ໄຂງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22

17/09/2025 16:10
Email Print 115
ຂປລ ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ ​ຈີນ-ອາ​ຊ​ຽນ ​ຄັ້ງ​ທີ 22 ແລະ ກອງ​ປະ​ຊຸມ​ ສຸດຍອດ​ການ​ຄ້າ ແລະ​ ການ​ລົງ​ທຶນ ​ຈີນ-ອາ​ຊຽນ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ ນານ​ນີງ ເຂດ​ປົກ​ຄອງ​ຕົນ​ເອງ ​ເຜົ່າ​ຈ​ວ້າງ ກວາງ​ຊີ ຂອງ ສປ ​ຈີນ

   ຂປລ. ​ວິ​ທະ​ຍຸ-​ໂທ​ລະ​ພາບ​ ສູນ​ກາງ​ຈີນ, ​ວັນ​ທີ 17 ກັນ​ຍາ​ນີ້, ທ່ານ ຮານ​ເຈີ້ງ ຮອງ​ປະ​ທານ ​ປະ​ເທດ​ຈີນ​ ໄດ້​ເຂົ້າ​ຮ່ວມ ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ ​ຈີນ-ອາ​ຊ​ຽນ ​ຄັ້ງ​ທີ  22 ແລະ ກອງ​ປະ​ຊຸມ​ ສຸດຍອດ​ການ​ຄ້າ ແລະ​ ການ​ລົງ​ທຶນ ​ຈີນ-ອາ​ຊຽນ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ ນານ​ນີງ ເຂດ​ປົກ​ຄອງ​ຕົນ​ເອງ ​ເຜົ່າ​ຈ​ວ້າງ ກວາງ​ຊີ ຂອງ ສປ ​ຈີນ ຈາກນັ້ນ    ທ່ານ ຮານ​ເຈີ້ງ ກ່າວ​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ສາ​ຍ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າ​ງ ສປ ​ຈີນ-ອາ​ຊຽນ​ ໄດ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ປະ​ສົບ​ຜົ​ນ​ສຳ​ເລັດຫຼາຍ​ທີ່​ສຸດ ແລະ​ມີ​ພະ​ລັງ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ຢູ່ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ແລະ​ກາຍ​ເປັນ​ຕົວ​ຢ່າງທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ດ້ານ​ການ​ຊຸກ​ຍູ້ ​ການ​ສ້າງ​ປະ​ຊາ​ຄົມ ​ຮ່ວ​ມ​ຊາ​ຕາ​ກຳ​ ຂອງມວນ​ມະ​ນຸດ. ທ່ານ ຮານ​ເຈີ້ງ ໄດ້​ສະ​ເໜີ​ 4 ຂໍ້​ສະ​ເໜີ ຄື: 1 ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ ​ດ້ານ​ຍຸດ​ທະ​ສາດ​ ການ​ພັດ​ທະ​ນາ, ຮ່ວມ​ກັນ​ສ້າງ ​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງຮ່ວມ​ກັນ​ ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ລິ​ເລີ່ມ ກ​ານ​ພັດ​ທະ​ນາ​ ທົ່ວໂລກ, ຂໍ້​ລິ​ເລີ່ມ​ ຄວາມ​ໝັ້​ນ​ຄົງ​​ ທົ່ວໂລກ, ຂໍ້​ລິ​ເລີ່ມ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ ແລະ ​ຂໍ້​ລິ​ເລີ່ມ ​ການ​ບໍ​ລິ​ຫານ​ທົ່ວ​ໂລກ. 2 ​ເລັ່ງ​ລັດ​ການ​ເປີດ​ປະ​ຕູ ແລະ​ ການ​ຮ່ວມ​ມື​ ໃນ​ພາກ​ພື້ນ, ຮ່ວມ​ກັນ ​ສ້າງ​ເຂດ​ ການ​ຄ້າ​ເສ​ລີ ​ຈີນ-ອາ​ຊຽນ ​ສະ​ບັບ 3,0 ໃຫ້​ດີ. 3 ຊຸ​ກ​ຍູ້​​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຮ່ວມ​ກັນ. 4 ​ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ ແລະ​ການ​ຖອດ​ຖອນ​ ບົດ​ຮຽນ​ ດ້ານ​ອະ​ລິ​ຍະ​ທຳ, ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ທີ່​ມີ​ຜົນ​ດີ​ ຕໍ່​ຊີ​ວີດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ໃຫ້ຫລາຍກວ່າ​ເກົ່າ. ທ່ານ ຮານ​ເຈີ້ງ ກ່າວ​ຕື່ມ​ວ່າ: ສປ ຈີນ​ ຈະ​ຍຶດ​ໝັ້ນ​ສະ​ໜອງ​ໂອ​ກາດ ຫລາຍກວ່າ​ເກົ່າ​ ໃຫ້​​ແກ່ໂລກ ​ດ້ວຍ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ​ ຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ກັນ ​ພັດ​ທະ​ນາ​ ດ້ວຍ​ການ​ພັດ​ທະ​ນາ​ ທີ່​ມີ​ຄຸນ​ນະ​ພ​າບ​ສູງ​ຂອງ​ຕົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top