ເສດຖະກິດ ເມືອງລະມາມ ຂະຫຍາຍຕົວ ໃນລະດັບ 5,95% ຕໍ່ປີ

28/08/2025 13:16
Email Print 112
ຂປລ ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2025 ຜ່ານມາ ເຫັນວ່າອົງຄະນະພັກເມືອງລະມາມ ແຂວງເຊກອງ ໄດ້ຖືເອົາວຽກງານການເມືອງແນວຄິດສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ເຮັດໃຫ້ການປະຕິບັດໜ້າທີ່ການເມືອງດີຂຶ້ນເປັນກ້າວໆ.

     ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2025 ຜ່ານມາ ເຫັນວ່າອົງຄະນະພັກເມືອງລະມາມ ແຂວງເຊກອງ ໄດ້ຖືເອົາວຽກງານການເມືອງແນວຄິດສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ເຮັດໃຫ້ການປະຕິບັດໜ້າທີ່ການເມືອງດີຂຶ້ນເປັນກ້າວໆ, ຂະນະດຽວກັນຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໂດຍສົມທົບ 2 ກຳລັງ, ພະນັກງານກໍ່ສ້າງຮາກຖານການເມືອງ ແລະ ອໍານາດການປົກຄອງບ້ານທົ່ວເມືອງ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ເວົ້າລວມເວົ້າສະເພາະການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂ ແລະ ສະກັດກັ້ນບັນຫາຢາເສບຕິດ ຊຶ່ງທັງໝົດນີ້ເຮັດໃຫ້ພື້ນຖານປະຊາຊົນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວເມືອງ, ເຮັດໃຫ້ປະຊາຊົນມີໂອກາດທຳມາຫາກິນ ແລະ ພັດທະນາຊີວິດການເປັນຢູ່ດີຂຶ້ນເລື້ອຍໆ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5,95% ຕໍ່ປີ, ລວມມູນຄ່າຜະລິດຕະພັນພາຍໃນບັນລຸໄດ້ 1.029 ຕື້ກີບ, ສະເລ່ຍໃສ່ປະຊາກອນ ບັນລຸໄດ້ 23,28 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1.029,64 ໂດລາສະຫະລັດຕໍ່ຄົນຕໍ່ປີ.

   

     ທ່ານ ຕຸລາວັນ ວົງໄຊ ເລຂາພັກເມືອງລະມາມ ແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ວນຊົນ ເມື່ອບໍ່ດົນມານີ້ວ່າ: ສຳລັບໂຄງປະກອບເສດຖະກິດ ກໍມີການຫັນປ່ຽນດີຂຶ້ນ ໃນນີ້, ກະສິກຳກວມ 55,41%, ອຸດສາຫະກຳກວມ 5,17% ແລະ ການບໍລິການ ກວມ 39,43%, ຄວາມທຸກຍາກຂອງປະຊາຊົນມີທ່າອ່ຽງຫລຸດລົງເປັນກ້າວໆ, ດ້ານລາຍຮັບບັນລຸໄດ້ 25,17 ຕື້ກີບ. ນອກນີ້, ຍັງໄດ້ຊຸກຍູ້ ສົ່ງເສີມການປູກ-ການລ້ຽງໃຫ້ແກ່ພໍ່ແມ່ປະຊາຊົນ ເຊິ່ງສາມາດຜະລິດເຂົ້າເປືອກໄດ້ 1.406 ກວ່າໂຕນ, ຜົນຜະລິດພືດສະບຽງອາຫານ ແລະ ພືດເປັນສິນຄ້າໄດ້ 1.284 ກວ່າໂຕນ; ສົ່ງເສີມການລ້ຽງສັດເປັນຟາມ 15 ຟາມ; ພື້ນຖານການຜະລິດອຸດສະຫະກຳເພີ່ມຂຶ້ນເຊັ່ນ: ໂຮງງານເຟີນີເຈີ, ໂຮງງານຜະລິດດິນຈີ່-ດິນບ໋ອກ, ໂຮງງານນໍ້າດື່ມ-ນໍ້າກ້ອນ, ໂຮງສີເຂົ້າ ແລະ ອື່ນໆ ສາມາດຮັບຮອງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໄດ້ 6 ຜະລິດຕະພັນ, ດ້ານພື້ນຖານໂຄງລ່າງ ກໍໄດ້ຮັບການພັດທະນາດີຂຶ້ນ ເປັນຕົ້ນ ຂະຫຍາຍໄຟຟ້າແຮງກາງ-ແຮງຕໍ່າ ໃຫ້ປະຊາຊົນໄດ້ນໍາໃຊ້ 100% ທົ່ວເມືອງ, ບູລະນະສ້ອມແປງ ແລະ ຍົກລະດັບເສັ້ນທາງໃນຕົວເມືອງ-ຊົນນະບົດ, ພັດທະນາລະບົບນໍ້າປະປາ, ນໍ້າບາດານ ແລະ ນໍ້າລິນ ກວມ 90% ຂອງບ້ານທົ່ວເມືອງ. ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ອົງຄະນະພັກເມືອງ ໄດ້ຈັດຕັ້ງປະຕິບັດໄປຕາມທິດ 3 ສ້າງ ເຊິ່ງໄດ້ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ລະບົບການຈັດຕັ້ງບ້ານ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ສາມາດເປັນເຈົ້າການນໍາພາປະຊາຊົນແຕ່ລະບ້ານ ຈັດຕັ້ງປະຕິບັດແນວທາງ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ, ມີຄວາມເຊື່ອໝັ້ນຕໍ່ການນໍາພັກ-ລັດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ປັບປຸງກົງຈັກບໍລິຫານລັດໃຫ້ກະທັດຮັດ ແລະ ຄວາມແທດເໝາະກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນ, ປັບປຸງ ພາລະບົດບາດ ແລະ ກຳນົດຕຳແໜ່ງງານ ເພື່ອເພີ່ມທະວີຄວາມສາມາດປະຕິບັດໜ້າທີ່ ໃນການຄຸ້ມຄອງບໍລິຫານລັດໃຫ້ເຂັ້ມແຂງ.

    ທ່ານ ຕຸລາວັນ ວົງໄຊ ໃຫ້ຮູ້ຕື່ມວ່າ: ສ່ວນວຽກງານວັດທະນະທໍາ-ສັງຄົມ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ ເປັນຕົ້ນວຽກງານສຶກສາ ກໍໄດ້ຍົກລະດັບດ້ານວິຊາການແກ່ຄູອາຈານ ຕິດພັນກັບການຂະຫຍາຍໂຮງຮຽນໄປສູ່ເຂດຫ່າງໄກສອກຫລີກ ແລະ ສູ້ຊົນປະຕິບັດຄາດໝາຍສູ້ຊົນ ໃນ 15 ຄາດໝາຍ ປັດຈຸບັນປະຕິບັດໄດ້ 11 ຄາດໝາຍເທົ່າກັບ 73,33%; ດ້ານສາທາລະນະສຸກ ກໍໄດ້ປັບປຸງຍົກລະດັບດ້ານການບໍລິການສຸຂະພາບ ຕິດພັນກັບການຊຸກຍູ້ສົ່ງເສີມການຮັກສາສຸຂະພາບໃນການປ້ອງກັນ-ປິ່ນປົວ ແລະ ສາມາດປະຕິບັດຄາດໝາຍພັດທະນາແບບຍືນຍົງ ບັນລຸໄດ້ 90,9% ຂອງຄາດໝາຍສູ້ຊົນ. ວຽກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ເອົາໃຈໃສ່ພັດທະນາວຽກງານສື່ມວນຊົນໃຫ້ແຫລມຄົມ, ວ່ອງໄວ ທັນສະໄໝ, ສືບທອດ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງເຜົ່າ, ຂອງຊາດ, ຟື້ນຟູ ແລະ ພັດທະນາແຫລ່ງທ່ອງທ່ຽວ ເພື່ອບໍລິການແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຂະນະດຽວກັນ ຍັງໄດ້ຖືສໍາຄັນຕໍ່ການຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານ ເບິ່ງແຍງຊ່ວຍເຫລືອປະຊາຊົນທີ່ປະສົບໄພພິບັດທຳມະຊາດ ແລະ ຜູ້ດ້ອຍໂອກາດ ຕື່ມອີກ.

ຂ່າວ: ພຸດທະສອນ

KPL

ຂ່າວອື່ນໆ

ads
ads

Top