ອາຊຽນ ສ້າງຕັ້ງກຳລັງປະຕິບັດໜ້າທີ່ພິເສດກ່ຽວກັບການປ້ອງກັນຄວາມສະຫງົບຢູ່ພາກພື້ນ

13/09/2025 10:19
Email Print 641
ຂປລ ໃນຂອບເຂດ ກອງປະຊຸມ ຜູ້ບັນຊາການ ກຳລັງ ປ້ອງກັນຊາດ ອາຊຽນ ຄັ້ງທີ 22 (ACDFM-22), ໄດ້ດຳເນີນແຕ່ ວັນທີ 10 – 12 ກັນຍາ, ຢູ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ, ບັນດາເຈົ້າໜ້າທີ່ ປ້ອງກັນຊາດ ແຖວໜ້າ ອາຊຽນ ໄດ້ເຫັນດີ ສ້າງຕັ້ງກຳລັງ ປະຕິບັດໜ້າທີ່ ພິເສດລວມ ເພື່ອແກ້ໄຂ ບັນດາໄພນາບຂູ່ ຂ້າມຊາຍແດນ ແບບໃໝ່ ແລະ ສະໜອງ ການກູ້ໄພ ກູ້ຊີບ ວິນາດຕະກຳ ໃນພາກພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນຂອບເຂດ ກອງປະຊຸມ ຜູ້ບັນຊາການ ກຳລັງ ປ້ອງກັນຊາດ ອາຊຽນ ຄັ້ງທີ 22 (ACDFM-22), ໄດ້ດຳເນີນແຕ່ ວັນທີ 10 – 12 ກັນຍາ, ຢູ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ, ບັນດາເຈົ້າໜ້າທີ່ ປ້ອງກັນຊາດ ແຖວໜ້າ ອາຊຽນ ໄດ້ເຫັນດີ ສ້າງຕັ້ງກຳລັງ ປະຕິບັດໜ້າທີ່ ພິເສດລວມ ເພື່ອແກ້ໄຂ ບັນດາໄພນາບຂູ່ ຂ້າມຊາຍແດນ ແບບໃໝ່ ແລະ ສະໜອງ ການກູ້ໄພ ກູ້ຊີບ ວິນາດຕະກຳ ໃນພາກພື້ນ. ທ່ານ ພົນເອກ ໂມຮາສ ນີຊຳ ຈາຟາ(Mohz Nizam Jaffar) ຫົວໜ້າຜູ້ບັນຊາການ ກຳລັງປ້ອງກັນຊາດ ມາເລເຊຍ ໃຫ້ຮູ້ວ່າ ພວມປະຕິບັດໜ້າທີ່ ພິເສດນີ້ ຈະສວມບົດບາດ ໃນການແກ້ໄຂບັນດາໄພນາບຂູ່ ຂ້າມຊາຍແດນ ແບບໃໝ່,ເຊັ່ນ: ອາດຊະຍາກຳ ທາງອິນເຕີເນັດ ແລະ ສໍ້ໂກງ ຫລອກລ່ວງ ທາງອິນເຕີເນັດ, ກໍຄື ປະສານງານ ບັນດາຄວາມ ມານະ ພະຍາຍາມ ກູ້ໄພ ກູ້ຊີບ ວິນາດຕະກຳ ໃນພາກພື້ນ. ກຳລັງປະຕິບັດໜ້າທີ່ ພິເສດ ເລີ່ມເຄື່ອນໄຫວ ແຕ່ວັນທີ 10 ກັນຍາ, ບັນດາເຈົ້າໜ້າທີ່ ປ້ອງກັນຊາດ ອາຊຽນ ຈະພິຈາລະນາ ແລະ ຕິດຕາມ ບັນດາ ບັນຫາ ທີ່ໄດ້ຍົກອອກມາ ໃນກອງປະຊຸມຄັ້ງຕໍ່ໄປຢູ່ ມານີລາ(Manila) ຂອງ ຟີລິບປິນ ໃນປີໜ້າ ຢ່າງໃກ້ຊິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top