ສີລັງກາ ຈະຝຶກອົບຮົມຄົນຂັບສາມລໍ້ ເພື່ອບໍລິການນັກທ່ອງທ່ຽວຈຳນວນ 10.000ຄົນ

23/09/2025 21:38
ຂປລ ສຳນັກ ເລຂາທິການ ປະຈຳ ໂຄງການ ສີລັງກາ ສະອາດ (Clean Sri Lanka) ຈະຈັດການ ຝຶກອົບຮົມ ພິເສດ ໃຫ້ແກ່ ຜູ້ຂັບລົດສາມລໍ້ ທົ່ວປະເທດ ລວມມີທັງໝົດ 10.000 ຄົນ ເພື່ອປັບປຸງ ການບໍລິການ ຂົນສົ່ງ ນັກທ່ອງທ່ຽວ ຕ່າງປະເທດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 22 ເດືອນກັນຍາ, ສຳນັກ ເລຂາທິການ ປະຈຳ ໂຄງການ ສີລັງກາ ສະອາດ (Clean Sri Lanka) ຈະຈັດການ ຝຶກອົບຮົມ ພິເສດ ໃຫ້ແກ່ ຜູ້ຂັບລົດສາມລໍ້ ທົ່ວປະເທດ ລວມມີທັງໝົດ 10.000 ຄົນ ເພື່ອປັບປຸງ ການບໍລິການ ຂົນສົ່ງ ນັກທ່ອງທ່ຽວ ຕ່າງປະເທດ.

ເຈົ້າໜ້າທີ່ ກ່ຽວຂ້ອງ ລາຍງານວ່າ ບາງຄັ້ງນັກທ່ອງທ່ຽວຕ່າງປະເທດ ປະສົບກັບບັນຫາ ໃນລະຫວ່າງ ການໃຊ້ບໍລິການ ຂົນສົ່ງດັ່ງກ່າວນີ້ ເຊັ່ນ: ຖືກຮຽກຮ້ອງ ເກັບຄ່າໂດຍສານ ສູງເກີນຄວນ, ຊຶ່ງເປັນ ສິ່ງທີ່ກິດຂວາງ ການເຕີບໂຕຂອງ ອຸດສາຫະກຳ ການທ່ອງທ່ຽວ ແລະ ທຳລາຍພາບລັກຂອງສີລັງກາ. ໃນຂະນະທີ່ ການອອກແບບ ຊຸດຝຶກອົບຮົມ ຜູ້ເຮັດວຽກ ໃນພາກທຸລະກິດ ຈາກການທ່ອງທ່ຽວ ແລະ ຜູ້ຂັບຂີ່ລົດສາມລໍ້ ທີ່ໄດ້ຮັບເລືອກເຂົ້າຝຶກອົບຮົມ ໃນໄລຍະທີ 1 ຈະໄດ້ຮັບ ໃບປະກາດ ສະນີຍະບັດ ຢ່າງເປັນທາງການ ອີກດ້ວຍ./.

KPL

ຂ່າວອື່ນໆ

ads
ads

Top