ຂປລ
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເມື່ອບໍ່ດົນມານີ້, ໂດຍໄດ້ແຈ້ງສະພາບ ທີ່ກ່ຽວຂ້ອງກັບ ງານວາງສະແດງ ການຄ້າ ດີຈີຕອນ ທົ່ວໂລກ ຄັ້ງທີ 4.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເມື່ອບໍ່ດົນມານີ້, ໂດຍໄດ້ແຈ້ງສະພາບ ທີ່ກ່ຽວຂ້ອງກັບ ງານວາງສະແດງ ການຄ້າ ດີຈີຕອນ ທົ່ວໂລກ ຄັ້ງທີ 4. ໃນໂກາດນີ້ ທ່ານ ເຊີ້ງຊີ່ວພິງ ຮອງລັດຖະມົນຕີ ກະຊວງການຄ້າຈີນ ກ່າວວ່າ: ລະຫວ່າງ ວັນທີ 25 ຫາ 29 ກັນຍານີ້, ງານວາງສະແດງການຄ້າ ດີຈີຕອນທົ່ວໂລກ ຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນຮາງໂຈ່ວ ແຂວງເຈີ້ຈ່ຽງຈີນ. ປັດຈຸບັນ, ການກະກຽມວຽກງານຕ່າງໆ ໃຫ້ແກ່ງານວາງສະແດງຄັ້ງນີ້ ໄດ້ສຳເລັດແລ້ວ ໂດຍຈະອອກແຮງສຸດຂີດ ເພື່ອບັນລຸ ການບຸກທະລຸໃນ 3 ດ້ານຄື: ການເປີດປະຕູ ແລະ ການປະດິດສ້າງໃໝ່ ໃຫ້ຫລາຍຂຶ້ນ ກວ່າເກົ່າ, ມີລັກສະນະ ດ້ານການຄ້າ ດີຈີຕອນຫລາຍກວ່າເກົ່າ ແລະ ມີກິດຈະກຳ ຕາມຫົວຂໍ້ຕົ້ນຕໍ ທີ່ດີເດັ່ນກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL