ນ້ຳຖ້ວມຢູ່ອິນໂດເນເຊຍ ມີຜູ້ເສຍຊີວິດ 14ຄົນ

12/09/2025 10:11
Email Print 935
ຂປລ ເຈົ້າໜ້າທີ່ ລັດຖະບານ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 14 ຄົນ ຈາກເຫດການ ນ້ຳຖ້ວມ ເທິງເກາະ ບາຫລີ ຂອງອິນໂດເນເຊຍ ແລະ ສູນຫາຍອີກ 2 ຄົນ.

ຂປລ.ຕາມຂ່າວຈາກ ຈາກາຕາ,ວັນທີ11 ກັນຍານີ້, ເຈົ້າໜ້າທີ່ ລັດຖະບານ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 14 ຄົນ ຈາກເຫດການ ນ້ຳຖ້ວມ ເທິງເກາະ ບາຫລີ ຂອງອິນໂດເນເຊຍ ແລະ ສູນຫາຍອີກ 2 ຄົນ. ປັດຈຸບັນ ມີເຈົ້າໜ້າທີ່ກູ້ໄພ 125ຄົນ ຖືກສົ່ງໄປ ຄົ້ນຫາ ຜູ້ສູນຫາຍ ແລະ ປະຊາຊົນ ຫລາຍກວ່າ 500ຄົນ ຖືກຍົກຍ້າຍ ໄປຍັງ ໂຮງຮຽນ ແລະ ມັດສະຍິດ ເພື່ອພັກອາໄສ ເປັນການຊົ່ວຄາວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top