ຜະລິດຕະພັນວີແຄຣ ໂສມສະກັດ ໄດ້ຮັບຄວາມນິຍົມຈາກສັງຄົມ

15/09/2025 20:51
Email Print 291
ຂປລ ຂປລ. ຜະລິດຕະພັນໂສມສະກັດວີແຄຣ (We Care) ຖືເປັນຜະລິດຕະພັນ ເຄື່ອງດື່ມເພື່ອສຸຂະພາບຂອງຄົນລາວແທ້ 100 ເປີເຊັນ

    ຂປລ. ຜະລິດຕະພັນໂສມສະກັດວີແຄຣ (We Care) ຖືເປັນຜະລິດຕະພັນ ເຄື່ອງດື່ມເພື່ອສຸຂະພາບຂອງຄົນລາວແທ້ 100 ເປີເຊັນ ຜູ້ທີ່ມີແນວຄວາມຄິດສ້າງ ສັນນໍາເອົາວັດຖຸດິບທໍາມະຊາດທີ່ຂຶ້ນຊື່ຂອງເມືອງດາກຈຶງ ແຂວງເຊກອງ ປຸງແຕ່ງເປັນເຄື່ອງດື່ມເພື່ອສຸຂະພາບເພື່ອສ້າງມູນຄ່າເພີ່ມຈາກໂສມທໍາມະດາກາຍເປັນໂສມທີ່ມີລາຄາທີ່ສັງຄົມຍອມຮັບດ້ວຍຄຸນນະພາບມາດຖານການຜະລິດຈຶ່ງເຮັດໃຫ້ຜະລິດຕະພັນໂສມສະກັດວີແຄຣ (We Care)  ໄດ້ຮັບ ອຍ ຈາກກະຊວງສາທາລະນະສຸກ, ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ສິນຄ້າປອດໄພ ແລະ ໃສ່ໃຈຕໍ່ສຸຂະພາບຂອງຜູ້ບໍລິໂພກເນື່ອງຈາກວ່າມີສັບພະຄຸນຊ່ວຍຢັບຢັ້ງພະຍາດເບົາຫວານ, ຊ່ວຍຜ່ອນຄາຍແກ້ອາການອ່ອນເພຍອາການນອນບໍ່ຫລັບ, ປັບການໄຫລວຽນຂອງເລືອດໃຫ້ດີຂຶ້ນ, ບຳລຸງສະໝອງເສີມສ້າງຄວາມຈື່ຈຳ, ຊ່ວຍແກ້ອາການເມົາຄ້າງ ແລະ ອື່ນໆອີກ. 

    ທ່ານນາງ ທິບພະຈັນ ອ່ອນມະນີ ຜູ້ອໍານວຍການໂຮງງານປຸງແຕ່ງໂສມສະກັດວີແຄຣ ໄດ້ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ໂຮງງານປຸງແຕ່ງໂສມສະກັດວີແຄຣ ດຳເນີນທຸລະກິດ SME ຂະໜາດນ້ອຍແບບຄອບຄົວຕັ້ງຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2021 ໂດຍໄດ້ມີການຄົ້ນຄວ້າ, ທົດລອງການປຸງແຕ່ງໂສມເປັນເວລາ 2 ປີກວ່າ ແລະ ໄດ້ເຂົ້າຈົດທະບຽນວິສາຫະກິດໃນປີ 2021 ໂດຍນໍາໃຊ້ວັດຖຸດິບຫລັກຈາກໂສມທໍາມະຊາດ ເມືອງດາກຈຶງ ແຂວງເຊກອງ ເກືອບ 90% ນໍາມາປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ເພື່ອສ້າງມູນຄ່າເພີ່ມໃຫ້ກັບໂສມທໍາມະຊາດມີລາຄາ ແລະ ມີຄຸນຄ່າປະກອບສ່ວນສ້າງວຽກເຮັດງານທຳ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງໄດ້ຮັບການຢັ້ງຢືນເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໃນປີ 2022 ໂດຍຮັບປະກັນຄຸນນະພາບໄດ້ຕາມມາດຕະຖານຂອງກະຊວງສາທາ ລະນະສຸກວາງອອກ ແລະ ໄດ້ຮັບໃບຢັ້ງຢືນຈາກກົມອາຫານ ແລະ ຢາ (ອຍ) ໃນປີ 2023 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ກໍຄື ລັດຖະບານ ເພື່ອຊຸກຍູ້ສົ່ງເສີມການປູກ, ການຜະລິດໂສມໃຫ້ກາຍເປັນສິນຄ້າຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ໂສມສະກັດວີແຄຣ ມີສັບພະຄຸນຊ່ວຍບຳລຸງຜິວພັນໃຫ້ອ່ອນກ່ອນໄວ, ປິ່ນປົວພະຍາດເບົາຫວານ, ຊ່ວຍຜ່ອນຄາຍ, ແກ້ອາການອ່ອນເພຍ, ອາການນອນບໍ່ຫລັບ, ປັບການໄຫລວຽນຂອງເລືອດໃຫ້ດີຂຶ້ນ, ບຳລຸງສະໝອງ, ເສີມສ້າງຄວາມຈື່ຈຳ ແລະ ຊ່ວຍແກ້ອາການເມົາຄ້າງ, ເສີມສ້າງພູມຕ້ານທານໃຫ້ຮ່າງກາຍ, ເພີ່ມສະມັດຖະພາບທາງເພດ ຊຶ່ງຜະລິດຕະພັນດັ່ງກ່າວ ປະກອບມີປະເພດ ໂສມສະກັດສູດດັ້ງເດີມ ແລະ ສູດປະສົມນ້ຳເຜິ້ງ, ໂສມແຫ້ງດາກຈຶງ ແລະ ຊາສະໝຸນໄພ 3 ສະຫາຍ (ຫົວສິງໄຄ, ໃບເຕີຍ, ນໍ້າເຜິ້ງ) ໂດຍມີສັບພະຄຸນຊ່ວຍບໍາລຸງຮ່າງກາຍ. ໂສມສະກັດວີແຄຣ ເປັນສິ່ງທີ່ພູມໃຈທີ່ສຸດສິ່ງໜຶ່ງຂອງຄອບຄົວ ກໍຄື ແຂວງເຊກອງ ດ້ວຍແຮງສະໜັບສະໜູນຊຸກຍູ້ຈາກພາກລັດ ຈຶ່ງກາຍເປັນຜະລິດຕະພັນທີ່ສົມບູນແບບພາຍໃຕ້ຍີ່ຫໍ້ “ວີແຄຣ” ເປັນເຈົ້າຂອງໂຮງງານທຳອິດໃນປະເທດລາວທີ່ນໍາເອົາ “ໂສມດາກຈຶງ” ທີ່ເປັນວັດຖຸດິບທໍາມະຊາດ ຈາກເມືອງດາກຈຶງ ແຂວງເຊກອງ ຢູ່ທາງພາກໃຕ້ຂອງ ສປປ ລາວ ນໍາມາແປຮູບ ໂດຍຄົນລາວແທ້ 100%.
    ທ່ານນາງ ທິບພະຈັນ ອ່ອນມະນີ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ໄດ້ນໍາເອົາຜະລິດຕະພັນໂສມເຂົ້າຮ່ວມງານວາງສະແດງຢູ່ປັກກິ່ງ ສປ ຈີນ ແລະ ປະເທດໄທ, ປັດຈຸບັນໄດ້ວາງຈຳໜ່າຍທັງພາຍໃນ ແລະ ສົ່ງອອກໄປ ສສ ຫວຽດນາມ, ໄທ ແລະ ມີຕົວແທນຈຳນວນໜຶ່ງ ຊຶ່ງຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດ ແມ່ນໂສມສະກັດວີແຄຣ ສູດດັ້ງເດີມ ຫລື ເອີ້ນວ່າ ໂສມກ່ອງແດງລາຄາເລີ່ມຕົ້ນ 50 ກຣາມ 270.000 ກີບ, ສ່ວນ 100 ກຣາມ ແມ່ນ 450.000 ກີບ. ໃນອະນາຄົດທາງໂຮງງານຈະມີການສົ່ງເສີມໃຫ້ປະຊາຊົນຫັນມາປູກໂສມແທນການປູກມັນຕົ້ນໃຫ້ຫລາຍຂຶ້ນ ຊຶ່ງເຮັດໃຫ້ມີລາຄາສູງ, ໂສມ 1 ກິລາ ລາຄາ 180.000 ກີບ ເພື່ອເປັນທ່າແຮງໃຫ້ແຂວງພ້ອມທັງສ້າງລາຍຮັບໃຫ້ກັບຄອບຄົວ, ຖ້າທ່ານໃດມີຄວາມສົນໃຈສາມາດເຂົ້າໄປສອບຖາມໄດ້ທີ່ເຟສບຸກໂສມສະກັດວີແຄຣໄດ້.

ໂດຍ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top