ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີ

22/07/2025 15:04
Email Print 9865
ຂປລ ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ21ກໍລະກົດນີ້, ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ. ນີ້ແມ່ນການຢັ້ງຢືນ ຂອງວົງການ ນັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບ ເສັ້ນທາງ 30 ປີທີ່ ສສ ຫວຽດນາມ ເຂົ້າຮ່ວມ ອາຊຽນ. ຕາມທ່ານ ນາງ ດິນນາ ປຣາໂຕ ຣາຮາຈາ(Dinna Prapto Raharja), ນັກຊ່ຽວຊານ ຄົ້ນຄວ້າ ຂຶ້ນກັບ ສະຖາບັນຄົ້ນຄວ້າ ນະໂຍບາຍ Synergy  ຂອງ ອິນໂດເນເຊຍແລ້ວ, ເລື່ອງ ສສ ຫວຽດນາມ ເຂົ້າຮ່ວມ ອາຊຽນ ເມື່ອປີ 1995 ໄດ້ປັບປຸງ ຖານະພູມີສາດ ການເມືອງ ຂອງບັນດາປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ). ສສ ຫວຽດນາມ ມີຄວາມສະເໝີຕົ້ນ ສະເໝີປາຍ ຕໍ່ການປະຕິບັດ ການປະຕິຮູບ, ອາດສາມາດ ແມ່ນຮູບແບບ ໃນອາຊຽນ. ໃນຂະນະນັ້ນ, ທ່ານ ເບນິສ ຊູກາດິສ (Beni Sukadis) ຜູ້ປະສານງານ ຂັ້ນສູງຂອງ ສະຖາບັນ ຄົ້ນຄວ້າ ການປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ(Lesperssi)  ຖືວ່າ ສສ ຫວຽດນາມ ດ້ວຍຄວາມໄວ ໃນການພັດທະນາ ແລະ ນະໂຍບາຍ ເສດຖະກິດ, ປະກອບສ່ວນ ຊຸກຍູ້ອາຊຽນ ກາຍເປັນຕະຫລາດ ເຊື່ອມໂຍງກ່ວາ, ພິເສດ ໃນການປະເສີນໜ້າກັບ ຕະຫລາດ ເສລີ ໃນອາຊຽນ. ຮອດປີ 2045, ສສ ຫວຽດນາມ ຈະກາຍເປັນໜຶ່ງ ໃນບັນດາກຳລັງໜູນ ຊຸກຍູ້ ອາຊຽນ ຮັກສາ ບົດບາດ ເປັນໃຈກາງ ໃນໂຄງປະກອບ ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ, ສືບຕໍ່ປະກອບສ່ວນ ໃຫ້ແກ່ ອາຊຽນ ສ້າງຄວາມເຂັ້ມ ແຂງ ດ້ວຍຕົນເອງ, ເຊື່ອມໂຍງ ແລະ ຖືປະຊາຊົນ ເປັນໃຈກາງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top