ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58ໄດ້ຮັບຜົນສຳເລັດຫລາຍດ້ານ

14/07/2025 10:18
Email Print 6573
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM 58) ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ປະ ສົບຜົນສຳເລັດ ອັນດີງາມໃນ 3 ດ້ານຄື: ປັບປຸງຄວາມສາມັກຄີ ພາຍໃນກຸ່ມ, ເຮັດໃຫ້ການຮ່ວມມື ກັບບັນດາຄູ່ຮ່ວມມື ເລິກເຊິ່ງ ກ່ວາອີກ ແລະ ຍົກສູງບົດບາດຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM 58) ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ປະສົບຜົນສຳເລັດ ອັນດີງາມໃນ 3 ດ້ານຄື: ປັບປຸງຄວາມສາມັກຄີ ພາຍໃນກຸ່ມ, ເຮັດໃຫ້ ການຮ່ວມມື ກັບບັນດາ ຄູ່ຮ່ວມມື ເລິກເຊິ່ງ ກ່ວາອີກ ແລະ ຍົກສູງບົດບາດຂອງ ອາຊຽນ ໃນໂຄງປະກອບ ພາກພື້ນ ແລະ ທົ່ວໂລກ. ຈາກນັ້ນ ທ່ານ ເຈິ່ນດຶກບິ່ງ, ເອກອັກຄະລັດຖະທູດ, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຂີດໝາຍສຳຄັນທຳອິດ ແມ່ນການຢັ້ງຢືນ ຢ່າງແຮງ ກ່ຽວກັບ ຄຸນຄ່າຖາວອນ ຂອງນ້ຳໃຈ ສາມັກຄີ ອາຊຽນ. ຄວາມສາມັກຄີ ບໍ່ພຽງແຕ່ ແມ່ນການສືບທອດ ມູນເຊື້ອ ເທົ່ານັ້ນ, ຫາກຍັງແມ່ນກຳລັງແຮງ ອັນແທດຈິງ ແລະ ເຂັມຊີ້ທິດພາທາງໃຫ້ ອາຊຽນ ຜ່ານຜ່າ ທຸກຄວາມແຕກໂຕນ, ຮັບມືກັບ ບັນດາສິ່ງທ້າທາຍ ແລະ ມີຄວາມໝັ້ນຄົງ ຕໍ່ຄວາມຫຍຸ້ງຍາກ. ກ່ຽວກັບ ການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ສສ ຫວຽດນາມ ຢູ່ບັນດາກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ຢືນຢັນວ່າ: ການກຳນົດທິດໂດຍ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ໄດ້ແບ່ງປັນ ຢູບັນດາກອງປະຊຸມ ທັງໄດ້ຕິດແທດກັບ ຄວາມຮຽກຮ້ອງຕົວຈິງ ແລະ ຄວາມສົນໃຈລວມ ຂອງພາກພື້ນ ທັງໄດ້ຕິດພັນ ແລະ ໜູນຊ່ວຍ ບັນດາເປົ້າໝາຍ ພັດທະນາ ເສດຖະກິດສັງຄົມ ຂອງປະເທດຊາດຄື: ການເຕີບໂຕ ເສດຖະກິດ, ການຫັນການພົວພັນ ດ້ານການຄ້າ ການລົງທຶນ ແລະ ລະບົບສະໜອງ ເປັນຫລາຍຮູບ ຫລາຍແບບ, ເປີດກ້ວາງຕະຫລາດ, ພັດທະນາ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

    • ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີອາຊຽນ ASEAN

      ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີ

      7/22/2025 3:04:26 PM

      ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ.

ads
ads

Top