ກອງປະຊຸມຮ່ວມມືສື່ມວນຊົນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຢູ່ ຄຸນໝິງ

17/09/2025 12:41
Email Print 103
ຂປລ ກອງປະຊຸມ ການຮ່ວມມື ດ້ານສື່ມວນຊົນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປີ 2025 (2025 Media Cooperation Forum on Belt and Road) ໄດ້ຖືກຈັດຂຶ້ນ ໃນວັນທີ 16 ກັນຍາ ປີ 2025 ຢູ່ນະຄອນຄຸນໝິງ ແຂວງ ຢຸນນານ ຂອງ ສປ ຈີນ ພາຍໃຕ້ຫົວ ການແບ່ງປັນຄວາມຮັບຜິດຊອບ ຂອງ ສື່ມວນຊົນ

ຂປລ . ກອງປະຊຸມ ການຮ່ວມມື ດ້ານສື່ມວນຊົນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປີ 2025 (2025 Media Cooperation Forum on Belt and Road) ໄດ້ຖືກຈັດຂຶ້ນ ໃນວັນທີ 16 ກັນຍາ ປີ 2025 ຢູ່ນະຄອນຄຸນໝິງ ແຂວງ ຢຸນນານ ຂອງ ສປ ຈີນ ພາຍໃຕ້ຫົວ ການແບ່ງປັນຄວາມຮັບຜິດຊອບ ຂອງ ສື່ມວນຊົນ ເພື່ອແລກປ໋ຽນ ແລະ ຮຽນຮູ້ຫລາຍສິ່ງ ຫລາຍຢ່າງ ກ່ຽວກັບ ຄວາມສີວິໄລ (Chared Media Responsibility for Exchange and Mutual Learning among Civilizations).

ກອງປະຊຸມດັ່ງກ່າວ ຈັດຂຶ້ນ ໂດຍມີ ການເຂົ້າຮ່ວມ ຂອງ ທ່ານ ເຈິງ ຈຽນປາງ ຮອງປະທານ ຄະນະ ປະຈໍາ ສະພາປະຊາຊົນ ແຫ່ງສປ ຈີນ, ທ່ານ ຫວັງ ໜິງ ເລຂາ ຄະນະ ພັກກອມມູນິດແຂວງ ຢຸນນານ, ພ້ອມທັງ ເປັນປະທານ ຄະນະປະຈໍາ ສະພາປະຊາຊົນແຂວງຢຸນນານ, ທ່ານ ຫວັງ ກາງ ຮອງຫົວໜ້າ ກົມເຜີຍແຜ່ ຄະນະສູນກາງພັກກອມມູນິດຈີນ.

ທ່ານ ຫວັງ ຢູໂບ (WANG Yubo) ຮອງເລຂາ ຄະນະພັກກອມມູນິດຈີນ ແຂວງຢຸນນານ, ເຈົ້າແຂວງຢຸນນານ ກ່າວວ່າ: ແຂວງຢຸນນານ ໄດ້ກາຍເປັນຈຸດສໍາຄັນ ຂອງ ການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນ, ໂດຍສະເພາະກັບ ປະເທດອາຊຽນ. ໃນຂະນະດຽວກັນ,  ທ່ານ ຍັງໄດ້ກ່າວຕື່ມວ່າ: ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງ ເສັ້ນທາງ, ໂຄງການ ທາງລົດໄຟ ຈີນ-ລາວ ໄດ້ຊ່ວຍເຮັດໃຫ້ ສປປ ລາວ, ເຊິ່ງເປັນປະເທດ ທີ່ບໍ່ມີ ທາງອອກສູ່ທະເລ ກາຍເປັນ ປະເທດເຊື່ອມຈອດ ຫລື ປະເທດທາງຜ່ານ. ສະນັ້ນ: ການຮ່ວມມື ດ້ານສື່ມວນຊົນ ແມ່ນຊ່ວຍສົ່ງເສີມ ການໄປມາຫາ ສູ່ລະຫວ່າງ ປະຊາຊົນ, ຄວາມເຂົ້າໃຈກັນ ຫລາຍຂຶ້ນ, ການແລກປ່ຽນ, ຮໍ່າຮຽນເຊິ່ງກັນ ແລະ ກັນ".

ຄຽງຄູ່ກັນນັ້ນ, ເຄືອຂ່າຍ ຂໍ້ມູນຂ່າວສານ ພາຍໃຕ້ຂໍ້ລິເລີ່ມ ໝຶ່ງແລວ ໜຶ່ງເສັ້ນທາງ (BRNN) ໄດ້ສ້າງຕັ້ງຂື້ນ ຮ່ວມກັນ ໂດຍ ອົງການສື່ມວນຊົນ ຈາກ ບັນດາປະເທດ, ຂົງເຂດ ທີ່ຢູ່ພາຍໃຕ້ ຂໍ້ລິເລີ່ມ ໜຶ່ງແລ້ວ ໜຶ່ງເສັ້ນທາງ, ໂດຍມີ ຈຸດປະສົງ ເພື່ອສົ່ງເສີມ ຄວາມເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມື ດ້ວຍຮູບແບບກິດຈະກໍາ ກົນໄກ ການປະສານງານ ເພື່ອຕອບສະໜອງ ຕາມຂໍ້ສະເໜີຂອງ ທ່ານ ສີ ຈິ້ນຜິງ ປະທານ ປະເທດແຫ່ງ ສປ ຈີນ ກ່ຽວກັບ ການສ້າງ ເຄືອຂ່າຍ ຂໍ້ມູນຂ່າວສານ ຢູ່ໃນກອງປະຊຸມ ການຮ່ວມມືສາກົນ ຄັ້ງທໍາອິດ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ຈັດຂຶ້ນ ໃນປີ 2017.

ຄະນະສື່ມວນຊົນລາວ ປະກອບມີ 9 ທ່ານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຊຶ່ງນໍາພາ ໂດຍທ່ານ ວັນໄຊ ຕາວິນຍານ ຮອງຫົວໜ້າ ຄະນະໂຄສະນາອົບຮົມ ສູນກາງພັກ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໂດຍ ໜັງສືພິມປະຊາຊົນ ແຫ່ງ ສປ ຈີນ (People's Daily), ຄະນະພັກກອມນູນິດແຂວງ (CPC Yunnan Provincial Committee) ແລະ ລັດຖະບານ ປະຊາຊົນ ແຂວງຢຸນນານ (People's Government of Yunnan Province)./

KPL

ຂ່າວອື່ນໆ

ads
ads

Top