ສາຍການບິນ ຄາເທຍປາຊີຟິກ ເລັ່ງຍົກເລີກ 500 ຖ້ຽວບິນ ຮັບມືກັບພາຍຸໄຕ້ຝຸ່ນ ຣາກາຊາ

23/09/2025 21:38
ຂປລ ຄາເທຍປາຊິຟິກ ຊຶ່ງເປັນ ສາຍການບິນຫລັກ ຂອງ ເຂດຮົງກົງ (ຈີນ) ໄດ້ອອກຖະແຫລງການວ່າ: ຢຸດຕິ ໃຫ້ບໍລິການ ຖ້ຽວບິນ ຂາເຂົ້າ ແລະ ຂາອອກ ຈາກເຂດຮົງກົງ ໃນວັນທີ 23 ກັນຍາ ປະມານ 500 ຖ້ຽວ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກເຂດບໍລິຫານ ພິເສດຮົງກົງ ປະເທດຈີນ, ຄາເທຍປາຊິຟິກ ຊຶ່ງເປັນ ສາຍການບິນຫລັກ ຂອງ ເຂດຮົງກົງ (ຈີນ) ໄດ້ອອກຖະແຫລງການວ່າ: ຢຸດຕິ ໃຫ້ບໍລິການ ຖ້ຽວບິນ ຂາເຂົ້າ ແລະ ຂາອອກ ຈາກເຂດຮົງກົງ ໃນວັນທີ 23 ກັນຍາ ປະມານ 500 ຖ້ຽວ ແລະ ຈະທະຍອຍ ກັບຄືນ ມາເປີດ ໃຫ້ບໍລິການອີກຄັ້ງ ໃນວັນທີ 25 ກັນຍານີ້ ເນື່ອງຈາກ ຈຳນວນ ຖ້ຽວບິນ ດັ່ງກ່າວ ຈະໄດ້ຮັບ ຜົນກະທົບ ຈາກອິດທິພົນ ຂອງ ພາຍຸ ໄຕ້ຝຸ່ນ ຣາກາຊາ.

ການຢຸດຕິໃຫ້ບໍລິການຖ້ຽວບິນນີ້ ເປັນການປ້ອງກັນ ຄວາມສ່ຽງ ຈາກອິດທິພົນ ຂອງພາຍຸໄຕ້ຝຸ່ນ ຣາກາຊາ ທີ່ພວມເຄື່ອນຕົວ ຜ່ານຊ່ອງແຄບ ລູຊອນ ກັບ ພາກໃຕ້ ຂອງເຂດໄຕ້ຫວັນ. ໂດຍຄວາມໄວ ຂອງ ພາຍຸນີ້ ແມ່ນ 215 ກິໂລແມັດຕໍ່ຊົ່ວໂມງ, ສ່ວນຄວາມໄວລົມພັດ ສູງສຸດ ເຖິງ 265 ກິໂລແມັດຕໍ່ຊົ່ວໂມງ./

KPL

ຂ່າວອື່ນໆ

ads
ads

Top