ຍີ່ປຸ່ນ ຈະອະນຸຍາດໃຫ້ໂຮງຮຽນນຳໃຊ້ປຶ້ມແບບຮຽນດິຈິຕອນ 100% ໃນປີ 2030

13/10/2025 14:27
Email Print 214
ຂປລ ຍີ່ປຸ່ນ ຈະອະນຸຍາດໃຫ້ ໂຮງຮຽນສາມາດນຳໃຊ້ ປຶ້ມແບບຮຽນດິຈິຕອນ 100% ໂດຍມີແຜນຈະເລີ່ມຈັດຕັ້ງປະຕິບັດ ໃນໂຮງຮຽນປະຖົມສຶກສາ ຂອງລັດຕັ້ງແຕ່ປີ 2030 ເປັນຕົ້ນໄປ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ຍີ່ປຸ່ນ ຈະອະນຸຍາດໃຫ້ ໂຮງຮຽນສາມາດນຳໃຊ້ ປຶ້ມແບບຮຽນດິຈິຕອນ 100% ໂດຍມີແຜນຈະເລີ່ມຈັດຕັ້ງປະຕິບັດ ໃນໂຮງຮຽນ ປະຖົມສຶກສາ ຂອງລັດຕັ້ງແຕ່ປີ 2030 ເປັນຕົ້ນໄປ.

ການປ່ຽນແປງດັ່ງກ່າວ, ໄດ້ຮັບການອະນຸມັດ ຈາກຄະນະປະຕິບັດງານພາຍໃຕ້ ກະຊວງສຶກສາທິການ ຈະຊ່ວຍໃຫ້ຄະນະສຶກສາທິການທ້ອງຖິ່ນ ເລືອກລະຫວ່າງການນໍາໃຊ້ປື້ມ ແບບຮຽນແບບດິຈິຕອນເທົ່ານັ້ນ ຫລື ນໍາໃຊ້ປື້ມແບບຮຽນແບບດິຈິຕອນ ຄຽງຄູ່ກັບປື້ມແບບຮຽນ ທີ່ເປັນເຈັ້ຍທີ່ມີຢູ່ ຫລື ນໍາໃຊ້ພຽງແຕ່ປື້ມ ແບບຮຽນທີ່ເປັນເຈັ້ຍເທົ່ານັ້ນ.

ຄະນະ​ບໍລິຫານ​ງານ​ ສູນ​ກາງ​ການ​ສຶກສາ​ລະບຸ​ວ່າ, ການ​ປ່ຽນ​ແປງ​ດັ່ງກ່າວ​ ຈະ​ເຮັດ​ໃຫ້​ປຶ້ມ​ແບບຮຽນ ມີທາງເລືອກ​ດ້ວຍ​ຫລາກຫລາຍຂຶ້ນ ​, ຊ່ວຍອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ ການ​ຮຽນ​ຮູ້​ທີ່​ສອດຄ່ອງ​ ກັບສັງຄົມ ​ຍຸກ​ດິຈິ​ຕອນ ແລະ ​ຊຸກຍູ້​ໃຫ້​ມີ​ວິທີ​ການສິດ​ສອນ​​ໃໝ່ໆ ທີ່ມີຄວາມສ້າງສັນ.

ຢ່າງໃດກໍຕາມ ຜູ້ຊ່ຽວຊານບາງຄົນ ໄດ້ສະແດງຄວາມກັງວົນວ່າ ການນໍາໃຊ້ປື້ມແບບຮຽນດິຈິຕອນ ອາດຈະເພີ່ມພາລະໃຫ້ຄູອາຈານ ແລະ ບໍລິສັດຜູ້ພິມປື້ມແບບຮຽນ, ລວມເຖິງເຮັດໃຫ້ນັກຮຽນ ມີບັນຫາດ້ານສາຍຕາ ແລະ ບັນຫາສຸຂະພາບອື່ນໆ.ນອກຈາກນີ້ ກະຊວງສຶກສາທິການ ວັດທະນະທຳ ກິລາ ວິທະຍາສາດ ແລະ ເຕັກໂນໂລຊີ ຕັ້ງເປົ້າໝາຍວ່າ ຈະສະເໜີຮ່າງແກ້ໄຂ ເພີ່ມເຕີມກົດໝາຍ ທີ່ກ່ຽວຂ້ອງໃນກອງປະຊຸມ ລັດຖະສະພາ ປີ 2026 ອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top