ເປີດບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວແຂວງຫລວງພະບາງ

17/09/2025 12:44
Email Print 140
ຂປລ ຂປລ. ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຈັດພິທີໂຮມຊຸມນຸມປະກາດບັ້ນດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V


     ຂປລ. ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຈັດພິທີໂຮມຊຸມນຸມປະກາດບັ້ນດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃນວັນທີ 15 ກັນຍາ 2025 ທີ່ແຂວງຫລວງພະບາງ ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍພະນັກງານຫລັກແຫລ່ງຂັ້ນແຂວງ, ຂັ້ນເມືອງ, ນັກເດີນສໍາຫລວດພົນລະເມືອງທີ່ຢູ່ອາໄສ, ອົງການປົກຄອງບ້ານໃນເທສະບານ ນະຄອນຫລວງພະບາງ ເຂົ້າຮ່ວມ. 
      ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະ ສາກົນ, ປະຊາກອນຢູ່ໃນໂລກນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນລະຫວ່າງປີ 1985 ຫາ 2025, ປະຊາກອນໂລກເພີ່ມ ຂຶ້ນຈາກປະມານ 4 ຕື້ຄົນ ເປັນປະມານ 8 ຕື້ຄົນ, ເຖິງວ່າອັດຕາການຂະຫຍາຍຕົວຂອງປະຊາກອນຈະຊ້າລົງກໍຕາມ, ແຕ່ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງນະວັດຕະກໍາເຕັກໂນໂລຊີເຂົ້າໃນການດູແລສຸຂະພາບ, ການຜະລິດ-ການສະໜອງອາຫານທີ່ມີຄຸນນະພາບ ເຮັດໃຫ້ຊີວິດການເປັນຢູ່ໂດຍລວມແມ່ນດີຂຶ້ນ, ອັດຕາການຕາຍຕໍ່າ ແລະ ອາຍຸຍືນສະເລ່ຍເພີ່ມຂຶ້ນ. ການຄາດຄະເນຊີ້ໃຫ້ເຫັນວ່າປະຊາກອນໂລກຈະສືບຕໍ່ເພີ່ມຂຶ້ນ ແລະ ຄາດວ່າປະຊາກອນຈະບັນລຸປະມານ 8 ຕື້ຄົນ ໃນປີ 2030. 
      ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າຕະຫລອດຮອດພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ຊາວຄ້າຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ແຂວງຫລວງພະບາງ ໃນໄລຍະການດໍາເນີນການສໍາ ຫລວດຈົ່ງໃຫ້ການສະໜັບສະໜູນໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສໍາຫລວດໃນຄັ້ງນີ້ ພ້ອມທັງສະເໜີໃຫ້ບັນດາຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ໃນການນໍາພາ-ຊີ້ນໍາໃຫ້ຄວາມສະດວກ ແລະ ປະສານສົມທົບຢ່າງໃກ້ຊິດກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ການຮ່ວມມື, ສ້າງເງື່ອນໄຂທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບ ຄວາມປອດໄພ 100%.
ໃນພິທີຍັງໄດ້ມີການມອບອຸປະກອນຮັບໃຊ້ໃນຫ້ອງການ ແລະ ລົດຈັກໃຫ້ບັນດາເມືອງ-ນະຄອນຫລວງພະບາງ 12 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານການເດີນສໍາຫລວດຄັ້ງນີ້ ຕື່ມອີກ.
   ໂດຍ: ທະນູສີນ ອິດທິພົນ

KPL

ຂ່າວອື່ນໆ

ads
ads

Top