ທ່ານ ສີ ຈິ້ນຜິງ ລົງນາມລັດຖະດຳລັດປະທານປະເທດ ສະບັບເລກທີ 51-57

13/09/2025 10:19
Email Print 513
ຂປລ ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ​ ໄດ້​ລົງ​ນາມ ລັດ​ຖະ​ດຳ​ລັດ​ ປະ​ທານ​ ປະ​ເທດ ສະບັບ ​ເລກທີ 51,​52,53, 54, 55, 56, 57.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 12 ກັນ​ຍານີ້, ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ​ ໄດ້​ລົງ​ນາມ ລັດ​ຖະ​ດຳ​ລັດ​ ປະ​ທານ​ ປະ​ເທດ ສະບັບ ​ເລກທີ 51,​52,53, 54, 55, 56, 57. ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ ​ປະ​ກາດ​ວ່າ: ກົດ​ໝາຍ​ ວ່າ​ດ້ວຍ ພະລັງງານ​ ປະ​ລາ​ມາ​ນູ​​ຂອງ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ​ຈີນ ​ຈະເລີ່ມຈັດຕັ້ງ​ ປະ​ຕິ​ບັດ​ ແຕ່​ວັນ​ທີ 15 ມັງ​ກອນ 2026 ເປັນ​ຕົ້ນ​ໄປ; ກົດ​ໝາຍ​ ວ່າ​ດ້ວຍ​ການ​ຮັບ​ມື​ກັບ ເຫດ​ການ​ສຸກ​ເສີນ ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ຂອງ​ສາ​ທາ​ລະ​ນະ ​ລັດ​ປະ​ຊ​າ​ຊົນ​ຈີນ​ ຈະເລີ່ມຈັດຕັ້ງ​ປະ​ຕິ​ບັດ​ ​ແຕ່​ວັນ​ທີ 1 ພະ​ຈິກ 2025 ເປັນ​ຕົ້ນ​ໄປ; ກົດ​ໝາຍ​ ວ່າ​ດ້ວຍ​ ສວນສາ​ທາ​ລະ​ນະ ​ແຫ່ງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ ​ປະ​ຊ​າ​ຊົນ​ຈີນ ​ຈະ​ເລີ່ມຈັດຕັ້ງ ປະ​ຕິ​ບັດ ​ແຕ່​ວັນ​ທີ 1 ມັງ​ກອນ 2026 ເປັນ​ຕົ້ນ​ໄປ; ກົດ​ໝາຍ​ ວ່າ​ດ້ວຍ ​ການ​ແກ້​ໄຂ ​ຂໍ້​ຂັດ​ແຍ້ງ ​ຂອງ​ສາ​ທາ​ລະ​ນະ​ລັດ ​ປະ​ຊ​າ​ຊົນ​ຈີນ​ ຈະເລີ່ມຈັດ ຕັ້ງ​ປະ​ຕິ​ບັດ ​​ແຕ່​ວັນ​ທີ 1 ມີ​ນາ 2026 ເປັນ​ຕົ້ນ​ໄປ;  ກົດ​ໝາຍ ​ວ່າ​ດ້ວຍ ​ການ​ໂຄ​ສະ​ນາ ສຶກ​ສາ​ອົບ​ຮົມ​ ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ ລັດ​ປະ​ຊ​າ​ຊົນ​ຈີນ​ ຈະ​ເລີ່ມຈັດຕັ້ງ ປະ​ຕິ​ບັດ​ ແຕ່​ວັນ​ທີ 1 ພະ​ຈິກ 2025 ເປັນ​ຕົ້ນ​ໄປ; ຂໍ້​ຕົກ​ລົງ ​ຂອງ​ຄະ​ນະ​ກຳ​ມະ​ການ ​ປະ​ຈຳ​ ສະ​ພາ ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ກ່ຽວ​ກັບ ​ການ​ປັບ​ປຸງກົດ​ໝາຍ​ ວ່າ​ດ້ວຍ ​ຄວາມ​ປອດ​ໄພ​ ດ້ານ​ອາ​ຫານ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊ​າ​ຊົນ​ຈີນ​ ຈະ​ເລີ່ມຈັດຕັ້ງປະ​ຕິ​ບັດ​ ແຕ່​ວັນ​ທີ 1 ທັນ​ວາ 2025 ​ເປັນ​ຕົ້ນ​ໄປ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top