ນວ ສ້າງເມືອງພົ້ນທຸກສຳເລັດ 9 ເມືອງແລ້ວ

23/09/2025 12:45
Email Print 159
ຂປລ ຂປລ. ເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫລວງວຽງຈັນ

    ຂປລ. ເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫລວງວຽງຈັນ (ນວ) ໃນໄລຍະ 2021-2025 ແມ່ນດໍາເນີນໃນສະພາບແວດລ້ອມພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງໄວວາ ແລະ ສັບສົນ, ອັນທີ່ພົ້ນເດັ່ນແມ່ນການລະບາດຂອງພະຍາດໂຄວິດ-19 ບວກກັບຂໍ້ຂັດແຍ່ງທາງດ້ານການເມືອງຂອງບາງປະເທດ, ສະພາບເສດຖະກິດ-ການເງິນຂອງໂລກຖົດຖອຍ, ການປ່ຽນແປງຂອງດິນຟ້າອາກາດ, ລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນ ແລະ ອື່ນໆ ອັນສົ່ງຜົນກະທົບຕໍ່ບັນດາປະເທດໃນໂລກໃນລະດັບຕ່າງກັນ.
  ສໍາລັບນະຄອນຫລວງວຽງຈັນ ນອກຈາກໄດ້ຮັບຜົນການທົບຈາກປັດໄຈທາງນອກແລ້ວຍັງຜະເຊີນກັບຄວາມຫຍຸ້ງຍາກດ້ານຕ່າງໆເຊັ່ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການລະບາດຂອງພະຍາດໂຄວິດ-19, ໄພທຳ ມະຊາດຖີ່ຂຶ້ນຕໍ່ເນື່ອງ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກ ນະຄອນຫລວງວຽງຈັນ, ການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຂອງສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ການບໍລິຫານງານຂອງອົງການປົກຄອງນະຄອນ ຫລວງວຽງຈັນ ສົມທົບກັບການສະ ໜັບສະໜູນຂອງການຈັດຕັ້ງທຸກຂັ້ນ, ການຊ່ວຍເຫລືອຂອງຄູ່ຮ່ວມພັດທະນາ ແລະ ເພື່ອນມິດໃນການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການຕ່າງໆທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງນະຄອນຫລວງວຽງຈັນ ຈຶ່ງສາມາດຍາດແຍ່ງໄດ້ໝາກຜົນໃນດ້ານຕ່າງໆ.
    ແນວໃດກໍດີ, ໜຶ່ງໃນນັ້ນ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກສາມາດແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມມາດຕະຖານພົ້ນທຸກ (ຕາມມາດຖານຄອບຄົວທຸກຍາກໃໝ່) ໃຫ້ເປັນຄອບຄົວພົ້ນທຸກສາມາດປະຕິບັດໄດ້ 3.215 ຄອບຄົວ, ເທົ່າກັບ 71,7% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 4.480 ຄອບຄົວ), ສ້າງບ້ານພົ້ນທຸກໄດ້ 481 ບ້ານ ແລະ ສ້າງເມືອງພົ້ນທຸກສໍາເລັດ 9 ເມືອງ ແລະ ບັນລຸຕາມ 10 ມາດຕະຖານເມືອງເຂັ້ມແຂງຮອບດ້ານ 7 ເມືອງ; ສ້າງຕັ້ງກຸ່ມການຜະລິດດ້ານກະສິກຳຮອບດ້ານໃຫ້ເຂົ້າສູ່ລະບົບຕາມດຳລັດ 606/ລບ, ປະຕິບັດໄດ້ 37 ກຸ່ມ, ເທົ່າກັບ 74% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 50 ກຸ່ມ) ແລະ ສ້າງກຸ່ມປູກພືດຜັກທີ່ດີທີ່ເຂັ້ມແຂງກ້າວເປັນສະຫະກອນປະຕິບັດໄດ້ 1 ກຸ່ມຄື: ກຸ່ມປູກຜັກບ້ານທ່າດອກຄໍາ ເມືອງໄຊທານີ, ເທົ່າກັບ 50% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 2 ກຸ່ມ); ສ້າງຊົນນະບົດໃໝ່ ຕິດພັນກັບການພັດທະນາກະສິກຳຮອບດ້ານ ແລະ ຫັນເປັນສະຫະກອນໃນເຂດຊານເມືອງ 12 ຈຸດສຸມ ທີ່ນອນຢູ່ໃນ 4 ເມືອງ, ປະຕິບັດໄດ້ 3 ບ້ານຕໍ່ເມືອງ. 
    ນອກຈາກນັ້ນແລ້ວ, ດ້ານການພັດທະນາຕົວເມືອງໄດ້ສ້ອມແປງແກ້ໄຂປ້າຍຈະລາຈອນໄດ້ທັງໝົດຈໍານວນ 5.352 ລາຍການ, ຕິດຕັ້ງອຸປະກອນດ້ານຄວາມປອດໄພ (ຝັງປຸ່ມດອກໄຟໃສ່ກາງທາງ) ຖະໜົນກຳແພງເມືອງ ແລະ ຖະໜົນທ່າເດື່ອ ທັງໝົດ 425 ຊຸດ ແລະ ປັບປຸງສ້າງວົງວຽນຄືນໃໝ່ ລວມໄດ້ 2 ຈຸດຄື: ວົງວຽນຄອມເຊັນເຕີ ແລະ ວົງວຽນ 5 ເມສາ; ສໍາເລັດການປັບປຸງແກ້ໄຂຈຸດມັກເກີດອຸບປະຕິເຫດຕາມທາງແຍກ ຈໍານວນ 26 ຈຸດ. ໃນນັ້ນ, ໄດ້ມີການຕິດຕັ້ງປ້າຍຈະລາຈອນ, ຄື້ນລູກລະນາດ, ຄູຫລຸດຜ່ອນຄວາມໄວ, ຕິດຕັ້ງໄຟອໍານາດຈໍານວນ 1 ຈຸດ, ພ້ອມທັງລົງໂຄສະນາດ້ານກົດລະບຽບ, ກົດໝາຍການສັນຈອນຢູ່ຕາມໂຮງຮຽນ, ໂຮງງານ, ສໍານັກງານ-ອົງການກຸ່ມບ້ານຢ່າງແຂງແຮງ ເພື່ອເຮັດໃຫ້ພວກເຂົາເຂົ້າເຖິງ, ຮັບຮູ້ໄດ້ເຖິງການໃຊ້ລົດໃຊ້ຖະໜົນໄດ້ 1.646 ຄັ້ງ, ໂຄສະນາຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມໄດ້ 218 ຄັ້ງ ຊຶ່ງເຮັດໃຫ້ອຸບັດເຫດໄດ້ຫລຸດລົງ 78% ແລະ ອື່ນໆ. 

KPL

ຂ່າວອື່ນໆ

ads
ads

Top