ອາລູນາ ກຽມຈັດຄອນເສີດໃນຕົ້ນເດືອນໜ້າ

11/09/2025 14:57
Email Print 814
ຂປລ ຂປລ. ເມື່ອເວົ້າເຖິງຊື່ນັກຮ້ອງຍິງທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກດີໃນວົງການບັນເທີງບ້ານເຮົາ ໜຶ່ງໃນນັ້ນກໍຄືນາງ ອາລູນ້າ ຖາວອນສຸກ ຫລືAluna ​ເນື່ອງ​ຈາກ​ວ່າ ອາ​ລູນາ ​ໄດ້​ສ້າງຜົນງານ ຢ່າງຫລວງຫລາຍໄວ້ ໃຫ້ແຟນເພງຕິດຕາມ ຊຶ່ງເປັນຜົນງານ​ທີ່​ມີ​ຊື່ສຽງໂດ່ງດັງ

ຂປລ. ເມື່ອເວົ້າເຖິງຊື່ນັກຮ້ອງຍິງທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກດີໃນວົງການບັນເທີງບ້ານເຮົາ ໜຶ່ງໃນນັ້ນກໍຄືນາງ ອາລູນ້າ ຖາວອນສຸກ ຫລືAluna ​ເນື່ອງ​ຈາກ​ວ່າ ອາ​ລູນາ ​ໄດ້​ສ້າງຜົນງານ ຢ່າງຫລວງຫລາຍໄວ້ ໃຫ້ແຟນເພງຕິດຕາມ ຊຶ່ງເປັນຜົນງານ​ທີ່​ມີ​ຊື່ສຽງໂດ່ງດັງ​ຄື: ທຸກ 5 ນາທີ, ໄຮ້ດຽງສາ, ໄຮໂຊ, ລະດູການທີ່ບໍ່ມີເຈົ້າ ແລະ ຄວາມຮູ້ສຶກບອກຖ້າໃຜ ທີ່ຄິດຮອດ ເພງຂອງນັກຮ້ອງສາວຄົນນີ້ ກໍ​ກຽມ​​ໂຕ​ມາ​ສໍາ​ຜັດ​ກັບ​ຄວາມ​ມ່ວນ​ຊື່ນ ​ໄດ້​ທີ່​ງານຄອນເສີດເຊິ່ງຈະຈັດຂຶ້ນໃນວັນທີ 11 ຕຸລາ 2025 ທີ່ຈະມາເຖິງນີ້ ຢູ່​ຫໍ​ວັດທະນະ​ທໍາcsj’-kf ນະຄອນຫລວງ​ວຽງຈັນ ໃນຊື່ ເມື່ອຄວາມຮູ້ສຶກບອກ” Aluna Live Concert.Aluna.

ນອກຈາກຈະໄດ້ຟັງເພງມ່ວນໆຈາກ Aluna ແລ້ວນັ້ນ ລາວຍັງນຳທັບເພື່ອນສິລະປິນເຊັ່ນ: ແຊມ ອິນທາລາພິທັກ (Sam Intharaphithak),  ຕີ ອຸດາໄລ (Tee Oudalay), ຕ່າຍ ອາກາດ (TaiyAkards)ແລະ  ໂອເລ(OLA Blackeyes) ມາສ້າງສີສັນໃຫ້ກັບຄອນເສີດ ທີ່ຈະເຖິງນີ້ອີກດ້ວຍ. ພິເສດກໍຄື ນອກຈາກຈະໄດ້ໄປຟັງເພງມ່ວນໆແລ້ວ ຄອນເສີດຄັ້ງນີ້ ຍັງເປັນຄອນເສີດ ການກຸສົນນຳອີກ. ລາຍຮັບຫລັງຈາກຫັກຄ່າໃຊ້ຈ່າຍທັງໝົດ ຈະຖືກນຳໄປຊື້ອຸປະກອນ ການແພດເພື່ອຊ່ວຍເຫລືອ ໂຮງໝໍເດັກແຫ່ງຊາດ, ໂດຍສະເພາະແມ່ນ ການປິ່ນປົວ ພະຍາດມະເຮັງ, ພະຍາດທາງເລືອດ ແລະ ພະຍາດເລືອດຈາງ. ການສະໜັບສະໜູນຄອນເສີດຄັ້ງນີ້, ນອກຈາກຈະເປັນການ ໃຫ້ກຳລັງໃຈສິລະປິນແລ້ວ ຍັງເປັນການສົ່ງ ຕໍ່ຄວາມຊ່ວຍເຫລືອ ແລະ ຄວາມຫວັງໃຫ້ກັບເດັກນ້ອຍທີ່ກຳລັງປ່ວຍ. ມາຮ່ວມກັນສ້າງຄວາມຊົງຈຳທີ່ອົບອຸ່ນ ແລະ ສົ່ງຕໍ່ສິ່ງດີໆໃຫ້ສັງຄົມໄປພ້ອມໆກັນ.

          ​ເອົາ​ເປັນ​ວ່າ​ຖ້າ​​ໃຜ​ຄິດ​ຮອດ ກໍ​ມາ​ສໍາຜັດ​ຄວາມ​ມ່ວນ​ຊື່ນ,ຄວາມ​ອົບ​ອຸ່ນ​ນໍາ​ກັນ​ຮັບຮອງ​ວ່າ​ທ່ານ​ຈະ​ໄດ້​ຄວາມສຸກ​ກັບ​ບ້ານ​ແນ່ນອນ .

ໂດຍ​:ມາລີດາ

KPL

ຂ່າວອື່ນໆ

ads
ads

Top