມູນຄ່າການສົ່ງອອກ 164.450 ລ້ານໂດລາສະຫະລັດ(ໃນປີ 2023); ​ສິນຄ້າ ​ທີ່​ສົ່ງ​ອອກສຳຄັນ: ​ໂທລະສັບ ​ແລະ ອຸປະກອນ, ​ເກີບ, ​ເສື້ອ​ຜ້າ, ​ເຄື່ອງ​ກົນ​ຈັກ, ອຸປະກອນ​ການ​ແພດ; ມູນຄ່າການນຳເຂົ້າ 152,200 ລ້ານໂດລາສະຫະລັດຕໍ່ປີ; ສິນຄ້າ​ທີ່​ນຳ​ເຂົ້າ ລວມມີ: ​ເອ​ເລັກ​ໂຕຣນິກ, ​ເຄື່ອງ​ກົນ​ຈັກ(ຄອມ​ພີ​ວ​ເຕີ) , ​ເຊື້ອ​ໄຟ​ທຳ​ມະ​ຊາດ, ວັດຖຸດີບ ພາສຕິກ ​ແລະ ອຶ່ນໆ. ສ່ວນ​ປະ​ເທດ​ ຄູ່​ການ​ຄ້າ​ທີ່​ສຳຄັນ​ມີ: ສ.ອາເມລິກາ, ຈີນ, ສ.​ເກົາຫລີ, ຍີ່ປຸ່ນ, ສະຫະພາບເອີຣົບ ແລະ ອາ​ຊຽນ.

ນອກນັ້ນ ຫວຽດນາມ ຍັງ​ໄດ້ຮັບ​ຄວາມ​ນິຍົມ ​ຈາກນັກທ່ອງທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຍ້ອນ​ຄວາມ​ສວຍ​ງາມ ທາງ​ທຳ​ມະ​ຊາດ ​ແລະ ສະຖານ​ທີ່​ທາງ​ປະຫວັດສາດ​ຫລາຍ​ແຫ່ງ ​ແຕ່​ເໜືອ​ຕະຫລອດ​ໃຕ້ ​ເປັນ​ຕົ້ນ​ຢູ່ ​ນະຄອນຫລວງຮ່າ​ໂນ້ຍ ​ໂດຍສະເພາະສຸສານປະທານໂຮ່ຈີ​ມິ​ງ, ພິພິ​ທະພັນໂຮ່ຈີ​ມິ​ງ ​ແລະ ຍັງ​ມີອ່າວຮ່າ​ລອງ,  ສະ​ປາ ອື່ນໆ, ຄຽງຄູ່ກັນນັ້ນ ຍັງ​ມີ​ເມືອງເຮ້ວ; ເມືອງດາ​ນັງ; ເມືອງໂຮຍ​ອານ; ​ເມືອງຍາ​ຈາງ; ເມືອງດາລາ​ດ ​ແລະ ນະຄອນ​ໂຮ່ຈີ່​ມິ​ງ ອື່ນໆ​ອີກ.

ປະ​ເທດຫວຽດນາມ ແລະ ປະ​ເທດ​ສປປລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການທູດ​ ຮ່ວມ​ກັນ​​ເມື່ອວັນ​ທີ 5.9.1962 ຕະຫລອດ​ໄລຍະ​ຜ່ານ​ມາ​ ທັງ​ສອງ​ປະ​ເທດອ້າຍນ້ອງ ​​ໄດ້ມີ​ການ​ພົວພັນຮ່ວມມື ຢ່າງຮອບດ້ານ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ແລກປ່ຽນ​ປະສົບ​ການ​ຢ່າງ​ຕໍ່​ເນື່ອງ ​ແລະ ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ແຕ່​ປີ 1975 ມາ​ຮອດ​ປັດຈຸບັນ ສາຍ​ພົວພັນຫວຽດນາມ-ລາວ ກໍ່ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ​ໄລຍະ​ການ​ພົວພັນ ຮ່ວມ​ມື​ຮອບດ້ານລະ ຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ຕະຫລອດ​ໄລຍະ​ຜ່ານ​ມາ ​ເຖິງ​ແມ່ນວ່າ​ ສະພາບ​ການໃນ​ໂລກ ​ແລະ ຢູ່​ພາກ​ພື້ນມີ​ຫລາຍ​ອັນປ່ຽນ​ແປງ​ສັບ ສົນ ໂດຍ​ສະ​ເພາະ ໄພພິບັດ​ທາງ​ທຳ​ມະ​ຊາດ, ນໍ້າ​ຖ້ວມ, ພາຍຸ​ຖະຫລົ່ມ ແລະ ຄວາມຂັດແຍ້ງ ທາງຊາຍແດນ ລະ ຫວ່າງໄທ-ກຳປູເຈຍກໍ່ຕາມ, ​ແຕ່ສາຍພົວພັນ ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດ ນາມ-​ລາວ ຍັງ​ຄົງ​ນັບ​ມື້ສະ​ນິດ ​ຕິດແໜ້ນ, ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ສາມາດບັນລຸ​ປະສິດທິ​ຜົນ​ຢ່າງ​​ແທ້ຈິງ. ບັນດາ​ກົນ​ໄກການ​ຮ່ວມ​ມື​ ສອງ​ປະ​ເທດພິ​ເສດ​ ຢູ່​ຂັ້ນ​ສູງ​ໄດ້​ປັບປຸງ, ​ເສີມ​ຂະຫຍາຍຢ່າງ​ມີ​ປະສິດທິຜົນ, ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ ໃຫ້​ນັບ​ມື້​ພັດທະນາ ​ແລະ ​ເຂົ້າ​ສູ່​ລ່ວງ​ເລິກ, ການ​ຮ່ວມ​ມື​ທາງ​ຊາຍ​ແດນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮັບ​ການ​ຊຸກຍູ້, ການ​ຮ່ວມ​ມື​ເສດຖະກິດລະ ຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ພັດທະນາຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ./.

 ໂດຍ:ດາວັນ

KPL

ຂ່າວອື່ນໆ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

    • ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີອາຊຽນ ASEAN

      ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີ

      7/22/2025 3:04:26 PM

      ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ.

    • ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58ໄດ້ຮັບຜົນສຳເລັດຫລາຍດ້ານອາຊຽນ ASEAN

      ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58ໄດ້ຮັບຜົນສຳເລັດຫລາຍດ້ານ

      7/14/2025 10:18:33 AM

      ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM 58) ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ປະ ສົບຜົນສຳເລັດ ອັນດີງາມໃນ 3 ດ້ານຄື: ປັບປຸງຄວາມສາມັກຄີ ພາຍໃນກຸ່ມ, ເຮັດໃຫ້ການຮ່ວມມື ກັບບັນດາຄູ່ຮ່ວມມື ເລິກເຊິ່ງ ກ່ວາອີກ ແລະ ຍົກສູງບົດບາດຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ທົ່ວໂລກ.

ads
ads

Top