ຂປລ
ຈີນ ໄດ້ປະສົບຜົນສຳເລັດ ໃນການ ສົ່ງດາວທຽມທົດລອງ ເຕັກໂນໂລຊີອິນເຕີເນັດ ຜ່ານດາວທຽມ ຂຶ້ນໄປສູ່ ອາວະກາດ ຈາກ ສູນປ່ອຍ ດາວທຽມ ຈີ່ວເສວຽນ ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 16 ກັນຍາ, ຈີນ ໄດ້ປະສົບຜົນສຳເລັດ ໃນການ ສົ່ງດາວທຽມທົດລອງ ເຕັກໂນໂລຊີອິນເຕີເນັດ ຜ່ານດາວທຽມ ຂຶ້ນໄປສູ່ ອາວະກາດ ຈາກ ສູນປ່ອຍ ດາວທຽມ ຈີ່ວເສວຽນ ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ.
ໂດຍ ຈະຫລວດຂົນສົ່ງ ດາວທຽມ ລອງມາຣ-2 ຊີ (Long March-2C) ຊຶ່ງມີ ທ່ອນເທິງສຸດ ເປັນຍານຫຍ່ວນເຈີງ-1 ເອສ (Yuanzheng-1S) ຫລື ເອັກເພດີຊັນ-1 ເອສ (Expedition-1S) ໄດ້ບັນທຸກ ດາວທຽມດັ່ງກ່າວ ໄດ້ທະຍານຂຶ້ນ ຈາກສູນປ່ອຍ ເຂົ້າສູ່ ວົງໂຄຈອນ ທີ່ ກຳນົດໄວ້ ຢ່າງສຳເລັດ. ການສົ່ງດາວທຽມ ໃນຄັ້ງນີ້ ຖືເປັນພາລະກິດ ຄັ້ງທີ 595 ຂອງ ຈະຫລວດຂົນສົ່ງ ຕະກູນລອງມາຣ./
KPL