ຂປລ
ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

ຂປລ. ອີງຕາມຂໍ້ມູນຂອງເພຈເຟສບຸກ ລາວໂພສ: ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດຮອດປັດຈຸບັນ ເພື່ອສືບຕໍ່ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນລຸ້ນໃໝ່ຕໍ່ໆໄປໃນອະນາຄົດ. ກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ວ່າດ້ວຍການກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ພ້ອມກັນນີ້, ຍັງເປັນວັນແຫ່ງຄວາມເອກອ້າງພາກພູມໃຈຂອງນັກການທູດລາວທີ່ມີວັນການທູດລາວເປັນວັນຂອງຕົນເອງ.
ກ່ອນປີ 1976 ລາວມີສາຍພົວພັນ ການທູດກັບ 44 ປະເທດ ແລະ ມີສະຖານທູດລາວ ຢູ່ໃນຕ່າງປະເທດ 12 ແຫ່ງ.ມາຮອດປັດຈຸບັນນີ້, ປີ 2025 ລາວໄດ້ເພີ່ມທະວີ ສາຍພົວພັນ ການທູດເປັນ 151 ປະເທດ,ມີສໍານັກງານຕາງໜ້າ ການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນສະຖານທູດລາວ 27 ແຫ່ງ, ສະຖານທູດລາວ ທັງເປັນສໍານັກງານ ຜູ້ຕາງໜ້າ ຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນໃຫຍ່ 10 ແຫ່ງ), ສ່ວນກົງສຸນກິຕິມະສັກ ຂອງລາວຢູ່ຕ່າງປະເທດ 24 ແຫ່ງໃນ 18 ປະເທດ ແລະ ກົງສຸນກິຕິມະສັກ ຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ.
ໃນໂອກາດວັນສຳຄັນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 30/09/2025 ທີ່ຜ່ານມາ ວ່າ: ວຽກງານການຕ່າງປະເທດຂອງ ສປປ ລາວ ເລີ່ມຕົ້ນຂຶ້ນ ນັບແຕ່ການປະກາດ ເອກະລາດໂດຍໄດ້ເນັ້ນໃສ່ ການເຄື່ອນໄຫວ ການທູດທາງດ້ານການເມືອງ ເພື່ອຜູກມິດກັບ ບັນດາປະເທດ ເພື່ອນມິດ ຍຸດທະສາດ ທີ່ມີອຸດົມການອັນດຽວກັນ, ຄຽງຄູ່ກັບການເຄື່ອນໄຫວ ການທູດປະຊາຊົນ ຢູ່ພາຍໃນປະເທດ ເພື່ອເຕົ້າໂຮມ ຄວາມສາມັກຄີພາຍໃນ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນ ບັນດາເຜົ່າທົ່ວປະເທດ. ນັບແຕ່ການຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ການເຄື່ອນໄຫວ ວຽກງານ ການຕ່າງປະເທດ ໄດ້ຫັນເອົາການເຄື່ອນໄຫວ ທາງດ້ານການເມືອງ ຕິດພັນກັບການເຄື່ອນໄຫວ ທາງດ້ານເສດຖະກິດ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະທັງໃຫ້ສອດຄ່ອງ ກັບຍຸກສະໄໝແຫ່ງໂລກາພິວັດ, ດີຈິຕອນ ແລະ ການເຊື່ອມໂຍງທາງດ້ານ ເສດຖະກິດ.
ໃນຂະນະທີ່ປີ 2025 ສປປ ລາວ ຍັງເປັນສະມາຊິກ ອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາ ສາກົນໃນຂະແໜງການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ອື່ນໆອີກຫລາຍກວ່າ 101 ອົງການ ແລະ ສົນທິສັນຍາ, ຍັງມີອີກຈໍານວນໜຶ່ງ ພວມຄົ້ນຄວ້າພິຈາລະນາ ການເຂົ້າຮ່ວມເປັນສະມາຊິກ, ໂດຍສະເພາະຫລ້າສຸດ ລາວເຮົາ ເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວ ແມ່ນໄປຕາມທ່າອ່ຽງຂອງຍຸກສະໄໝ.
ເວົ້າລວມແລ້ວ ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ພຽງແຕ່ແນໃສ່ຜົນປະໂຫຍດຂອງ ປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄໍານຶງ ແລະ ດໍາເນີນໃຫ້ສອດຄ່ອງ ກັບສະພາບການ ຄວາມເປັນຈິງຂອງພາກພື້ນ, ຂອງໂລກ ແລະ ຍຸກສະໄຫມ ໃນແຕ່ລະໄລຍະ./.
KPL