ຂປລ
ລັດຖະບານ ປະເທດນີ້ ພວມນໍາສະເໜີ ບັນດາຊ່ອງທາງໃໝ່ ສຳລັບ ຜູ້ອົບພະຍົບ ໃນການຂໍທີ່ຢູ່ອາໄສ, ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ໃນການສົ່ງເສີມ ເສດຖະກິດ ຂອງປະເທດ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ແວນລິງຕັນ ປະເທດ ນູແວນເຊລັງ ເມື່ອວັນທີ 23 ກັນຍາວ່າ: ທ່ານນາງ ນິໂຄລາ ວິລລິສ ລັດຖະມົນຕີ ກະຊວງເສດຖະກິດ ຂອງ ນູແວນເຊລັງ ກ່າວວ່າ: ລັດຖະບານ ປະເທດນີ້ ພວມນໍາສະເໜີ ບັນດາຊ່ອງທາງໃໝ່ ສຳລັບ ຜູ້ອົບພະຍົບ ໃນການຂໍທີ່ຢູ່ອາໄສ, ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ໃນການສົ່ງເສີມ ເສດຖະກິດ ຂອງປະເທດ.
ຜູ້ອົບພະຍົບ ທີ່ມີ ທັກສະ ແລະ ປະສົບການ ມີບົດບາດສຳຄັນ ໃນການເພີ່ມແຮງງານ ແລະ ສາມາດຊ່ວຍໃຫ້ ທຸລະກິດເຕີບໂຕໄດ້ ໃນເວລາດຽວກັນ. ໂດຍ ພາກທຸລະກິດຕ່າງໆ ໄດ້ຮຽກຮ້ອງ ເຖິງລັດຖະບານວ່າ: ເປັນເລື່ອງຍາກເກີນໄປ ສຳລັບ ຜູ້ອົບພະຍົບ ຈຳນວນຫລວງຫລາຍ ໃນການຂໍທີ່ຢູ່ອາໄສ. ເຖິງແມ່ນວ່າ ພວມເຂົາເຈົ້າ ມີທັກສະ ແລະ ປະສົບການທີ່ສຳຄັນ ຊຶ່ງຫາບໍ່ໄດ້ ຈາກແຮງງານ ພາຍໃນ ນູແວນເຊລັງ ທີ່ ພາກລັດ ພວມດຳເນີນການ ແກ້ໄຂ ບັນຫານີ້ຢູ່.ຕາມແຜນການຊ່ອງທາງໃໝ່ ຈະມີໄວ້ ສຳລັບ ແຮງງານ ທີ່ມີ ທັກສະ ຊ່າງສີມື ແລະ ທາງດ້ານເຕັກນິກ. ໂດຍກຳນົດໃຫ້ແຮງງານກຸ່ມນີ້ ຕ້ອງມີປະສົບການ ທີ່ກ່ຽວຂ້ອງ ທັງພາຍໃນ ປະເທດ ແລະ ຕ່າງປະເທດ ລວມເຖິງ ຄຸນສົມບັດ ຕ້ອງກົງຕາມເກນເງິນເດືອນ./.
KPL