ຂປລ
ຂປລ. ສຳນັກປະຕິບັດວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ຮ່ວມກັບອໍານາດການປົກຄອງບ້ານນາຄູນນ້ອຍ

ຂປລ. ສຳນັກປະຕິບັດວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ຮ່ວມກັບອໍານາດການປົກຄອງບ້ານນາຄູນນ້ອຍ ກຽມຈັດງານບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ເຊິ່ງຈະຈັດຂຶ້ນໃນວັນທີ 21-28 ກັນຍາ 2025 ໂດຍການນຳພາຂອງພະອາຈານ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ, ມີພະສົງສາມະເນນຈາກວັດແຫ່ງຕ່າງໆໃນນະຄອນຫລວງວຽງຈັນ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າເຂົ້າຮ່ວມ.

ພະອາຈານ ສີທົນ ໄຊຍະວົງສອນ ໄດ້ບອກຂ່າວ-ເລົ່າບຸນຕໍ່ສື່ມວນຊົນໃນວັນທີ 19 ກັນຍາ 2025 ຜ່ານມາວ່າ: ການຈັດງານບຸນຄັ້ງນີ້, ເພື່ອສະແດງຄວາມກະຕັນຍູກະຕະເວທີຕໍ່ພະອາຈານໃຫຍ່ ຊາລີ ກັນຕະສີໂລ ເຊິ່ງຕະຫລອດຊີວິດຂອງເພີ່ນແມ່ນໄດ້ທຸ້ມເທໃຫ້ກັບການເຜີຍແຜ່ພຸດທະສາສະໜາ, ການປະຕິບັດວິປັດສະນາກຳມະຖານ. ພະອາຈານໃຫຍ່ ຖືວ່າເປັນບຸກຄົນສໍາຄັນແຫ່ງຍຸກຂອງວັດປ່ານາຄູນນ້ອຍມີບົດບາດໃນການສ້າງສາພັດທະນາວັດປ່ານາຄູນນ້ອຍໃຫ້ເປັນທີ່ຮູ້ຈັກ, ເຫລື້ອມໃສສັດທາພະທຳຄຳສັ່ງສອນ ແລະ ການປະຕິບັດວິປັດສະນາກຳມະຖານໃນໝູ່ຂອງພຸດທະສາສະນິກະຊົນເປັນວົງກວ້າງທັງພາຍໃນ ແລະ ຕ່າງປະເທດ.
ເພື່ອກຽມໃຫ້ແກ່ການຈັດງານດັ່ງກ່າວ, ໃນວັນທີ 20 ກັນຍາ 2025 ໄດ້ຈັດພິທີແຖຜົມຜູ້ທີ່ຈະບວດ, ຫລັງຈາກນັ້ນ, ໄດ້ຈັດພິທີບາສີສູ່ຂວັນນາກ (ຜູ້ທີ່ຈະບວດ), ພ້ອມທັງກະກຽມເຄື່ອງອຸປະຊາ (ເຄື່ອງບວດພະ) ແລະ ອື່ນໆ; ໃນຕອນເຊົ້າຂອງວັນທີ 21 ກັນຍາ 2025 ໄດ້ຈັດພິທີກຳທາງສາດສະໜາ ຫລື ພິທີອຸປະສົມບົດ (ບວດພະ) 80 ອົງ. ຕະຫລອດໄລຍະຈັດການບຸນໃນລະຫວ່າງວັນທີ 22-27 ຈະໄດ້ອົບຮົມສີລະທຳໃຫ້ແກ່ນັກຮຽນ, ອົບຮົມກຳມະຖານໃຫ້ແກ່ພະບວດໃໝ່ ແລະ ສູດສາທະຍາຍພະໄຕຣປິດົກ.

ສະເພາະຕອນເຊົ້າວັນທີ 27 ກັນຍາ 2025 ຈະມີພິທີຖວາຍຜ້າປ່າສາມັກຄີ ແລະ ໃນຕອນບ່າຍຈະມີພິທີຫລໍ່ພະພຸດທະຮູບ 9 ອົງ. ສ່ວນໃນຕອນເຊົ້າວັນທີ 28 ກັນຍາ 2025 ຈະມີພິທີຖວາຍສັງຄະທານ, ໃສ່ບາດພະສົງ 80 ອົງ ແລະ ຍົກຍອດຊໍ່ຟ້າປະຕູໂຂງ 3 ຍອດ, ຫລັງຈາກຈົບພິທີ, ເຊີນບັນດາຊາວພຸດທະສາສະນິກະຊົນລາວ ຮ່ວມເປັນເຈົ້າພາບ, ເຈົ້າສັດທາຖວາຍວັດຖຸປັດໄຈໃສ່ກອງຜ້າປ່າ 120 ກອງ ຕາມກໍາລັງສັດທາ. ສ່ວນໃນຕອນບ່າຍ ເວລາ 15:00 ໂມງ ເຊີນຮ່ວມເປັນເຈົ້າພາບບູຊາທອງ ເພື່ອຫລໍ່ພະພຸດທະຮູບ ເພື່ອເປັນບຸນເປັນກຸສົນ ແລະ ອື່ນໆ.
ໂດຍ: ກິດຕາ; ພາບ: ຂັນໄຊ
KPL