ຈະແກ້ໄຂບັນຫາຂີ້ເຫຍື້ອແຄມທາງແນວໃດ ?

11/09/2025 11:22
Email Print 1001
ຂປລ ຂປລ. ປັດຈຸບັນນີ້, ບັນຫາການຖິ້ມຂີ້ເຫຍື້ອ ຢູ່ແຄມທາງເສັ້ນທາງຕ່າງໆ ບໍ່ວ່າຈະເປັນທາງຫລວງແຫ່ງຊາດ, ທາງຮ່ອມ ບາງຈຸດ ບາງບ່ອນແມ່ນໄດ້ກາຍເປັນ ສະໜາມຖິ້ມຂີ້ເຫຍື້ອ ຂະໜາດໜ້ອຍ ເຊິ່ງບັນຫາດັ່ງກ່າວ ເກີດຂຶ້ນຍ້ອນຄວາມມັກງ່າຍ ໂດຍບໍ່ຄຳນຶງເຖິງຜົນກະທົບ, ພາບພົດບໍ່ງາມຕາຂອງປະຊາຊົນ.

ຂປລ. ປັດຈຸບັນນີ້, ບັນຫາການຖິ້ມຂີ້ເຫຍື້ອ ຢູ່ແຄມທາງເສັ້ນທາງຕ່າງໆ ບໍ່ວ່າຈະເປັນທາງຫລວງແຫ່ງຊາດ, ທາງຮ່ອມ ບາງຈຸດ ບາງບ່ອນແມ່ນໄດ້ກາຍເປັນ ສະໜາມຖິ້ມຂີ້ເຫຍື້ອ ຂະໜາດໜ້ອຍ ເຊິ່ງບັນຫາດັ່ງກ່າວ ເກີດຂຶ້ນຍ້ອນຄວາມມັກງ່າຍ ໂດຍບໍ່ຄຳນຶງເຖິງຜົນກະທົບ, ພາບພົດບໍ່ງາມຕາຂອງບ້ານເມືອງ. ອີກດ້ານໜຶ່ງອາດແມ່ນ ການບໍລິການເກັບມ້ຽນຂີ້ເຫຍື້ອ ຂອງພາກສ່ວນກ່ຽວຂ້ອງບໍ່ທົ່ວເຖິງ ແລະ ອື່ນໆ.

ໜຶ່ງໃນຫລາຍເສັ້ນທາງ ທີ່ກາຍເປັນສະໜາມຖິ້ມຂີ້ເຫຍື້ອນັ້ນ, ຢູ່ເສັ້ນທາງຕັດໃໝ່ແຕ່ທາງ 450 ປີອອກໃສ່ 4 ແຍກບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຢູ່ໃນລະຫວ່າງຂົວນັ້ນ, ກໍ່ມີກອງຂີ້ເຫຍື້ອຖິ້ມ ຊະຊາຍມາເປັນເວລາຫລາຍເດືອນ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. ເຖິງວ່າ ເຈົ້າຂອງດິນ ຫລື ພາກສ່ວນກ່ຽວຂ້ອງ ໄດ້ຕິດປ້າຍຫ້າມ ທັງຂຽນກົດລະບຽບການປັບໄໝ ຕິດໄວ້ປ້າຍບັກໃຫຍ່ເປັນວາສອງວາ, ແຕ່ຂີ້ເຫຍື້ອກໍ່ນັບມື້ເພີ່ມຂຶ້ນ ອັນໄດ້ສ້າງພາບພົດ ບໍ່ງາມຕາຕໍ່ຜູ້ທ່ຽວທາງເສັ້ນນີ້. ທາງເສັ້ນນີ້ ກໍ່ສ້າງດ້ວຍຄອມກຣີດ ເຊິ່ງກໍ່ເປັນທາງໄດ້ມາດຖານ, ທາງດີ ອັນໄດ້ສ້າງຄວາມສະດວກສະບາຍ ຕໍ່ການໄປມາຂອງສັງຄົມ, ແຕ່ຄວາມສວຍງາມຂອງເສັ້ນທາງດັ່ງກ່າວ ກໍ່ກາຍເປັນເສັ້ນທາງທີ່ສ້າງຄວາມລຳຄານ ທີ່ເປີະເປື້ອນໄປດ້ວຍ ຂີ້ເຫຍື້ອນາໆຊະນິດ. ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ຈຸດດັ່ງກ່າວ ແມ່ນຍ້ອນຄວາມມັກງ່າຍ ຂອງບຸກຄົນທີ່ບໍ່ຄຳນຶງເຖິງ ຜົນກະທົບຕໍ່ສິ່ງແວດລ້ອມ, ພາບພົດບໍ່ ສວຍງາມຂອງຕົວເມືອງ, ບໍ່ຢາກຈ່າຍຄ່າບໍລິການຂີ້ເຫຍື້ອ ຫລື ເຈດຕະນາຖິ້ມຂີ້ເຫຍື້ອຊະຊາຍ.

ແນວໃດກໍ່ດີ,ໃນກອງປະຊຸມສະໃໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໄດ້ຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ. ໃນນັ້ນໄດ້ກຳນົດຢ່າງຈະແຈ້ງ ກ່ຽວກັບມາດຕະການປັບໃໝ ຕໍ່ຜູ້ລະເມີດຖິ້ມຂີ້ເຫຍື້ອຊະຊາຍ ປັບໃໝເລີ່ມຕົ້ນ 100.000 ກີບ ຫາ 100 ລ້ານກີບຕໍ່ຄັ້ງ, ສ່ວນຈູດສິ່ງເສດເຫລືອຊະຊາຍ ຈະຖືກປັບໃໝເລີ່ມຕົ້ນ 1.000.000-10.000.000ກີບຕໍ່ຄັ້ງ.

ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ໄດ້ກໍານົດມາດຕະການ ປັບໄໝຕໍ່ຜູ້ລະເມີດລະບຽບ ການຖີ້ມຂີ້ເຫຍື້ອຄື: ບຸກຄົນນິຕິບຸກຄົນ ແລະ ການຈັດຕັ້ງທີ່ຖິ້ມຂີ້ເຫຍື້ອທີ່ບໍ່ຖືກຈຸດ (ຖິ້ມຊະຊາຍ) ທີ່ລະບຸໄວ້ໃນມາດຕາ 30 ເຊິ່ງອັດຕາການປັບໃໝແມ່ນ ຄິດຕາມປະລິມານຂີ້ເຫຍື້ອເຊັ່ນ: ປະລິມານຕໍ່າກວ່າ 1 ກິໂລລົງມາ ຈະຖືກປັບໃໝ 100.000 ກີບຕໍ່ຄັ້ງ ກໍລະນີຖິ້ມຂີ້ເຫຍື້ອປະລິມານເກີນ 1 ກິໂລ ຫາ 10 ກິໂລ ຈະຖືກປັບໃໝ 600.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອປະລິມານເກີນ 10 ກິໂລ ຫາ 50 ກິໂລ ຈະຖືກປັບໄໝ 1.000.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອປະລິມານເກີນ 50 ກິໂລ ຫາ 100 ກິໂລ ຈະຖືກປັບໄໝ 2.000.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອປະລິມານເກີນ 100 ກິໂລ ຫາ 1.000 ກິໂລ ຈະຖືກປັບໃໝ 20.000.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອປະລິມານເກີນ 1.000 ກິໂລຂຶ້ນໄປຈະຖືກປັບໃໝ 100.000.000 ກີບຕໍ່ຄັ້ງ.ໃນນີ້ບໍ່ລວມ ຄ່າໃຊ້ຈ່າຍສໍາລັບການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອເພື່ອນໍາໄປກຳຈັດຂີ້ເຫຍື້ອ ຢ່າງຖືກວິທີຢູ່ສະໜາມ ກຳຈັດຂີ້ເຫຍື້ອທີ່ລັດໄດ້ກຳນົດໄວ້ ເຊິ່ງຜູ້ລະເມີດຈະຕ້ອງຮັບຜິດຊອບຈ່າຍທັງໝົດ ຖ້າບຸກຄົນນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ມີເຈດຕະນາ ນໍາເອົາຂີ້ເຫຍື້ອຂອງຕົນມາຖິ້ມໃສ່ຖັງຂີ້ເຫຍື້ອ ຕາມສະຖານທີ່ສາທາລະນະຈະຖືກປັບໃໝ, ຖ້າບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຈູດຂີ້ເຫຍື້ອຈູດປ່າຈູດທົ່ງນາ-ຮົ້ວສວນຊະຊາຍ ຈະຖືກປັບໃໝ 1.000.000 ຫາ 10.000.000 ກີບຕໍ່ຄັ້ງ.

      ເມື່ອມີຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນະຄອນຫລວງວຽງຈັນ ຄືແນວນັ້ນແລ້ວ, ຢາກສ້າງນະຄອນຫລວງວຽງຈັນ ທີ່ສະອາດງາມຕາ ທັງດຶງດູດແຂກ ມາທ່ຽວຊົມ, ພັກຜ່ອນຍ່ອນອາລົມນັ້ນ, ຕ້ອງຮີບຮ້ອນແກ້ໄຂການເກັບຂີ້ເຫຍື້ອຢ່າງທົ່ວເຖິງ ແລະ ທັນເວລາ, ເພີ່ມຂີດຄວາມສາມາດຂອງບຸກຄະລາກອນ, ອຸປະກອນພາຫະນະ ຮັບໃຊ້ທີ່ຈຳເປັນ, ການເຊັນສັນຍາພາກສ່ວນເອກະຊົນ ທີ່ໃຫ້ບໍລິການເກັບຂີ້ເຫຍື້ອ ໃຫ້ມີຄວາມໂປ່ງໃສ, ຮັດກຸມ ທັງເຊື່ອຖືໄດ້. ເຖິງເວລາແລ້ວ ການຈັດການສິ່ງເສດເຫລືອ, ການເກັບຂີ້ເຫຍື້ອ ຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອຄວາມຈົບງາມ ຂອງສະພາບແວດລ້ອມ ເພື່ອສຸຂະພາບຂອງຄົນ ແລະ ສັດ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top