ອິນໂດເນເຊຍ ເລັ່ງໂຈະການນໍາເຂົ້ານໍ້າມັນກະຊວນຫັນໄປໃຊ້ນໍ້າມັນຊີວະພາບໃນປີ 2026

13/10/2025 14:27
Email Print 135
ຂປລ ທ່ານ ບາລິລ ລາຮາດາເລີຍ ລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງ ອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍ ຈະໂຈະການນໍາເຂົ້ານໍ້າມັນກະຊວນ ເລີ່ມຕັ້ງແຕ່ໄລຍະ 6 ເດືອນຕົ້ນປີຂອງປີ 2026 ຕາມຄຳສັ່ງ ໃຊ້ນໍ້າມັນເຊື້ອໄຟ ໄບໂອດີເຊລ ໃໝ່ ບີ-50(B-50).

ຂປລ.ສຳນັກຂ່າວ ອິນໂຟເຄວສ ລາຍງານຈາກສຳນັກຂ່າວຊິນຮວາຂອງ ສປຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ບາລິລ ລາຮາດາເລີຍ ລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງ ອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍ ຈະໂຈະການນໍາເຂົ້າ ນໍ້າມັນກະຊວນ ເລີ່ມຕັ້ງແຕ່ໄລຍະ 6 ເດືອນຕົ້ນປີຂອງປີ 2026 ຕາມຄຳສັ່ງ ໃຊ້ນໍ້າມັນເຊື້ອໄຟ ໄບໂອດີເຊລ ໃໝ່ ບີ-50(B-50).

ປັດຈຸບັນ ລັດຖະບານ ອິນໂດເນເຊຍ ພວມທົດລອງ ການນໍາໃຊ້ນໍ້າມັນເຊື້ອໄຟ ໄບໂອດີເຊລ ຊະນິດໃໝ່ບີ-50 ໃນໄລຍະທີ 4 , ຊຶ່ງເປັນໄລຍະສຸດທ້າຍ. ຄາດວ່າຈະສຳເລັດໃນ 6-8 ເດືອນ, ໂດຍມີການທົດລອງກັບເຄື່ອງຈັກຂອງເຮືອ, ລົດໄຟ, ເຄື່ອງກົນຈັກໜັກ ແລະ ອຸປະກອນອື່ນໆ.

ໂຄງການນໍ້າມັນເຊື້ອໄຟ ໄບໂອດີເຊລ ຊະນິດໃໝ່ນີ້ ບີ-50 ເປັນການຜະສົມນໍ້າມັນກະຊວນທຳມະດາ 50% ກັບເຊື້ອໄຟໄບໂອດີເຊລ ຈາກ ນໍ້າມັນປາມດີບ 50%, ຖືເປັນສ່ວນໜຶ່ງ ຂອງຍຸດທະສາດໄລຍະຍາວໃນການສົ່ງເສີມຄວາມໝັ້ນຄົງທາງພະລັງງານ ແລະ ຫລຸດການເພິ່ງພາເຊື້ອໄຟຟໍສຊີລຂອງອິນໂດເນເຊຍ.

ນອກຈາກນີ້ ໂຄງການນໍ້າມັນເຊື້ອໄຟໃໝ່ ບີ-50 ຍັງສອດຄ່ອງກັບການນໍາໃຊ້ນໍ້າມັນເຊື້ອໄຟໄບໂອດີເຊລ ບີ-40 ໃນປັດຈຸບັນ, ຊຶ່ງມີການໃຊ້ຫລາຍເຖິງ 10 ລ້ານລ້ານກິໂລລິດ, ກວມເອົາ 64,7% ຂອງເປົ້າໝາຍປະຈຳປີ 2025 ທີ່ກຳນົດໄວ້ 15,6 ລ້ານກະໂລລິດ./

KPL

ຂ່າວອື່ນໆ

ads
ads

Top