ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຈີນ-ອາຊຽນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

17/09/2025 15:49
Email Print 121
ຂປລ ລະ​ຫວ່າງ​ ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການ​ໄປ​ມາ​ຫາ​ສູ່​ກັນ ​ລະ​ຫວ່​າງ​ ປະ​ຊາ​ຊົນ​ ແຜ່ນ​ດິນ​ໃຫຍ່​ ຈີນ-ອາ​ຊຽນ ​ມີຫລາຍກວ່າ 25.240.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 11,2% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 17 ກັນ​ຍາ​ນີ້, ກອງ​ປະ​ຊຸມ ​ສຳ​ມະ​ນາ​ ນະ​ໂຍ​ບາຍ ​ຄຸ້ມຄອງ​​ ຄົນ​ເຂົ້າ-ອອກ​ເມືອງ​ ພາກ​ພື້ນ​ ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ລຽນ​ຢູນ​ກັງ ແຂວງ​ຊ່ຽງ​ຊູ່​ຂອງ ສປ ​ຈີນ. ກອງ​ປະ​ຊຸມ​ດັ່ງ​ກ່າວ ​ລາຍ​ງານໃຫ້​ຮູ້​ວ່າ: ລະ​ຫວ່າງ​ ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການ​ໄປ​ມາ​ຫາ​ສູ່​ກັນ ​ລະ​ຫວ່​າງ​ ປະ​ຊາ​ຊົນ​ ແຜ່ນ​ດິນ​ໃຫຍ່​ ຈີນ-ອາ​ຊຽນ ​ມີຫລາຍກວ່າ 25.240.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 11,2% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້. ປະ​ຊາ​ຊົນ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ​ທີ່​ເດີນ​ທາງ​ ໄປ​ປະ​ເທດ​ ສະ​ມາ​ຊິກ ​ອາ​ຊຽນ ມີ​ເຖິງ 14.505.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ສາ​ເຫດ​ຕົ້​ນ​ຕໍ ​ຂອງ​ການ​ອອກ​ເມືອງ​ ແມ່ນ​ການ​ທ່ອງ​ທ່ຽວ ແລະ​ ຢ້ຽມ​ຢາມ ​ຍາດ​ຕິ​ພີ່​ນ້ອງ. ປະ​ຊາ​ຊົນ​ ຈາກ​ປະ​ເທດ ​ສະ​ມາ​ຊິກ ​ອາຊຽນ ​ທີ່​ເດີນ​ທາງ​ເຂົ້າ ​ແຜ່ນ​ດິນ​ໃຫຍ່​ຈີນ ​ມີ​ເຖິງ 10.739.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 27,5% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້, ສາ​ເຫດ​ຕົ້ນ​ຕໍ​ ຂອງການ​ເຂົ້າ​ເມືອງ ​ແມ່ນ​ການ​ທ່ອງ​ທ່ຽວ ແລະ ​ທຸ​ລະ​​ກິດ. ການ​ໄປ​ມາ​ຫາ​ສູ່​ກັນ ​ລະ​ຫວ່າງ ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top