ຂປລ
*ວັນທີ 12 ຕຸລາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຂອງ ສປປ ລາວ ແມ່ນວັນປະກາດເອກະລາດ, ວັນການທູດລາວ, ວັນວິທະຍາສາດແຫ່ງຊາດ ແລະ ຍັງແມ່ນວັນຊາຍແດນແຫ່ງຊາດອີກດ້ວຍ.

ຂປລ. ວັນທີ 12 ຕຸລາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຂອງ ສປປ ລາວ ແມ່ນວັນປະກາດເອກະລາດ, ວັນການທູດລາວ, ວັນວິທະຍາສາດແຫ່ງຊາດ ແລະ ຍັງແມ່ນວັນຊາຍແດນແຫ່ງຊາດອີກດ້ວຍ. ຊາຍແດນແຫ່ງຊາດ ຖືກກໍານົດດ້ວຍສົນທິສັນຍາ ວ່າດ້ວຍຊາຍແດນ ແລະ ລະບົບຫລັກໝາຍຊາຍແດນ ຢູ່ພູມີປະເທດຕົວຈິງ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະເທດໃກ້ຄຽງເປັນພາຄີ ໃນກໍລະນີຊາຍແດນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບປະເທດໃກ້ຄຽງໃດໜຶ່ງຍັງບໍ່ທັນຖືກກໍານົດ ຢ່າງເປັນທາງການຕາມກົດໝາຍສາກົນ ຕ້ອງຮ່ວມກັນສໍາຫລວດ ແລະ ປັກຫລັກໝາຍຊາຍແດນສໍາເລັດຢ່າງສົມບູນ ຈຶ່ງກ້າວໄປສູ່ການສ້າງສົນທິສັນຍາກັບປະເທດໃກ້ຄຽງດັ່ງກ່າວ ເພື່ອກໍານົດຊາຍແດນແຫ່ງຊາດ.
ເລີ່ມແຕ່ສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975, ການຈັດຕັ້ງປະຕິບັດວຽກງານຊາຍແດນ ແມ່ນໄດ້ຍຶດໝັ້ນຕາມແນວທາງ ນະໂຍບາຍຂອງພັກ ແລະ ລັດຖະບານອັນຖືກຕ້ອງ ເປັນທຳຢ່າງສະເໝີຕົ້ນສະເໝີປາຍ; ການແກ້ໄຂບັນຫາຊາຍແດນ ແມ່ນໄດ້ດຳເນີນໄປຕາມຮູບແບບສັນຕິວິທີ ໂດຍຜ່ານຂັ້ນຕອນການເຈລະຈາ ພາຍໃຕ້ຄໍາຂວັນ "ດິນເພິ່ນບໍ່ໃຫ້ເອົາ, ດິນເຮົາບໍ່ໃຫ້ເສຍ", ຫລີກລ່ຽງໄດ້ເລກົນຂອງອິດທິກຳລັງ ຂອງສັດຕູຈະສວຍໃຊ້ບັນຫາຊາຍແດນ ເປັນຂໍ້ອ້າງໃນການປະທະກັນ ຫລື ການສວຍໃຊ້ໃນການແຊກແຊງ ກິດຈະການພາຍໃນ. ພ້ອມດຽວກັນນັ້ນ, ການເຈລະຈາວຽກງານຊາຍແດນ ຍັງໄດ້ເອົາໃຈໃສ່ຕິດພັນກັບ ວຽກງານການທູດ ປະສານສົມທົບກັບມູນເຊື້ອອັນດີງາມ ທາງດ້ານວັດທະນະທຳຂອງຊາດ ແລະ ຄວາມຮັກຫອມສັນຕິພາບ ແລະ ຄວາມສາມັກຄີປອງດອງ ມູນເຊື້ອອັນດີງາມທີ່ມີມາແຕ່ບູຮານນະການ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ.
ການຈັດຕັ້ງປະຕິບັດວຽກງານ ຊາຍແດນກັບປະເທດໃກ້ຄຽງ ແມ່ນຮັບປະກັນການປະຕິບັດ ບົນພື້ນຖານກົດບັດສະຫະປະຊາຊາດ, ສົນທິສັນຍາ ແລະ ເອກະສານຫລັກຖານ ທາງປະຫວັດສາດທີ່ກ່ຽວຂ້ອງ, ຢຶດຖືຕາມສົນທິສັນຍາ ແລະ ການຕົກລົງສອງຝ່າຍ ໂດຍສອດຄ່ອງກັບຫລັກການ ແລະ ພາກປະຕິບັດສາກົນ. ເຄົາລົບອຳນາດອະທິປະໄຕຂອງກັນ ແລະ ກັນ, ຢຶດຖືຄວາມສະເໝີພາບ ໃນພາກປະຕິບັດສາກົນ. ມາເຖິງປັດຈຸບັນ, ສປປ ລາວ ໄດ້ສໍາເລັດການສໍາຫລວດ ແລະ ປັກຫລັກໝາຍຮ່ວມກັບສາມປະເທດ ຄື: ລະຫວ່າງ ສປປ ລາວ - ສສ ຫວຽດນາມ, ສປປ ລາວ - ສປ ຈີນ ແລະ ສປປ ລາວ - ສສ ມຽນມາ. ຕໍ່ກັບສາມປະເທດ ທີ່ໄດ້ປັກຫລັກໝາຍສໍາເລັດແລ້ວນັ້ນ, ສປປ ລາວ ຍັງຈະຕ້ອງໄດ້ຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງຊາຍແດນ ແຫ່ງຊາດຢ່າງເປັນເຈົ້າການ. ສືບຕໍ່ຈັດຕັ້ງປະຕິບັດກົນໄກ ການຮ່ວມມືສອງຝ່າຍ ໃນການຄຸ້ມຄອງ, ບູລະນະສ້ອມແປງ ແລະ ພັດທະນາລະບົບຫລັກໝາຍຊາຍແດນແຫ່ງຊາດ ໂດຍອີງໃສ່ບັນດານິຕິກໍາສົນທິສັນຍາຕ່າງໆ ທີ່ສອງຝ່າຍໄດ້ເຊັນສັນຍາຮ່ວມກັນ.
ໃນວັນທີ 29 ທັນວາ 2021, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ ສະບັບລົງວັນທີ 16 ພະຈິກ 2021. ກົດໝາຍສະບັບດັ່ງກ່າວ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊາຍແດນແຫ່ງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມໝັ້ນຄົງຂອງຊາຍແດນແຫ່ງຊາດ, ສ້າງຊາຍແດນແຫ່ງຊາດ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງກັບປະເທດໃກ້ຄຽງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມກັນນັ້ນ, ພັກ-ລັດຖະບານ ສປປ ລາວ ຍັງຢຶດຖືຫລັກການໃນການເຄື່ອນໄຫວວຽກງານຊາຍແດນແຫ່ງຊາດ ທີ່ກ່ຽວພັນເຖິງວຽກງານການທູດ, ກໍ່ຄືນະໂຍບາຍການຕ່າງປະເທດຂອງ ສປປ ລາວ ເປັນແຕ່ລະໄລຍະ ຄືດັ່ງນີ້: (1) ປະຕິບັດແນວທາງນະໂຍບາຍການຕ່າງປະເທດ ແລະ ພາຍໃນຂອງ ສປປ ລາວ; (2) ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍຂອງ ສປປ ລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກົດໝາຍສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ; (3) ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ຮຸກຮານກັນ, ບໍ່ຂົ່ມຂູ່ດ້ວຍກຳລັງ ຫລື ນໍາໃຊ້ກຳລັງ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຫລັກການພື້ນຖານອື່ນຂອງກົດໝາຍສາກົນ; (4) ແກ້ໄຂບັນຫາຊາຍແດນ ແລະ ດິນແດນ ດ້ວຍສັນຕິວິທີ ໂດຍສອດຄ່ອງກັບກົດໝາຍສາກົນ; (5) ຮັບປະກັນຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ພ້ອມທັງໄດ້ກໍານົດເອົາ ວັນທີ 12 ຕຸລາ ເປັນວັນຊາຍແດນແຫ່ງຊາດ ຢ່າງເປັນທາງການ.
ສໍາລັບການຈັດຕັ້ງປະຕິບັດວຽກງານຊາຍແດນຂອງແຕ່ລະປະເທດມີດັ່ງລຸ່ມນີ້:
ວຽກງານຊາຍແດນ ລາວ - ຫວຽດນາມ.
ສປປ ລາວ ແລະ ສສ ຫວຽດນາມ ມີຊາຍແດນຮ່ວມກັນ 2.337,459 ກິໂລແມັດ. ຍ້ອນມີສາຍພົວພັນແບບພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ທີ່ມີມາແຕ່ດົນນານ ໄດ້ກາຍເປັນເງື່ອນໄຂອັນດີໃຫ້ແກ່ວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນແຫ່ງຊາດ ສອງຝ່າຍໄດ້ເລີ່ມການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ໃນປີ 1977 ແລະ ໄດ້ສໍາເລັດໂດຍພື້ນຖານໃນປີ 1986. ສາມາດປັກຫລັກໝາຍຊາຍແດນຮ່ວມກັນໄດ້ຈໍານວນ 214 ຫລັກໝາຍ.ຕໍ່ຈາກນັ້ນ, ເພື່ອເຮັດໃຫ້ເສັ້ນຊາຍແດນແຫ່ງຊາດຂອງສອງປະເທດມີຄວາມຈະແຈ້ງ, ຮັບຮູ້ໄດ້ງ່າຍ, ມີຄວາມສະດວກໃນການຄຸ້ມຄອງປົກປັກຮັກສາ ແລະ ຫລັກໝາຍຊາຍແດນມີຄວາມໝັ້ນຄົງຖາວອນ, ລັດຖະບານຂອງທັງສອງປະເທດ ຈຶ່ງໄດ້ຕົກລົງໃຫ້ຈັດຕັ້ງປະຕິບັດໂຄງການປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກໝາຍຊາຍແດນປະເທດ ແຕ່ປີ 2008 ແລະ ສໍາເລັດລົງໃນປີ 2016 ລວມຫລັກໝາຍຊາຍແດນທັງໝົດມີ ຈໍານວນ 1.002 ຫລັກໝາຍ ທີ່ປັກຢູ່ຕະຫລອດເສັ້ນຊາຍແດນ ລາວ-ຫວຽດນາມ. ພ້ອມກັນນັ້ນ, ຍັງໄດ້ສ້າງແຜນທີ່ເສັ້ນຊາຍແດນປະເທດ ມາດຕາສ່ວນ 1/50.000 ຈຳນວນ 63 ແຜ່ນນໍ້າເບີ, ໄດ້ລົງນາມສັນຍາ ວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ສະບັບລົງວັນທີ 16 ມີນາ 2016 ແລະ ອະນຸສັນຍາ ວ່າດ້ວຍ ເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ສະບັບລົງວັນທີ 16 ມີນາ 2016.
ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊາຍແດນ ແລະ ລະບົບຫລັກໝາຍຊາຍແດນແຫ່ງຊາດໃນໄລຍະຜ່ານມາ ເຫັນວ່າມີຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າສະພາບລະບົບເສັ້ນຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ສ່ວນໃຫຍ່ເປັນເຂດທໍາມະຊາດຫ່າງໄກສອກຫລີກ, ພູມີປະເທດທຸລະກັນດານເຂົ້າເຖິງໄດ້ຍາກ, ມີສະພາບອາກາດບໍ່ປົກກະຕິ, ບາງເຂດມີຝົນຕົກຫລາຍ ເຊິ່ງສ້າງຄວາມບໍ່ສະດວກໃນການລາດຕະເວນກວດກາທັງຝ່າຍດຽວ ແລະ ກວດກາຮ່ວມສອງຝ່າຍ. ນອກນັ້ນ, ຍັງມີຜົນກະທົບຕໍ່ລະບົບຫລັກໝາຍຊາຍແດນ ເຮັດໃຫ້ຖືກເປ່ເພເຊາະເຈື່ອນຢູ່ຫລາຍຈຸດ ເຊິ່ງອີງຕາມສັນຍາ ວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ສະບັບລົງວັນທີ 16 ມີນາ 2016 ການຕົກລົງເຫັນດີຂອງທັງສອງຝ່າຍ, ຫລັກໝາຍຊາຍແດນທີ່ເປັນເລກຄີກແມ່ນຢູ່ໃນຄວາມຮັບຜິດຊອບຂອງຝ່າຍລາວເປັນຜູ້ບູລະນະຄືນ, ສ່ວນຫລັກໝາຍທີ່ເປັນເລກຄູ່ແມ່ນເປັນຄວາມຮັບຜິດຊອບຂອງຝ່າຍຫວຽດນາມ. ປັດຈຸບັນ ສປປ ລາວ ແລະ ສສ ຫວຽດນາມ ມີດ່ານຊາຍແດນຮ່ວມກັນຈໍານວນ 37 ດ່ານ. ໃນນັ້ນ, ມີດ່ານສາກົນ 10 ດ່ານ, ດ່ານທ້ອງຖິ່ນ 5 ດ່ານ ແລະ ດ່ານປະເພນີ 22 ດ່ານ.

ວຽກງານຊາຍແດນ ລາວ - ຈີນ.
ສອງຝ່າຍໄດ້ດໍາເນີນການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນໃນປີ 1991 ແລະ ສໍາເລັດໂດຍພື້ນຖານໃນປີ 1993, ລວມມີຫລັກໝາຍຊາຍແດນທັງໝົດ ຈໍານວນ 47 ຫລັກໝາຍ ເພື່ອຮັບຮອງເອົາຜົນສໍາເລັດດັ່ງກ່າວ ສອງຝ່າຍໄດ້ລົງນາມໃນອະນຸສັນຍາເພີ່ມເຕີມວ່າດ້ວຍການກໍານົດເສັ້ນຊາຍແດນປະເທດ ລາວ-ຈີນ, ສະບັບລົງວັນທີ 13 ມັງກອນ 1993.ເພື່ອເຮັດໃຫ້ຊາຍແດນມີຄວາມຈະແຈ້ງຂຶ້ນຕື່ມ ໃນປີ 2009, ສອງຝ່າຍໄດ້ຮ່ວມກັນດໍາເນີນການປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກໝາຍຊາຍແດນເກົ່າຄືນໃໝ່ ແລະ ສໍາເລັດລົງໃນປີ 2012, ໂດຍມີຫລັກໝາຍຊາຍແດນທັງໝົດຈໍານວນ 104 ຫລັກໝາຍ, ມີລວງຍາວທັງໝົດ 508.780 ກິໂລແມັດ. ຜົນສໍາເລັດດັ່ງກ່າວໄດ້ຖືກຮັບຮອງດ້ວຍອານຸສັນຍາວ່າດ້ວຍການກວດກາຊາຍແດນຮ່ວມຄັ້ງທີ I ລະຫວ່າງ ລາວ-ຈີນ, ສະບັບລົງວັນທີ 5 ພະຈິກ 2012. ໄດ້ມີນິຕິກໍາຮ່ວມກັນ ຈໍານວນ 2 ສະບັບ ຄື: ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ, ສະບັບລົງວັນທີ 23 ສິງຫາ 2011 ແລະ ສັນຍາວ່າດ້ວຍດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ, ສະບັບລົງວັນທີ 23 ສິງຫາ 2011.
ໂດຍລວມແລ້ວ ສະພາບການຕາມບໍລິເວນຊາຍແດນ ລາວ-ຈີນ ແມ່ນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາອົງການຊາຍແດນຂັ້ນສູນກາງ, ແຂວງບໍລິເວນຊາຍແດນຂອງ ລາວ ແລະ ຈີນ ໄດ້ຍົກສູງການຮ່ວມມືດ້ວຍໄມຕີຈິດມິດຕະພາບ, ບົນພື້ນຖານເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ແລະ ຄູ່ຮ່ວມຊາຕາກໍາ ໄດ້ເອົາໃຈໃສ່ການຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້້ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ສອງຝ່າຍກໍໄດ້ປະສານສົມທົບກັນແກ້ໄຂໄດ້ຢ່າງທັນການ ແລະ ສົມເຫດສົມຜົນ. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະຝ່າຍກໍໄດ້ກວດກາລາດຕະເວນຕາມແລວເສັ້ນຊາຍແດນ, ຫລັກໝາຍຊາຍແດນຢ່າງເປັນປົກກະຕິ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ, ຄວາມສະຫງົບໂດຍພື້ນຖານຢູ່ລຽບຕາມບໍລິເວນຊາຍແດນ ລາວ-ຈີນ, ໂດຍປະຕິບັດຕາມທິດສ້າງຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ. ລະຫວ່າງ ສປປ ລາວ ແລະ ສປ ຈີນ ມີດ່ານຊາຍແດນຮ່ວມກັນທັງໝົດ 9 ດ່ານ. ໃນນັ້ນ, ມີດ່ານສາກົນ 3 ດ່ານ, ດ່ານທ້ອງຖິ່ນ 4 ດ່ານ ແລະ ດ່ານປະເພນີ 2 ດ່ານ.
ວຽກງານຊາຍແດນ ລາວ - ມຽນມາ.
ສປປ ລາວ ແລະ ສສ ມຽນມາ ມີເສັ້ນຊາຍແດນໄປຕາມລໍາແມ່ນໍ້າຂອງ ມີລວງຍາວທັງໝົດ 236 ກິໂລແມັດ, ສອງຝ່າຍໄດ້ເລີ່ມດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນໃນປີ 1990 ແລະ ສໍາເລັດໃນປີ 1994 ໂດຍໄດ້ປັກຫລັກໝາຍຊາຍແດນທັງໝົດ ຈໍານວນ 172 ຫລັກໝາຍ ເປັນຫລັກໝາຍຄູ່, ຕັ້ງຢູ່ລຽບຕາມແຄມຝັ່ງແມ່ນໍ້າຂອງ ເບື້ອງລະ 86 ຫລັກໝາຍ, ເບື້ອງລາວຕິດກັບແຂວງບໍ່ແກ້ວ (ມີລວງຍາວທັງໝົດ 77 ກິໂລແມັດ, ມີຈໍານວນ 33 ຫລັກໝາຍ) ແລະ ແຂວງຫລວງນໍ້າທາ (ມີລວງຍາວ 159 ກິໂລແມັດ, ມີຈໍານວນ 53 ຫລັກໝາຍ), ສ່ວນເບື້ອງມຽນມາ ຕິດກັບເມືອງທ່າຂີ້ເຫລັກ, ລັດຊານຕາເວັນອອກ.
ໂດຍລວມສະພາບຕາມບໍລິເວນຊາຍແດນສອງປະເທດ ຍັງປະກົດມີບັນດາປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງເປັນປະຈໍາ ແຕ່ຢູ່ໃນທ່ວງທ່າທີ່ລົດນ້ອຍຖອຍລົງທຽບໃສ່ໄລຍະໜຶ່ງທົດສະວັດຜ່ານມາ ຍ້ອນໄດ້ມີກົນໄກການຮ່ວມມືຊາຍແດນທີ່ເປັນລະບົບໃນແຕ່ລະລະດັບຂັ້ນ ແລະ ມີການຈັດກອງປະຊຸມປຶກສາຫາລືຮ່ວມກັນເປັນປົກກະຕິ ຈຶ່ງເຮັດໃຫ້ການປະຕິບັດວຽກງານມີຄວາມຕໍ່ເນື່ອງ ແລະ ແກ້ໄຂບັນຫາຕ່າງໆ ໄດ້ທັນເວລາໂດຍພື້ນຖານ. ນອກນີ້, ຍັງເກີດມີບັນດາໂຄງການພັດທະນາທີ່ເກີດຂຶ້ນເປັນຈໍານວນຫລາຍ ເຊິ່ງບາງໂຄງການໄດ້ແຈ້ງໃຫ້ຝ່າຍມຽນມາ ຊາບກ່ອນລົງມືຈັດຕັ້ງປະຕິບັດ, ແຕ່ມີຫລາຍກິດຈະການເລີ່ມກໍ່ສ້າງໂດຍບໍ່ໄດ້ມີການແຈ້ງໃຫ້ຝ່າຍມຽນມາ ຊາບຕາມພັນທະສັນຍາ ທີ່ສອງຝ່າຍມີຮ່ວມກັນ ຈຶ່ງເຮັດໃຫ້ບາງກິດຈະການຖືກຝ່າຍມຽນມາທັກທ້ວງ ເຊິ່ງຄະນະວິຊາການຈາກສູນກາງຕ້ອງໄດ້ລົງໄປກວດກາຮ່ວມກັບຝ່າຍມຽນມາ ເພື່ອແກ້ໄຂ ແລະ ບາງກິດຈະການກໍ່ຈໍາເປັນຕ້ອງຢຸດເຊົາຕາມການສະເໜີຂອງຝ່າຍ ມຽນມາ ເປັນຕົ້ນ ການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ຮ່ອງນໍ້າລຽບແຄມຝັ່ງແມ່ນໍ້າຂອງ ລະຫວ່າງຫລັກໝາຍຊາຍແດນ ເລກທີ 01-02, ການຂຸດຄົ້ນຄໍາຕົກຂ້ອນຢູ່ຕາມລໍາແມ່ນໍ້າຂອງ ບໍລິເວນຫລັກໝາຍຊາຍແດນ ເລກທີ 04-05 ແລະ 24-25 ຂອງບໍລິສັດເອກະຊົນ ທີ່ກໍ່ໃຫ້ເກີດມີກອງຫີນ-ດິນຊາຍ ຕັນການໄຫລຂອງກະແສນໍ້າ ແລະ ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ການກໍ່ສ້າງທ່າເຮືອ ເພື່ອລໍາລຽງຂົນສົ່ງແຮ່ເຫລັກໄປ ສປປ ຈີນ ບໍລິເວນຫລັກໝາຍເລກທີ 16.
ວຽກງານພົ້ນເດັ່ນໃນໄລຍະຜ່ານມາ ແມ່ນຄະນະວິຊາການຊາຍແດນຂອງສອງຝ່າຍໄດ້ສໍາເລັດການສໍາຫລວດ, ບູລະນະ ແລະ ກໍ່ສ້າງຫລັກໝາຍຊາຍແດນ ທີ່ເປ່ເພຄືນໃໝ່ຮ່ວມກັນຄັ້ງທີ 6 ເຊິ່ງວຽກດັ່ງກ່າວເປັນວຽກງານທີ່ສອງຝ່າຍໄດ້ປະຕິບັດໄດ້ຮ່ວມກັນທຸກໆ 5 ປີ. ພິເສດ, ໃນຄັ້ງນີ້ ສອງຝ່າຍຍັງໄດ້ຮ່ວມກັນເກັບກໍາຂໍ້ມູນ ວັດແທກ GPS ຢູ່ແຕ່ຈຸດຫລັກໝາຍຊາຍແດນຂອງທັງສອງເບື້ອງ ເພື່ອໃຊ້ເຂົ້າໃນການປັບປຸງແຜນທີ່ເສັ້ນຊາຍແດນ ລາວ-ມຽນມາ ຄືນໃໝ່ ໃຫ້ມີຄວາມຊັດເຈນ ແລະ ທັນສະໄໝກວ່າເກົ່າ. ໃນເດືອນມີນາ 2025 ຜ່ານມາ, ວຽກງານດັ່ງກ່າວກໍ່ໄດ້ຮັບອະນຸມັດການຍ້ອງຍໍບຸກຄົນ ແລະ ນິຕິບຸກຄົນ ຈາກລັດຖະບານ ສປປ ລາວ ຕໍ່ຜູ້ທີ່ຜົນງານດີເດັ່ນ. ປັດຈຸບັນແມ່ນພວມກະກຽມສົມທົບກັບກົມຈັດຕັ້ງພະນັກງານ, ກະຊວງການຕ່າງປະເທດ ເພື່ອດຳເນີນຕາມຂັ້ນຕອນຈັດຕັ້ງປະຕິບັດການຍ້ອງຍໍ. ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ມີດ່ານຊາຍແດນ ຮ່ວມກັນທັງໝົດ 3 ດ່ານ (ດ່ານສາກົນ 1 ດ່ານ, ດ່ານ ທ້ອງຖິ່ນ 1 ດ່ານ; ດ່ານປະເພນີ 1 ດ່ານ).
ຊາຍແດນ ລາວ-ໄທ.
ໃນວັນທີ 8 ກັນຍາ 1996, ລັດຖະບານທັງສອງປະເທດ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການສຳຫລວດ ແລະ ປັກຫລັກໝາຍຊາຍແດນຕະຫລອດເສັ້ນຊາຍແດນຮ່ວມກັນ ທີ່ຈັງຫວັດສົງຂາ, ປະເທດໄທ ຫລື ເອີ້ນວ່າ “ ຂໍ້ຕົກລົງສົງຂາ”. ຂໍ້ຕົກລົົງດັ່ງກ່າວ ໄດ້ຮັບຮອງເອົາບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງວ່າດ້ວຍການກໍານົດເສັ້ນຊາຍແດນຝຣັ່ງ-ສະຫຍາມ ເພື່ອເປັນບ່ອນອີງທາງດ້ານກົດໝາຍໃນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຕະຫລອດເສັ້ນຊາຍແດນຂອງສອງປະເທດ.
ສະພາບການຕາມບໍລິເວນຊາຍແດນ ລາວ-ໄທ ແມ່ນມີຄວາມສະຫງົບດີໂດຍພື້້ນຖານ, ແຕ່ເນື່ອງຈາກວ່າ ການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມ ລະຫວ່າງ ລາວ-ໄທ ຍັງບໍ່ທັນສໍາເລັດສົມບູນເທື່ອ, ເຮັດໃຫ້ບາງບໍລິເວນ ຍັງເກີດມີປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນ ເປັນຕົ້ນແມ່ນບັນຫາການລ່ວງລໍ້າເສັ້ນຊາຍແດນເພື່ອທໍາການຜະລິດປູກຟັງ-ລ້ຽງສັດ ທັງຢູ່ເຂດຊາຍແດນດິນຕໍ່ແຜ່ນ ແລະ ຢູ່ບັນດາດອນຂອງລາວ, ການລ້ອມຮົ້ວເຕັງເສັ້ນຊາຍແດນ ແລະ ລັກລອບຫາເຄື່ອງປ່າຂອງດົງ ໃນດິນຂອງລາວ. ບັນດາອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງການພົວພັນຮ່ວມມື ຕາມກົນໄກຮ່ວມມືຊາຍແດນສອງຝ່າຍ, ຕິດຕາມສະພາບການຊາຍແດນຢ່າງໃກ້ຊິດ ແລະ ເອົາໃຈໃສ່ໃນການລາດຕະເວນ ຢູ່ຕາມບໍລິເວນຊາຍແດນຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມບໍລິເວນຊາຍແດນບໍ່ໃຫ້ເກີດມີອີກ, ທັງນີ້ກໍເພື່ອເຮັດໃຫ້ເສັ້ນຊາຍແດນ ຂອງສອງປະເທດ ກາຍເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຮອບດ້ານຕະຫລອດການ.
ນັບແຕ່ປີ 1997 ມາເຖິງປັດຈຸບັນ, ສອງຝ່າຍສາມາດສໍາຫລວດ ແລະ ປັກຫລັກໝາຍຊາຍແດນສໍາເລັດ ແລ້ວຈໍານວນ 211 ຫລັກໝາຍ ກວມເອົາລວງຍາວປະມານ 678 ກິໂລແມັດ, ເທົ່າກັບ 89% ຂອງລວງຍາວເສັ້ນຊາຍແດນທາງບົກ 763 ກິໂລແມັດ ແລະ ເທົ່າກັບ 36 % ຂອງລວງຍາວເສັ້ນຊາຍແດນທັງໝົດ 1.869 ກິໂລແມັດ (ທາງບົກ ແລະ ທາງນໍ້າ). ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຍັງມີຈຸດຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂຮ່ວມກັນຈຳນວນ 14 ບໍລິເວນ ເຊິ່ງຢູ່ທາງພາກ
ເໜືອຈຳນວນ 6 ບໍລິເວນ ແລະ ພາກໃຕ້ ຈຳນວນ 8 ບໍລິເວນ. ຜ່ານມາ, ສອງຝ່າຍໄດ້ຮ່ວມກັນຊອກຫາວິທີການແກ້ໄຂບໍລິເວນຈຸດຄົງຄ້າງດັ່ງກ່າວ ຜ່ານກົນໄກຮ່ວມມືຊາຍແດນສອງຝ່າຍ ເຊິ່ງມາຮອດປັດຈຸບັນສອງຝ່າຍ ໄດ້ມີກອງປະຊຸມຄະນະກໍາມາທິການຊາຍແດນຮ່ວມ ລະຫວ່າງ ລາວ-ໄທ (JBC) ທັງໝົດ 11 ຄັ້ງ ແລະ ຄາດວ່າຈະໄດ້ຈັດກອງປະຊຸມ (JBC) ຄັ້ງທີ 12 ຂຶ້້ນໃນເດືອນພະຈິກ 2025 ທີ່ຝ່າຍລາວເປັນເຈົ້າພາບ. ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ມີດ່ານຊາຍແດນຮ່ວມກັນທັງໝົດ 50 ດ່ານຄື: ດ່ານສາກົນ 13 ດ່ານ, ດ່ານທ້ອງຖິ່ນ 6 ດ່ານ, ດ່ານປະເພນີ 27 ດ່ານ; ຈຸດກວດກາ 4 ຈຸດ.
ຊາຍແດນ ລາວ - ກໍາປູເຈຍ.
ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ມີຊາຍແດນຮ່ວມກັນ ຍາວປະມານ 535 ກິໂລແມັດ. ສອງປະເທດໄດ້ເລີ່ມສໍາຫລວດ ແລະ ປັກຫລັກໝາຍຊາຍແດນມາແຕ່ທ້າຍປີ 2000, ປັດຈຸບັນສາມາດສໍາຫລວດທິດເນັ່ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງສໍາເລັດ 465 ກິໂລແມັດ, ເທົ່າກັບ 86% ຂອງເສັ້ນຊາຍແດນທັງໝົດ, ສາມາດປັກຫລັກໝາຍຊາຍແດນຮ່ວມກັນແລ້ວ ຈໍານວນ 126 ຫລັກໝາຍ ແລະ ໄດ້ຮັບຮອງຮ່ວມກັນແລ້ວ ຈໍານວນ 121 ຫລັກໝາຍ.
ໂດຍລວມສະພາບຊາຍແດນ ລາວ-ກຳປູເຈຍ ແມ່ນມີຄວາມສະຫງົບໂດຍພື້ນຖານ, ສອງຝ່າຍໄດ້ຜັດປ່ຽນກັນເປັນເຈົ້າ ພາບຈັດກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍປະຈໍາປີຢ່າງເປັນປົກກະຕິ ເພື່ອສັງລວມບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ວາງແຜນການຮ່ວມມືແກ້ໄຂໃນຕໍ່ໜ້າ, ແຕ່ກໍປາສະຈາກບໍ່ໄດ້ບາງປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນ ກໍລະນີຂໍ້ຂັດແຍ້ງ ລະຫວ່າງ ກໍາປູເຈຍ-ໄທ ໄດ້ສ້າງໄພຂົ່ມຂູ່ ແລະ ມີອາວຸດກະສຸນຈາກການຕໍ່ສູ້ຂອງສອງຝ່າຍຕົກມາໃນດິນແດນເບື້ອງຝັ່ງລາວ; ຝ່າຍກໍາປູເຈຍ ມີການຕຶງກໍາລັງເຄື່ອນໄຫວຢູ່ຕາມບໍລິເວນຊາຍແດນ ລາວ-ໄທ-ກໍາປູເຈຍ (ສາມ ຫລ່ຽມມໍລະກົດ), ບາງຈຸດເຂົ້າມາຕັ້ງຖານທັບໃນດິນແດນທີ່ ລາວ ແລະ ກໍາປູເຈຍ ຍັງບໍ່ທັນໄດ້ສໍາຫລວດຮ່ວມ ເຊິ່ງພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ທັງສູນກາງ ແລະ ທ້ອງຖິ່ນ ກໍໄດ້ປະສານໄປຍັງຝ່າຍກໍາປູເຈຍ ເພື່ອຜັກດັນໃຫ້ກໍາລັງຂອງກໍາປູເຈຍ ຍອມຖອນອອກຈາກພື້ນທີ່ໆມີການຈັດວາງກໍາລັງຢູ່ນັ້ນ ກັບຄືນໄປຈຸດທີ່ຕັ້ງເດີມຂອງຕົນ. ນອກນີ້, ຍັງມີປະກົດການບຸກເບີກເສັ້ນທາງລຽບຕາມຊາຍແດນ ໂດຍຝ່າຍກໍາປູເຈຍ ເຂົ້າມາເບື້ອງລາວໃນບາງບໍລິເວນ ເຊິ່ງວິຊາການສອງຝ່າຍຕ້ອງໄດ້ລົງກວດກາພື້ນທີ່ຕົວຈິງ ເພື່ອເກັບກໍາຂໍ້ມູນ ແລະ ວາງແຜນການແກ້ໄຂຮ່ວມກັນໃນຕໍ່ໜ້າ.
ສອງປະເທດໄດ້ລົງນາມສົນທິສັນຍາວ່າດ້ວຍການກໍານົດຊາຍແດນປະເທດ ໃນປີ 2023, ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂດຍມີຄວາມຄືບໜ້າເປັນກ້າວໆ ທັງວຽກງານປັກຫລັກໝາຍໃໝ່ທີ່ແໜ້ນໜາຖາວອນປ່ຽນແທນຫລັກໝາຍເກົ່າ ເຊິ່ງສອງຝ່າຍຈະໄດ້ຫລັກໝາຍຊາຍແດນຮ່ວມກັນ ຕະຫລອດເສັ້ນຊາຍແດນ ຈໍານວນ 510 ຫລັກໝາຍ, ມາເຖິງເດືອນສິງຫາ 2025 ສາມາດສ້າງສໍາເສັດຈໍານວນ 207 ຫລັກໝາຍ (ເທົ່າກັບ 40,58%) ແລະ ວຽກງານແກ້ໄຂບໍລິເວນຊາຍແດນທີ່ສອງຝ່າຍໄດ້ສໍາຫລວດຮ່ວມກັນ 86%, ອັນພົ້ນເດັ່ນແມ່ນການແກ້ໄຂບໍລິເວນເສັ້ນທາງດົງກະລໍ (ຫລັກໝາຍ 033-034) ເຊິ່ງເປັນບໍລິເວນທີ່ມີຄວາມສໍາຄັນ ແລະ ແກ່ຍາວມາດົນ. ນອກນັ້ນ, ສອງຝ່າຍພວມຢູ່ໃນຂັ້ນຕອນສືບຕໍ່ແກ້ໄຂບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບກັນ ເພື່ອເປັນພື້ນຖານ ກ້າວໄປສູ່ການແກ້ໄຂບໍລິເວນຊາຍແດນທີ່ຍັງຄົງຄ້າງ 14% ກວມເອົາບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ເຊິ່ງເປັນບໍລິເວນຄົງຄ້າງມິດຕະພາບ. ສະເພາະການແກ້ໄຂບໍລິເວນຊາຍແດນທາງນໍ້າທີ່ສອງຝ່າຍຍັງບໍ່ເປັນເອກະພາບ ໂດຍສະເພາະບໍລິເວນຊາຍແດນ ເຊລໍາເພົາ, ຫ້ວຍໂສດ-ຫ້ວຍກະລ່ຽງ, ເຊກອງ ເຊິ່ງເບື້ອງຝ່າຍລາວມີພັນທະສັນຍາຕ້ອງແຈ້ງທັດສະນະໃຫ້ຝ່າຍກໍາປູເຈຍໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້.
ວຽກງານຄຸ້ມຄອງ ແລະຍົກລະດັບດ່ານໃນຂອບເຂດທົ່ວປະເທດ.
ສປປ ລາວ ມີຊາຍແດນຕິດກັບ 5 ປະເທດໃກ້ຄຽງ ມີບັນດາດ່ານລວມທັງໝົດ 102 ດ່ານ, ໃນນັ້ນແບ່ງເປັນ 3 ປະເພດດ່ານ ຄື: ດ່ານສາກົນ ມີຈໍານວນ 32 ດ່ານ, ດ່ານທ້ອງຖິ່ນ ຈໍານວນ 17 ດ່ານ ແລະ ດ່ານປະເພນີ ຈໍານວນ 53 ດ່ານ. ໃນໄລຍະຜ່ານມາສາມາດຈັດຕັ້ງປະຕິບັດວຽກງານການຍົກລະດັບດ່ານສາກົນ ຈໍານວນ 6 ດ່ານ, ດ່ານທ້ອງຖິ່ນ ຈໍານວນ 1 ດ່ານ ແລະ ຈຸດກວດກາ 1 ຈຸດ. ໄດ້ເອົາໃຈໃສ່ວຽກງານເຜີຍແຜ່ຂໍ້ມູນຂ່າວສານຊາຍແດນແຫ່ງຊາດ ໃຫ້ແກ່ຫລາຍອົງການການຈັດຕັ້ງທີ່ກ່ຽວຂ້ອງທັງພາຍໃນສູນກາງ ແລະ ທ້ອງຖິ່ນຕ່າງແຂວງ, ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຮ່ວມກັບປະເທດເພື່ອນບ້ານ ເຊິ່ງໃນໄລຍະແຕ່ປີ 2020 ເຖິງປັດຈຸບັນ ໄດ້ມີການຈັດກອງປະຊຸມເຜີຍແຜ່ວຽກງານຊາຍແດນທັງໝົດ 7 ຄັ້ງ.
KPL