ຂປລ
ຂປລ. ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ

ຂປລ. ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ, ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມເຜີຍແຜ່ຮູບແບບການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດໃຫ້ແກ່ 2 ແຂວງພາກເໜືອເປົ້າໝາຍຂອງໂຄງການຄື:ແຂວງຫລວງພະບາງ ປະກອບມີ 5 ເມືອງ ຄື :ເມືອງໂພນທອງ, ວຽງຄໍາ,ຈອມເພັດ, ພູຄູນ, ເມືອງໂພນໄຊ ແລະ ແຂວງໄຊຍະບູລີ ປະກອບມີ 3 ເມືອງ ຄື: ເມືອງໄຊສະຖານ, ຊຽງຮອນ, ໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຊາຍພອນ ຈັນທຸມມາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ວມແຂວງຫລວງພະບາງ. ມີບັນດາພະແນກການແຂວງ, ຫ້ອງການພະນັກງານກະສິກໍາ ແລະ ສິ່ງແວດລ້ອມຂອງສອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອິນສອນ ໄຊສົມບັດ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງໄດ້ຂຶ້ນນໍາສະເໜີພາບລວມຂອງໂຄງການ, ໂຄງຮ່າງການຈັດຕັ້ງປະຕິບັດ, ຂັ້ນຕອນລະອຽດຂອງແຜນງານໃຫ້ເງິນອຸດໜູນແບບມີເງື່ອນໄຂ ຊຶ່ງໂຄງການດັ່ງກ່າວ ມີໄລຍະປະຕິບັດ 5 ປີ (2025-2029) ປະກອບມີ 4 ແຂວງ 16 ເມືອງ 920 ຄອບຄົວ, ໃນນັ້ນ ມີແຂວງຫລວງພະບາງ, ໄຊຍະບູລີ, ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB). ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງຊີວິດການເປັນຢູ່ໃຫ້ບັນລຸເປົ້າໝາຍຫລຸດພົ້ນອອກຈາກຄວາມທຸກຍາກ ໂດຍເນັ້ນໃສ່ແມ່ຍິງທີ່ທຸກຍາກໃນເຂດຊົນນະບົດ ເພື່ອສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໂອກາດໃນການພັດທະນາເສດຖະກິດ ແລະ ການເຂົ້າເຖິງແຫລ່ງທຶນທີ່ສະໜັບສະໜູນໃນການແກ້ໄຂບັນຫາ ແລະ ສ້າງໂອກາດຫລາຍດ້ານໃຫ້ແມ່ຍິງໃນເຂດຊົນນະບົດລວມທັງວິທີການສ້າງທັກສະໃໝ່ໆໃນການດໍາລົງຊີວິດເພື່ອກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ມີການພັດທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມຄວາມພ້ອມກ່ອນການເປີດຕົວຈັດຕັ້ງປະຕິບັດໂຄງການຢ່າງເປັນທາງການ ເພື່ອໃຫ້ການປະຕິບັດໄປໃນທິດທາງດຽວກັນຢ່າງມີປະສິດທິພາບ.
ຂໍ້ມູນຈາກ: ກົມພັດທະນາຊົນນະບົດ
KPL