ທຸງແດງດາວຄຳ-ໄລຍະທາງກ້າວໄປສູ່ ອະນາຄົດຂອງ ສສ ຫວຽດນາມ

03/09/2025 12:28
Email Print 195
ຂປລ ກ່ອນໜ້ານີ້ 80 ປີ, ຢູ່ສະໜາມຫລວງ ບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ກ່າວບົດຖະແຫລງ ປະກາດ ເອກະ ລາດ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເປີດສັງກາດໃໝ່ ໃນປະຫວັດ ສາດຂອງຊາດ. ໃນເຫດການ ສຸດທີ່ສຳຄັນນັ້ນ, ທຸງແດງດາວຄຳໄດ້ ຊັກຂຶ້ນສູ່ຍອດເສົາ, ປິວສະບັດ ໃຕ້ທ້ອງຟ້າ ສົດໃສ, ຄືດັ່ງຄຳ ຢັ້ງຢືນ ທີ່ວ່າ ນັບແຕ່ນີ້ ເປັນຕົ້ນໄປ ຫວຽດນາມ ໄດ້ມີຊື່ໃນແຜນທີ່ໂລກ ຢ່າງເປັນທາງການ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ກ່ອນໜ້ານີ້ 80 ປີ, ຢູ່ສະໜາມຫລວງ ບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ກ່າວບົດຖະແຫລງ ປະກາດ ເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເປີດສັງກາດໃໝ່ ໃນປະຫວັດສາດຂອງຊາດ. ໃນເຫດການ ສຸດທີ່ສຳຄັນນັ້ນ, ທຸງແດງດາວຄຳໄດ້ ຊັກຂຶ້ນສູ່ຍອດເສົາ, ປິວສະບັດ ໃຕ້ທ້ອງຟ້າສົດໃສ, ຄືດັ່ງຄຳ ຢັ້ງຢືນທີ່ວ່າ ນັບແຕ່ນີ້ ເປັນຕົ້ນໄປ ຫວຽດນາມ ໄດ້ມີຊື່ໃນແຜນທີ່ໂລກ ຢ່າງເປັນທາງການ. ພິທີສະ ເຫລີມ ສະຫລອງ ວັນສະຖາປະນາ ປະເທດ ຫວຽດນາມ ຄົບຮອບ 80 ປີ (ວັນທີ 2 ກັນ ຍາ 1945–2 ກັນຍາ 2025), ວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳ ລາຍການ ກະຈາຍສຽງ ພິເສດເຖິງ ທ່ານຜູ້ຟັງ ໂດຍມີຫົວຂໍ້ “ທຸງແດງດາວຄຳ ແລະ ໄລຍະທາງກ້າວໄປສູ່ ອະນາຄົດ”.ທຸງຊາດ ແມ່ນສັນຍາລັກ ຂອງຊາດໜຶ່ງ. ສຳລັບ ຫວຽດນາມແລ້ວ, ທຸງຊາດ ແມ່ນຄັນທຸງສີແດງ ເຫລືອງເຫລື້ອມ, ທີ່ມີ ດາວຄຳ 5 ແຈຢູ່ເຄິ່ງກາງ. ທຸງຊາດ ແມ່ນຈິດວິນຍານຂອງຊາດ, ແມ່ນຂີດໝາຍ ຂອງຊຸມ ວັນ ເດືອນປີ ແຫ່ງການຕໍ່ສູ້ ຍາດເອົາເອກະລາດ, ແມ່ນຮູບພາບ ຂອງບຸກຄົນ ທີ່ໄດ້ເສຍສະຫລະຊີວິດ ເພື່ອຄວາມສະຫງົບສຸກ ຂອງປະເທດຊາດ ໃນພາຍພາກໜ້າ. ແລະມື້ນີ້, ທ່າມກາງທ້ອງຟ້າ ແຫ່ງເສລີພາບ, ທຸງຊາດນັ້ນ ສືບຕໍ່ປິວສະບັດ ຢ່າງເອກອ້າງທະນົງໃຈ, ພາທາງໃຫ້ຊາດ ຫວຽດນາມ ກ້າວໄປສູ່ອະນາຄົດ ທີ່ສະຫງ່າຜ່າ ເຜີຍ. ທຸງແດງດາວຄຳ ໄດ້ປະກົດຢູ່ ສະໜາມຫລວງ ບາດິ່ງ ຢ່າງເປັນທາງການ ໃນວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ກ່າວບົດຖະແຫລງປະກາດ ເອກະ ລາດ. ຈຸດເວລານັ້ນ ບໍ່ພຽງແຕ່ແມ່ນວັນທີ່ປະເທດຊາດ ມີຊື່ເອີ້ນຕໍ່ໜ້າປວງຊົນ ທັງຊາດເທົ່ານັ້ນ, ຫາກຍັງແມ່ນວັນທີ່ຊື່ ປະເທດ ຫວຽດນາມ ໄດ້ປະກົດໃນແຜນ ທີ່ໂລກ ຢ່າງເປັນທາງການ ອີກດ້ວຍ. ສີແດງ ຂອງທຸງຊາດ ເປັນສັນຍາລັກ ແຫ່ງຄວາມສຸດຈິດສຸດໃຈ, ເຈດຈຳນົງ, ຄວາມເຊື່ອໝັ້ນ, ນ້ຳໃຈເສຍສະ ຫລະ, ຕໍ່ສູ້ເຮັດການປະຕິວັດ. ສ່ວນດວງດາວສີຄຳ ແມ່ນແສງສະຫວ່າງ ແຫ່ງບົດບາດນຳພາ ການປະຕິວັດຂອງພັກກອມມູນິດ ຫວຽດນາມ. ຫ້າແຈໝາຍເຖິງ ຄວາມສາ ມັກຄີ ຂອງປະຊາຊົນທຸກຊັ້ນວັນນະ ລວມມີ ປັນຍາຊົນ, ຊາວນາ, ກຳມະກອນ, ພໍ່ຄ້າຊາວຂາຍ, ທະຫານໃນມະຫາຄອບຄົວຊາວ ຫວຽດນາມ ບັນດາເຜົ່າ. ທ່ານ ສຈ. ແມກກວາງຖັງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ວິເຄາະວ່າ: “ພ້ອມກັບບົດຖະແຫລງ ປະກາດເອກະລາດ ອະມະຕະແລ້ວ, ທຸງແດງດາວຄຳ ໄດ້ເປັນ ພະຍານຈຸດເວລາອັນສັກສິດ ຂອງປະເທດຊາດ, ປະກາດ ໃຫ້ທົ່ວໂລກຊາບວ່າ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ  ໄດ້ປະກົດໃນແຜນທີ່ໂລກ. ໃນຕະ ຫລອດ 80 ປີ, ທຸງຊາດແມ່ນສັນຍາລັກໃຫ້ລະບອບການເມືອງ, ຄວາມເອກອ້າງທະນົງໃຈຂອງຊາດ, ສະແດງໃຫ້ເຫັນລັກສະນະສັກສິດຂອງ ອະທິປະໄຕແຫ່ງ ຊາດ”. ໃນການຕໍ່ຕ້ານຍາດເອົາເອກະລາດຂອງຊາດຄັ້ງຕ່າງໆ, ທຸງຊາດ ແມ່ນແສງສະຫວ່າງ ເຍືອງທາງ, ແມ່ນບ່ອນອີງດ້ານຈິດໃຈ, ເພີ່ມກຳລັງແຮງໃຫ້ນັກຮົບ ແລະ ປະຊາຊົນ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຍາດເອົາໄຊຊະນະ. ນັກຮົບເກົ່າ ຫງວຽນວັນເຕີບ, ທະຫານຂັບລົດຖັງ 390 ບຸກເຂົ້າປະຕູໂຂງທຳນຽບ ດົກເລີບ (ເອກະລາດ) ເມື່ອປີ 1975, ແບ່ງບັນຄວາມຮູ້ສຶກສູ່ຟັງວ່າ: “ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ພາກພຸມໃຈທີ່ສຸດຕໍ່ ທຸງຊາດທີ່ປຽກຊຸ່ມໄປດ້ວຍເລືອດ ເນື້ອຂອງ ຫລາຍລຸ້ນຄົນ. ທຸງແດງດາວຄຳປິວສະບັດແມ່ນໄຊຊະນະແຫ່ງຄວາມເຊື່ອໝັ້ນ ຄວາມຈົງຮັກພັກດີຕໍ່ເສັ້ນທາງເຊິ່ງພັກ ແລະ ປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ເພື່ອ ເອກະລາດເສລີພາບຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ”.80 ປີທີ່ທຸງແດງດາວຄຳປິວສະບັດນັ້ນ ກໍແມ່ນ 80 ປີ ທີ່ຫວຽດນາມ ໄດ້ມານະພະຍາຍາມຕໍ່ສູ້ ເພື່ອຍາດເອົາ ແລະ ປົກປັກຮັກສາເອກະລາດ, ເສລີພາບ, ປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ. ທຸງແດງດາວຄຳ ແມ່ນຄວາມເອກອ້າງ ທະນົງໃຈ ຂອງປະຊາ ຊົນ ຫວຽດນາມ ແລະ ຍິ່ງຮູ້ສຶກເອກອ້າງທະນົງໃຈກວ່າເມື່ອເຫັນປະຈັກຕາ ທຸງຊາດ ປິວສະບັດ ຢູ່ສະໜາມຫຼວງ ບາດິ່ງ, ປິວສະບັດ ຢູ່ເຂດດິນເໜືອສຸດຂອງ ປະເທດໃນ ຕະຫລອດ 80 ປີຜ່ານມາ. ທຸງແດງດາວຄຳ ຍັງແມ່ນຮູບພາບ ເປັນສັນຍາລັກ ໃຫ້ແກ່ ເອກະລາດ, ປະຊາທິປະໄຕ ແລະ ຄວາມຫວັງສັນຕິພາບຂອງ ຫວຽດນາມ ບົນເວທີສາກົນ ອີກດ້ວຍ.  ຢູ່ເຂດພິເສດ ເຈື່ອງຊາ, ແຂວງ ແຄັງຮວ່າ, ພິທີເຄົາລົບທຸງ ບໍ່ພຽງແຕ່ແມ່ນພິທີການທີ່ເຄັ່ງຂຶມ ຂອງກອງທັບ ເທົ່ານັ້ນ, ຫາກຍັງ ແມ່ນຄຳສາບານຕົວສືບຕໍ່ ເສີມຂະຫຍາຍຈິດໃຈປະຕິວັດ ເດືອນສິງຫາ, ຕັດສິນໃຈປົກປັກຮັກສາ ອະທິປະໄຕທະເລ,ເກາະອັນສັກສິດຂອງຊາດ ໄວ້ໃຫ້ໝັ້ນ ຄົງ. “ເຄົາລົບທຸງ ແມ່ນພິທີການອັນສັກສິດ ສຳລັບ ພວກຂ້າພະເຈົ້າ, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດ ເມື່ອປະຕິບັດໜ້າ ທີ່ຢູ່ເກາະ ເຈື່ອງ ຊາ. ຢືນຢູ່ຕໍ່ໜ້າທຸງຊາດ, ພວກຂ້າພະເຈົ້າ ຮ້ອງໂຮ່ 10 ຄຳສາບານຕົວ ອັນເປັນກຽດ ຂອງທະຫານປະຊາຊົນ, ສະແດງໃຫ້ເຫັນຄວາມຈົງ ຮັກພັກດີ ຂອງ ຕົນທີ່ມີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ”. “ທຸງຊາດ ປິວສະບັດ ຢູ່ເທິງເກາະ ແລະ ສຽງເພງຊາດດັງກ້ອງ ຢູ່ເທິງເກາະນັ້ນ ເຮົາກໍ່ຮູ້ສຶກໄດ້ວ່າ ບ້ານເກີດເມືອງນອນ, ປະ ເທດຊາດ ຂອງຕົນ ຢູ່ທີ່ນັ້ນ ແລະ ເປັນການຢັ້ງຢືນອະທິປະໄຕຂອງຊາດ”. ຢູ່ຫລັກທຸງ ຫລຸງກູ໊, ຈຸດເໜືອສຸດຂອງ ສສ ຫວຽດນາມ, ຜືນທຸງຊາດກວ້າງ 54 ຕາແມັດ ໝາຍເຖິງ 54 ຊົນເຜົ່າອ້າຍນ້ອງ, ໄດ້ຊັກຂຶ້ນຍອດເສົາຢູ່ຈອມພູຣົ່ງ ຢ່າງສະຫງ່າຜ່າເຜີຍ. ໃນຂະນະນັ້ນ, ຕອນໃຕ້ສຸດຂອງປະເທດ, ແຫລມ ກ່າເມົາ ກໍມີ ຜືນທຸງຊາດ ອັນສັກສິດເຊັ່ນດຽວກັນ. ນັບແຕ່ເດືອນກັນຍາ  1977, ທຸງແດງດາວຄຳຂອງຊາດ ຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ ທີ່ນິວຢອກ, ເປັນຂີດໝາຍ ຫວຽດນາມ ກາຍເປັນສະມາຊິກທີ 149 ຂອງອົງການຫລາຍຝ່າຍ ໃຫຍ່ທີ່ສຸດໃນໂລກ, ເລີ່ມຕົ້ນໃຫ້ແກ່ ໄລຍະເຊື່ອມໂຍງ ເຂົ້າກັບສາກົນ ຢ່າງເລິກ ເຊິ່ງກວ້າງ ຂວາງຂອງ ຫວຽດນາມ. ຫລັງຈາກນັ້ນບໍ່ດົນ, ທຸງແດງດາວຄຳ ກໍໄດ້ປະກົດຕົວ ນັບມື້ນັບຫລາຍ ໃນເວທີປາໄສສາກົນ ຫລາຍຝ່າຍ, ເຊັ່ນ ກອງປະຊຸມສຸດ ຍອດ ບັນດາພື້ນຖານ ເສດຖະກິດ ອາຊີ-ປາຊີຟິກ (APEC). ເວທີປາໄສຮ່ວມມື ອາຊີ-ເອີຣົບ (ASEAM), ASEAN. ທຸງແດງດາວຄຳ ກໍປິວສະບັດຢູ່ຄະນະຮັກສາ ສັນຕິ ພາບຫວຽດນາມ ປະຈຳ ອາຟະລິກາ ອີກດ້ວຍ, ເປັນຂີດໝາຍເລື່ອງ ຫວຽດນາມເຂົ້າຮ່ວມພາລະກຳປັກປົກຮັກສາສັນຕິພາບໃນໂລກ. ທ່ານ ພົນຈັດຕະວາ Moham mad Nazmul Haque ຫົວໜ້າເສນາທິການ ກົມການເຄື່ອນໄຫວສັນຕິພາບ ສປຊ, ຕີລາຄາວ່າ: “ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເມື່ອໄດ້ຮັບການ ຕີລາ ຄາສູງ ຈາກການນຳ ສະຫະ ປະຊາຊາດ, ກໍຄືຈາກລັດຖະບານ ແລະ ປະຊາຊົນ ຊູດັງໃຕ້ ແລະ ອາບີເຍ (Abyei) ກ່ຽວກັບການປະກອບສ່ວນ ຂອງກຳລັງຮັກສາ ສັນຕິ ພາບ ຫວຽດນາມ, ພິເສດແມ່ນ ກອງທະຫານຊ່າງແສງ ແລະ ໂຮງໝໍກາງສະໜາມ ນັບແຕ່ເມື່ອ ຫວຽດນາມ ໄດ້ຮັບການຜັນຂະຫຍາຍເຖິງ UNISFA ແລະ UNMISS. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ພວກເພື່ອນ ຈະສືບຕໍ່ບັນລຸໄດ້ບັນດາຜົນງານ ດ້ວຍຄວາມສຸດຈິດສຸດໃຈ ຕໍ່ໜ້າທີ່ວຽກງານ ແລະ ຕໍ່ປະຊາ ຄົມທ້ອງຖິ່ນ ເຊິ່ງພວກເພື່ອນ ພວມປະຕິບັດໜ້າທີ່”. ບໍ່ພຽງແຕ່ປະກົດຢູ່ບັນດາສຳນັກງານອົງການຫລາຍຝ່າຍ, ບັນດາກອງປະຊຸມສາກົນ ເທົ່ານັ້ນ, ທຸງຊາດ ຫວຽດນາມ ຍັງປະ ກົດຢ່າງສະຫງ່າ ຜ່າເຜີຍ ຢູ່ສະຖານທູດ ຫວຽດນາມ ປະຈຳຫລາຍປະເທດ ອີກດ້ວຍ. ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດ ນາມ, ໃຫ້ຮູ້ວ່າ: “ຈາກ ປະເທດ ທີ່ຖືກປິດລ້ອມ, ໂດດດ່ຽວ, ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການພົວພັນ ດ້ານການທູດກັບ 194 ປະເທດ, ສ້າງຕັ້ງເຄືອຂ່າຍ ການພົວ ພັນຄູ່ຮ່ວມມື ຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 38 ປະເທດ, ໃນນັ້ນມີທຸກປະເທດກຳມະການຄະນະປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະ ເທດ G7, ບັນດາ ປະເທດ G20 ເກືອບທັງໝົດ, ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງກວ່າ 70 ອົງການຈັດຕັ້ງສາກົນ”. 80 ປີຜ່ານມາ, ການມີໜ້າຂອງ ທຸງແດງ ດາວຄຳ ໃນແຜນທີ່ ການເມືອງໂລກ ໄດ້ກາຍເປັນກຳລັງແຮງ ຍົກສູງຖານະບົດບາດຂອງ ຫວຽດນາມ, ແມ່ນກຳລັງໜູນນຳການປະຕິວັດ ຫວຽດນາມ ຜ່ານ ຜ່າ ຄວາມ ຫຍຸ້ງຍາກ ເພື່ອຍາດເອົາຜົນງານຕ່າງໆໃນເວທີສາກົນ.ພາຍຫລັງ ໄລຍະ 80 ປີ ນັບແຕ່ເມື່ອທຸງແດງດາວຄຳປິວສະບັດ ຢູ່ສະໜາມຫລວງ ບາດິ່ງ ແຫ່ງ ປະຫວັດສາດ ແລະ ພາຍຫລັງ 40 ປີແຫ່ງການປ່ຽນແປງໃໝ່, ປະຈຸບັນ, ຫວຽດນາມ ໄດ້ມີກຳລັງແຮງ, ມີທ່າແຮງຢ່າງພຽງພໍ ເພື່ອເຂົ້າຮ່ວມການແກ້ໄຂ ບັນດາ ບັນຫາ ລະດັບ ພາກພື້ນ, ບັນດາບັນຫາມີລັກສະນະທົ່ວໂລກ. ຜົນງານຂອງ 80 ປີແມ່ນກຳລັງໜູນເພື່ອໃຫ້ຊາດ ຫວຽດນາມ ມຸ່ງໄປເຖິງອະນາຄົດ ຮຸ່ງເຮືອງ ເຫລືອງ ເຫລື້ອມ. ຈາກປະເທດ ທຸກຍາກ, ຫລ້າຫລັງ, ຫວຽດນາມ ໄດ້ຫລຸດພົ້ນ ອອກຈາກ ກຸ່ມບັນດາປະເທດ ມີລາຍຮັບຕ່ຳແຕ່ປີ 2008. ຈາກປະເທດຂາດ ສະບຽງ ອາຫານ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດ ສົ່ງອອກເຂົ້າສານ ແລະ ຜະລິດຕະພັນກະສິກຳ ຫລາຍປະເພດ, ຢືນອັນດັບແຖວໜ້າໂລກ. ອັດຕາ ຄອບຄົວ ທຸກຍາກ ຫລຸດແຕ່ 58% ໃນປີ 1993 ລົງເຫລືອ ຕ່ຳກວ່າ 1,9% ໃນປີ 2024 ຕາມມາດຕະຖານທຸກຍາກ ຫລາຍດ້ານ. ຫວຽດນາມ ໄດ້ກາຍ ເປັນພື້ນ ຖານເສດ ຖະກິດ ໃຫຍ່ອັນດັບທີ 32 ໃນໂລກ; GDP ສະເລ່ຍໃສ່ຫົວຄົນໃນປີ 2025 ເພີ່ມຂຶ້ນເກືອບທົບ 25 ເທົ່າພາຍຫຼັງ 3 ທົດສະວັດ. ໃນສັງກາດບຸກບືນ ຂອງ ຊາດ, ຫວຽດນາມ ຈຳເປັນຕ້ອງໄດ້ຈັດຢູ່ໃນທີ່ຕັ້ງດີທີ່ສຸດ ທີ່ສາມາດຈະເປັນໄປໄດ້ ໃນລະບຽບໂລກໃໝ່. ກ່າວຄຳເຫັນທີ່ພິທີສະເຫລີມ ສະຫລອງ 80 ປີແຫ່ງວັນ ສ້າງຕັ້ງ ຂະແໜງ ການທູດ ຫວຽດນາມ (25 ສິງຫາ), ທ່ານ ໂຕເລິມ ເລຂາທິ ການໃຫຍ່ພັກກອມມູນິດ ຫວຽດນາມ, ຊີ້ແຈ້ງວ່າ: “20 ປີຈະມາເຖິງ, ຫວຽດນາມ ຕ້ອງບືນ ຕົວ ກາຍເປັນ ປະເທດ ພັດທະນາ ທີ່ມີລາຍຮັບສູງ, ເປັນປະເທດ ເຂັ້ມແຂງແຮງກ້າ, ວັດທະນາຖາວອນ ແລະ ມີຄວາມຜາສຸກ. ນັ້ນແມ່ນຄຳສັ່ງຂອງ ພູມປັນຍາ ແລະ ຫົວໃຈ, ແມ່ນຄວາມຄາດຫວັງ ອັນໃຫຍ່ຫລວງ ແມ່ນທຽບເທົ່າກັບ ບັນດາປະເທດ ມະຫາອຳນາດຢູ່ 5 ທະວີບ ຂອງປະທານ ໂຮ່ຈີມິນ ນັບແຕ່ ຊຸມມື້ທຳອິດ ແຫ່ງ ການສ້າງຕັ້ງປະເທດ ແລະ ຂອງທັງຊາດ ຫວຽດ ນາມ”. ພ້ອມກັນນັ້ນ, ຫວຽດນາມ ກໍ່ຫັນຈາກ “ການເຂົ້າຮ່ວມຢ່າງຕັ້ງໜ້າ” ໄປສູ່ “ການປະກອບ ສ່ວນສ້າງ, ກຳນົດກົດກະຕິກາ”, ແກ້ໄຂການພົວພັນກັບບັນດາປະເທດມະຫາອຳນາດ ກໍຄືກັບບັນດາສູນອຳນາດຂອງໂລກຢ່າງກົມ ກຽວ. ທ່ານ John McAuliff, ຫົວໜ້າ ຝ່າຍບໍລິຫານ, ກອງທຶນໄກ່ເກ່ຍປອງດອງ ແລະ ພັດທະນາ ອາເມລິກາ, ຖືວ່າ: “ຂ້າພະເຈົ້າຄິດວ່າ ປະຈຸບັນ ແມ່ນຈຸດເວລາທີ່ ຫວຽດນາມ ສວມບົດ ບາດເປັນ ເຈົ້າການກວ່າ, ສາມາດສວມບົດບາດ ນຳພາເຊື່ອມຕໍ່ ກັບບັນດາປະເທດ, ບໍ່ພຽງແຕ່ ແມ່ນການໄກ່ເກ່ຍ ເທົ່ານັ້ນ, ຫາກຍັງ ສ້າງຄວາມໄວ້ເນື້ອ ເຊື່ອໃຈ ລະຫວ່າງ ບັນດາປະເທດ ທີ່ພວມເກີດການປະທະກັນ ແລະ ບໍ່ລົງລອຍກັນ. ຫວຽດນາມ ສາມາດນຳໃຊ້ບົດຮຽນຂອງຕົນໃນເລື່ອງພ້ອມກັບສະຫະປະຊາຊາດ ເຂົ້າຮ່ວມການ ຮັກສາ ສັນຕິພາບ ຢູ່ບັນດາຈຸດຮ້ອນເຮັ່ງ, ຊ່ວຍໃຫ້ບັນດາປະເທດ ດຳເນີນການສົນທະນາ ແກ້ໄຂ ການປະທະກັນ”. 80 ປີກ່ອນນີ້, ວັນທີ 2 ກັນຍາ ທຸງ ແດງດາວ ຄຳປິວສະບັດ ຢູ່ສະໜາມຫລວງ ບາດິ່ງ ແຫ່ງປະຫວັດສາດ ແລະ ໃນມື້ນີ້, ຢູ່ສະໜາມຫລວງ ບາດິ່ງ, ນະຄອນຫລວງ ຮ່າໂນ້ຍ ແລະ ທຸກແຖບ ຖິ່ນຂອງ ປະເທດຊາດ ກໍ່ເຕັມ ໄປດ້ວຍທຸງຊາດສີແດງ, ເປັນສັນຍາລັກແຫ່ງປະເທດ ຫວຽດນາມ ທີ່ຮຸ່ງເຮືອງເຫລືອງເຫລື້ອມ ໃນອະນາຄົດ. ສຳນັກງານບັນດາອົງການ, ວິສາ ຫະກິດ, ຫລາຍຄອບຄົວ, ຮ້ານຂາຍເຄື່ອງໄດ້ຮັບການປະດັບປະດາດ້ວຍທຸງແດງ, ດອກໄມ້ຢ່າງຮຸ່ງເຮືອງເຫລືອງເຫລື້ອມ. ມີທຸງຊາດນ້ອຍ ນັບເປັນພັນ ທີ່ປະດັບ ຢູ່ຕາມທ້ອງ ຖະໜົນ ແລະ ເຮືອນຢູ່. ປ້າ ໂດ້ທິບິກຖຸກ, ມາຈາກ ບັກນິງ, ສະແດງ ຄວາມຮູ້ສຶກວ່າ: “ຂ້າພະເຈົ້າຮູ້ສຶກ ເອກອ້າງທະນົງໃຈ, ຕື້ນຕັນໃຈຫລາຍ ເມື່ອ ເຫັນວ່າຄຸ້ມ ຖະໜົນ ຄຶກຄື້ນ ມ່ວນຊື່ນ. ທຸກຄົນຕ່າງກໍ່ຮູ້ສຶກເອກອ້າງ ທະນົງໃຈ ທີ່ເປັນຄົນ ຫວຽດນາມ ແລະ ເອກອ້າງທະນົງໃຈຕໍ່ບັນດາໄຊຊະນະ, ປະຫວັດສາດ ອັນ ອົງອາດກ້າຫານ ຂອງຊາດ ຫວຽດນາມ ພາຍຫລັງ 80 ປີທີ່ຍາດໄດ້ເອກະລາດ”. ຫວຽດນາມ ພວມບົນເສັ້ນທາງກ້າວເຂົ້າສູ່ ສັງກາດບຸກບືນ ພາຍຫລັງ 80 ປີແຫ່ງ ວັນສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. 80 ປີພາຍຫລັງ ວັນ ປະກາດ ເອກະລາດ, ກຳລັງແຮງຢ່າງ ໃຫຍ່ທີ່ສຸດ ຂອງທຸງຊາດ ບໍ່ພຽງແຕ່ ແມ່ນທຸງແດງ,ດາວເຫລືອງ 5 ແຈ ເທົ່ານັ້ນ, ຫາກຍັງ ແມ່ນຄວາມໄວ້ເນື້ອ ເຊື່ອໃຈ ຂອງ ປະຊາຊົນ ນັບລ້ານຄົນ ທີ່ມີຕໍ່ຄຸນຄ່າ ທີ່ສັກກະລະບູຊາ ຂອງເອກະລາດ, ສັນຕິພາບ ແລະ ການພັດທະນາ ອີກດ້ວຍ. ຖ້າຫາກວ່າ ລຸ້ນພໍ່ ລຸ້ນອ້າຍ ໄດ້ເສຍສະຫລະ ຊີວິດ ເພື່ອຮັກສາສີສັນ ແຫ່ງເລືອດເນື້ອ ຂອງທຸງຊາດໄວ້ນັ້ນ, ຊາວຫວຽດນາມ ໃນປະຈຸບັນ ດ້ວຍພູມປັນຍາ, ນ້ຳໃຈຄວາມຮັບຜິດຊອບຂອງຕົນ ກໍ່ປະກອບສ່ວນ ເຮັດ ໃຫ້ທຸງຊາດ ຫວຽດນາມ ປິວສະບັດ ຢ່າງສະຫງ່າ ໃນແຜນທີ່ໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top