ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍເມື່ອບໍ່ດົນມານີ້, ລັດຖະບານ ສ.ອາເມລິກາ ຈະອອກມາດຕະການ ຄວບຄຸມການສົ່ງອອກຊິ້ນສ່ວນເຮືອບິນຂອງບໍລິສັດ ໂບອິ້ງ(Boeing)ເພື່ອຕອບໂຕ້ຈີນ ທີ່ປະກາດຈຳກັດການສົ່ງອອກແຮ່ຫາຍາກ
ຂປລ.ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍເມື່ອບໍ່ດົນມານີ້, ລັດຖະບານ ສ.ອາເມລິກາ ຈະອອກມາດຕະການ ຄວບຄຸມການສົ່ງອອກ ຊິ້ນສ່ວນເຮືອບິນ ຂອງບໍລິສັດ ໂບອິ້ງ(Boeing) ເພື່ອຕອບໂຕ້ຈີນ ທີ່ປະກາດຈຳກັດການສົ່ງອອກ ແຮ່ຫາຍາກ ຊຶ່ງເປັນຊັບພະຍາກອນ ສຳຄັນຕໍ່ອຸດສາຫະກຳ ເຕັກໂນໂລຊີ ທົ່ວໂລກ.
ໂດຍສ.ອາເມລິກາ ໃຊ້ບໍລິສັດໂບອິ້ງ ເປັນໜຶ່ງໃນເຄື່ອງມື ເສດຖະກິດ ເພື່ອຊຸກຍູ້ນະໂຍບາຍ ການຄ້າ ຂອງສ.ອາເມລິກາ ນັບແຕ່ໄດ້ຂຶ້ນຮັບຕຳແໜ່ງ ເມື່ອເດືອນມັງກອນຜ່ານມາ. ໃນຂະນະທີ່ ບໍລິສັດໂບອິ້ງ ພວມຢູ່ລະຫວ່າງການເຈລະຈາ ຂາຍເຮືອບິນສູງສຸດເຖິງ 500 ລຳໃຫ້ແກ່ຈີນ , ຖ້າຫາກປະສົບຄວາມສຳເລັດ ຈະຖືເປັນຄຳສັ່ງຊື້ ຄັ້ງໃຫຍ່ ແລະ ເປັນຄັ້ງທຳອິດຈາກ ຈີນ ນັບແຕ່ທ່ານ ໂດນັນ ທຣຳ ດຳລົງຕຳແໜ່ງ ເປັນປະທານາທິບໍດີ./
KPL