ນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງ ຜ່ານສິບສອງພັ່ນນາ ຢູ່ເຂດຊາຍແດນຈີນ-ລາວ ມີຫລາຍກວ່າ 2 ລ້ານເທື່ອຄົນ

12/09/2025 10:11
Email Print 532
ຂປລ ດ່ານກວດ​ກາ ​ຄົນ​ເຂົ້າ​-ອອກ ​ເມືອງ​ບໍ່​ຫານ ແຂວງ​ຢຸນ​ນານ ຂອງ ສປ ​ຈີນ ​ໄດ້​ແຈ້ງ​ໃຫ້​ຮູ້​​ວ່າ: ​ນັບ​ມາ​ຮອດ ​ວັນ​ທີ 9 ກັນ​ຍາ​ນີ້, ດ່ານ​ດັ່ງ​ກ່າວ​ ໄດ້​ກວດ​ກາ​ນັກ​ທ່ອງ​ທ່ຽວ ​ເຂົ້າ​-ອອກ​ເມືອງ​ຈີນ ​ຈາກ 108 ປະ​ເທດ ​ແລະ​ ເຂດ​ແຄວ້ນ ​ໃຫ້​ຜ່ານ​ດ່ານ​ ທັງ​ໝົດ 2,01 ​ລ້ານ​ກວ່າເທື່ອ​ຄົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ດ່ານກວດ​ກາ ​ຄົນ​ເຂົ້າ​-ອອກ ​ເມືອງ​ບໍ່​ຫານ ແຂວງ​ຢຸນ​ນານ ຂອງ ສປ ​ຈີນ ​ໄດ້​ແຈ້ງ​ໃຫ້​ຮູ້​​ວ່າ: ​ນັບ​ມາ​ຮອດ ​ວັນ​ທີ 9 ກັນ​ຍາ​ນີ້, ດ່ານ​ດັ່ງ​ກ່າວ​ ໄດ້​ກວດ​ກາ​ນັກ​ທ່ອງ​ທ່ຽວ ​ເຂົ້າ​-ອອກ​ເມືອງ​ຈີນ ​ຈາກ 108 ປະ​ເທດ ​ແລະ​ ເຂດ​ແຄວ້ນ ​ໃຫ້​ຜ່ານ​ດ່ານ​ ທັງ​ໝົດ 2,01 ​ລ້ານ​ກວ່າເທື່ອ​ຄົນ ເຊິ່ງໄດ້​ບັນ​ລຸ​ຕົວ​ເລກ​ນີ້ ​ໄວ​ກວ່າ​ປີ​ກາຍ​ນີ້​ປະ​ມານ 1 ເດືອນ. ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ​ທີ່​ດ່ານ​ດັ່ງ​ກ່າວ ​ໄດ້ກວດ​ກາ ​ແລະ​ ໃຫ້​ຜ່ານ​ນັ້ນ, ​ມີນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດເຖິງ 9,77 ແສນກວ່າ ​ເທື່ອ​ຄົນ, ກວມ​ຫລາຍກວ່າ 48%, ເພີ່ມ​ຂຶ້ນ​ຫລາຍກວ່າ 28% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ປະ​ເທດ​ທີ່​ຢູ່​ໃນ​ 3 ອັນ​ດັບທຳ​ອິດແມ່ນ: ສປປ ລາວ,ໄທ ​ແລະ​ ມາ​ເລ​ເຊຍ. ໃນ​ນັ້ນ, ນັກ​ທ່ອ​ງ​ທ່ຽວ​ຕ່າງ​ປະ​ເທດ​ ທີ່​ເຂົ້າ​ເມືອງ​ຈີນ ​ໂດຍ​ການຍົກ​ເວັ້ນ​ວີ​ຊາ ​ມີ​ເຖິງ 4,76 ແສນກວ່າ​ ເທື່ອ​ຄົນ, ເພີ່ມ​ຂຶ້ນ ​ຫລາຍກວ່າ 30% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top