ອິນໂດເນເຊຍ ຕັ້ງເປົ້າປ່ຽນ ເກາະບາຫລີ ເປັນສູນກາງການເງິນສາກົນ ລະດັບພາກພື້ນ

13/10/2025 12:37
Email Print 199
ຂປລ ອິນໂດເນເຊຍ ວາງແຜນ ສ້າງສູນກາງ ທາງການເງິນ ໃນເກາະບາຫລີ ຊຶ່ງເປັນແຫລ່ງທ່ອງທ່ຽວ ຍອດນິຍົມ ຖືເປັນ ອີກໜຶ່ງ ຄວາມພະຍາຍາມ ກະຕຸ້ນ ເສດຖະກິດ ທ້ອງຖິ່ນ ທີ່ຊັກຊ້າດ້ວຍການດຶງດູດ ທະນາຄານ ສາກົນ, ຜູ້ຄຸ້ມຄອງ ຊັບສິນ ແລະ ບໍລິສັດຫຸ່ນສ່ວນ ເອກະຊົນ

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ13ຕຸລານີ້, ອິນໂດເນເຊຍ ວາງແຜນ ສ້າງສູນກາງ ທາງການເງິນ ໃນເກາະບາຫລີ ຊຶ່ງເປັນແຫລ່ງທ່ອງທ່ຽວ ຍອດນິຍົມ ຖືເປັນອີກໜຶ່ງ ຄວາມພະຍາຍາມ ກະຕຸ້ນ ເສດຖະກິດ ທ້ອງຖິ່ນ ທີ່ຊັກຊ້າດ້ວຍການດຶງດູດ ທະນາຄານສາກົນ,ຜູ້ຄຸ້ມຄອງຊັບສິນ ແລະ ບໍລິສັດຫຸ່ນສ່ວນ ເອກະຊົນ.ຈາກນັ້ນ ທ່ານ ປຣາໂບໂວ ຊູບຽນໂຕ,ປະທານາທິບໍດີ ອິນໂດເນເຊຍ ອະນຸຍາດ ຂໍສະເໜີ ຂອງລັດຖະບານ ໃນການສ້າງເກາະ ບາຫລີ ຊຶ່ງເປັນເກາະທ່ອງທ່ຽວ ໃຫ້ກາຍເປັນ ສູນກາງ ທາງການເງິນສາກົນ ໃນອິນໂດເນເຊຍ ແລະ ເມືອງດູໄບ ຂອງສະຫະນະຄອນ ເອເມຣັດ ອາຣັບ (ຍູເອອີ)ໂດຍສູນກາງ ທາງການເງິນ ບາຫລີ ຈະສະເໜີ ການຍົກເວັ້ນ ແລະ ກົດລະບຽບ ລວມເຖິງ ຂັ້ນຕອນທາງການທີ່ຫຍຸ້ງຍາກ ທີ່ເປັນບັນຫາ ຢ່າງຕໍ່ເນື່ອງ ສຳລັບບໍລິສັດຕ່າງໆ ທີ່ຕ້ອງການເຮັດ ທຸລະກິດ ໃນອິນໂດ ເນເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ

ads
ads

Top