ຫວນຄືນມູນເຊື້ອວັນປະກາດເອກະລາດ 12 ຕຸລາ

11/10/2025 09:35
Email Print 483
ຂປລ ຂປລ. ໃນທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງເອົາປະເທດເຮົາເປັນຫົວເມືອງຂຶ້ນ. ປະເທດໄດ້ສູນເສຍເອກະລາດ-ປະຊາຊົນລາວ ໄດ້ຂາດອິດສະລະພາບກາຍເປັນຂ້ອຍຂ້າຂອງຕ່າງຊາດ. ດ້ວຍມູນເຊື້ອບໍ່ຍອມຈຳນົນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງເນື່ອງນິດລຽນຕິດ, ຕັ້ງແຕ່ມື້ທຳອິດທີ່

(ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 80ປີ ວັນທີ 12/10/1945-12/10/2025)

      ຂປລ. ໃນທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງເອົາປະເທດເຮົາເປັນຫົວເມືອງຂຶ້ນ. ປະເທດໄດ້ສູນເສຍເອກະລາດ-ປະຊາຊົນລາວ ໄດ້ຂາດອິດສະລະພາບກາຍເປັນຂ້ອຍຂ້າຂອງຕ່າງຊາດ. ດ້ວຍມູນເຊື້ອບໍ່ຍອມຈຳນົນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງເນື່ອງນິດລຽນຕິດ, ຕັ້ງແຕ່ມື້ທຳອິດທີ່ ພວກເຂົາໄດ້ເຂົ້າມາຮອດປະເທດລາວ, ຍິ່ງພວກລ່າເມືອງຂຶ້ນໄດ້ເພີ່ມທະວີການຢຶດຄອງ ແລະ ປຸກລະດົມຫລາຍຂຶ້ນທໍ່ໃດ, ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຍິ່ ງເປີດກວ້າງອອກໄປທົ່ວທຸກແຫ່ງຫົນ ໃນຂອບເຂດທົ່ວປະເທດ. ເຖິງວ່າການຕໍ່ສູ້ໄລຍະນັ້ນ ບໍ່ໄດ້ມີພັກນຳພາ-ຂາດອາວຸດຍຸດໂທປະກອນອັນຈຳເປັນ ແລະ ໄດ້ຖືກປາບປາມຢ່າງຮ້າຍແຮງ-ປ່າເຖ່ືອນກໍຕາມ, ແຕ່ກໍໄດ້ເຮັດໃຫ້ພວກລ່າເມືອງຂຶ້ນ ຕ້ອງສະທ້ານຢ້ານກົວ ແລະ ຖືກສູນເສຍເປັນຈຳນວນບໍ່ໜ້ອຍ. ອັນສຳຄັນທີ່ສຸດແມ່ນໄດ້ສະແດງ ໃຫ້ພວກເຂົາເຫັນຄົນລາວ ມີນ້ຳໃຈຮັກຊາດອັນສູງສົ່ງ ແລະ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ.

ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ, ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນບັນດາປະເທດ ໃນອິນດູຈີນມີແນວທາງ ແລະ ມີຍຸດທະສາດອັນຈະແຈ້ງ ພາຍຫລັງມີພັກກອມມູນິດອິນດູຈີນ ຊີ້ນໍາ-ນໍາພາ ແລະໄດ້ສ້າງຕັ້ງຄະນະພັກແຄວ້ນລາວຂຶ້ນໃນວັນ 6 ກັນຍາ 1934 ເພື່ອນໍາພາຂະບວນການ ຕໍ່ສູ້ຂອງປະຊາຊົນລາວ, ຄະນະພັກແຄວ້ນລາວກໍໄດ້ປຸກລະດົມຂົນຂວາຍປະຊາຊົນ ແຕ່ລະເຂດໃນທົ່ວປະເທດໃຫ້ສາມັກຄີກັນເປັນຈິດໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ກັບການຢຶດຄອງ, ກົດຂີ່ກູດຮີດຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ຟາດຊິດຍີ່ປຸ່ນ. ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈໍານົນຕໍ່ຝ່າຍພັນທະມິດ ໃນສົງຄາມໂລກຄັ້ງທີສອງໂດຍກໍາເອົາກາລະໂອກາດດັ່ງກ່າວປະຊາຊົນລາວ ທົ່ວປະເທດໄດ້ລຸກຂຶ້ນຍາດເອົາອໍານາດຕັ້ງແຕ່ວັນທີ 18 ສິງຫາ ຫາຕົ້ນເດືອນກັນຍາ 1945 ໄດ້ສ້າງຕັ້ງອໍານາດການປົກຄອງຂອງຕົນຂຶ້ນຢູ່ໃນຫລາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກໍາລັງປະກອບອາວຸດ ເພື່ອປ້ອງກັນຕົວເມືອງ, ຢູ່ໃນຕົວເມືອງໃຫຍ່ເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊໍາເໜືອ, ຊຽງຂວາງແລະ ຫລວງພະບາງ.

ພາຍໃຕ້ນຳພາອັນສະຫລາດສ່ອງໃສຂອງສູນກາງພັກ ແລະ ການຊີ້ນຳໂດຍກົງຂອງຄະນະພັກແຄວ້ນລາວ, ຂະບວນການປະຕິວັດປົດປ່ອຍຊາດ ຢູ່ລາວນັບມື້ຂະຫຍາຍຕົວ ແລະ ກ້າວໄປສູ່ຄຸນນະພາບໃໝ່, ພັກເຮົາໄດ້ເດັດດ່ຽວນຳພາປະຊາຊົນເຮົາ ລຸກຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ ຈາກກຳມືຂອງພວກຂຸນເສິກຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ. ຂະບວນການຢຶດອຳນາດຢູ່ວຽງຈັນ ໄດ້ເລີ່ມຈາກຂະບວນການຕໍ່ສູ້ຂອງກຳມະກອນ ແລະ ຕໍ່ມາໃນວັນທີ 23 ສິງ 1945 ຈຶ່ງມີການໂຮມຊຸມນຸມໃຫຍ່ ທີ່ມີຄົນເຂົ້າຮ່ວມໝື່ນກວ່າຄົນ ໂດຍມີຕົວແທນຂອງກຳລັງປະຕິວັດ ເປັນແກນສານນຳພາ ແລະ ປຸກລະດົມມວນຊົນ ສາມັກຄີເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ ອິດສະລະພາບອັນແທ້ຈິງມາໃຫ້ປະເທດຊາດ.

ຈາກເຫດການດັ່ງກ່າວນັ້ນ, ​ຂະບວນການຢຶດອຳນາດໄດ້ແຜ່ລາມໄປຫລາຍແຂວງ ເປັນຕົ້ນ: ຢູ່ສະຫວັນນະເຂດ ໃນວັນທີ 30 ສິງຫາ,ຢູ່ທ່າແຂກໃນວັນທີ 1 ກັນຍາ,ຢູ່ຊຳເໜືອແຕ່ວັນທີ 26 ສິງຫາ ເຖິງຕົ້ນເດືອນຕຸລາ ແລະ ຢູ່ແຂວງອື່ນໆ ຊຶ່ງໄດ້ສ້າງເງື່ອນໄຂໃຫ້ແກ່ການລຸກຮືຂຶ້ນ ຢຶດອຳນາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດແຫ່ງຊາດ.

ວັນທີ 12 ຕຸລາ ໄດ້ກາຍເປັນເຫດການທີ່ມີ ຄວາມໝາຍປະຫວັດສາດຂອງຊາດລາວ ເຮົາຍ້ອນວ່າແມ່ນມື້ທີ່ມີການໂຮມຊຸມນຸມ, ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປັດຈຸບັນ) ຊຶ່ງມີມວນຊົນເຂົ້າຮ່ວມກວ່າ 2 ໝ່ືນຄົນ.​ໃນມື້ນີ້, ລັດຖະບານລາວອິດສະຫລະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນາຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນ ກໍໄດ້ຖະແຫລງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວໃນປັດຈຸບັນ); ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກດ້ວຍ.

ມາຮອດວັນທີ 17 ຕຸລາ 1945,ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກໍໄດ້ປະກາດຮັບຮູ້ລັດຖະບານລາວອິດສະຫລະຢ່າງເປັນທາງການ, ສົນທິສັນຍາມິດຕະພາບ ລະຫ່ວາງ 2 ປະເທດ ກໍໄດ້ເຊັນນຳກັນຢູ່ທີ່ວຽງຈັນ, 2 ປະເທດໄດ້ຕົກລົງສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດນາມຂຶ້ນ ເພື່ອຊ່ວຍເຫລືອກັນຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ກັບຄືນມາຮຸກຮານລາວ. ການລຸກຮືຂຶ້ນຢຶດອຳນາດການປົກຄອງ 23 ສິງຫາ 1945 ແລະ ປະກາດເອກະລາດໃນ ວັນທີ 12 ຕຸລາ 1945 ເປັນຂີດໝາຍອັນໜຶ່ງທີ່ສຳຄັນໃນປະຫວັດສາດແຫ່ງການຕໍ່ສູ້ ເພື່ອເອກະລາດແຫ່ງຊາດ, ອິດສະຫລະພາບຂອງປະຊາຊົນລາວ, ໃນນີ້ເປັນເທື່ອທຳອິດທີ່ປະຊາຊົນລາວບັນດາເຜົ່າ ໄດ້ລຸກຂຶ້ນຕໍ່ສູ້ເພື່ອທັບມ້າງແອກປົກຄອງ ຂອງການເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນແບບເກົ່າ, ລຶບລ້າງລະບອບສັກດີນາທີ່ປົກຄອງລາວ ມາໄດ້ຫລາຍທົດສະຕະວັດ, ເປັນການເປີດເສັ້ນທາງໃຫ້ແກ່ ການປະຕິວັດລາວກ້າວເຂົ້າສູ່ໄລຍະໃໝ່. ຈາກໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ພັກ ແລະ ປະຊາຊົນລາວໄດ້ມີປະສົບການຫລາຍຢ່າງ, ສ້າງໃຫ້ພັກມີກໍາລັງໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ທີ່ກັບຄືນມາຮຸກຮານລາວອີກເທື່ອໃໝ່. ພາລະກິດປົດປ່ອຍຊາດຂອງປະຊາຊົນລາວ ໄດ້ດຳເນີນໄປຢ່າງພິລາດອາດຫານ ທັງຕໍ່ສູ້ດ້ວຍອາວຸດ, ການເມືອງ, ກົດໝາຍແລະ ການຕ່າງປະເທດ ຈົນໄດ້ຮັບໄຊຊະນະແຕ່ລະກ້າວຢ່າງຕໍ່ເນື່ອງ; ສຸດທ້າຍໄດ້ຈັບເອົາກາລະໂອກາດທີ່ ຫວຽດນາມ ແລະ ກຳປູເຈຍ ປົດປ່ອຍຊາດຢ່າງສົມບູນ, ພັກປະຊາຊົນລາວ ໄດ້ນຳໃຊ້ຍຸດທະສາດ 3 ບາດຄ້ອນ “ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ” ຍາດເອົາໄຊຊະນະຢ່າງສົມບູນ, ລຶບລ້າງລະບອບເກົ່າ ແລະ ສ້າງລະບອບປະຊາທິປະໄຕ ປະຊາຊົນຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ2 ທັນວາ 1975.

 

ໄຊຊະນະຂອງການລຸກຮືຂຶ້ນຍາດ ເອົາອຳນາດການປົກຄອງ ແລະ ປະກາດເອກະລາດ ໃນເດືອນຕຸລາ 1945 ກໍຄືໝາກຜົນຂອງໄຊຊະນະ ແຫ່ງການປະກາດເອກະລາດ ໃນວັນຊາດ 2 ທັນວາ 1975 ຊຶ່ງເປັນຄັ້ງທຳອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ສິດເສລີພາບ, ປະຊາທິປະໄຕ, ໄດ້ເປັນເຈົ້າປະເທດຊາດ, ເປັນເຈົ້າທ້ອງຖິ່ນ ແລະ ເປັນເຈົ້າຊາຕາກຳຂອງຕົນອັນໄດ້ເຮັດໃຫ້ສະຕິຕື່ນຕົວຮັກຊາດ ຂອງປະຊາຊົນເຮົາໄດ້ຮັບການຍົກສູງຂຶ້ນ; ໂດຍພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດອິນດູຈີນ ໂດຍກົງແມ່ນຄະນະພັກແຄວ້ນລາວ ທີ່ມີແນວທາງຍຸດທະສາດ, ຍຸດໂທບາຍອັນຄ່ອງແຄ່ວເຂົ້າໃນ ພຶດຕິກຳຕົວຈິງຂອງ ການປະຕິວັດລາວຢ່າງປະດິດສ້າງ; ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນລາວ,ຫວຽດນາມ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນຕ້ານສັດຕູ ໂຕດຽວກັນຕະຫລອດໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ການປະກາດເອກະລາດໃນວັນ ທີ 12 ຕຸລາ ປີ 1945 ໄດ້ເຮັດໃຫ້ຄົນ ທົ່ວໂລກໄດ້ຮັບຮູ້ກ່ຽວກັບ ຄວາມເປັນຊາດລາວ ຂອງພວກເຮົາ, ຮັບຮູ້ອະທິປະໄຕຂອງຊາດລາວ ກໍຄືເຂດນ້ຳແດນດິນຂອງປະເທດລາວ.

ວັນປະກາດເອກະລາດ 12 ຕຸລາປີ 1945 ເປັນວັນປະຫວັດສາດ ທີ່ສຳຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ“ຍອມຕາຍດີກວ່າຍອມເປັນຂ້ອຍຂ້າ, ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອຕ່າງຊາດ”. ນັບແຕ່ນັ້ນມານ້ຳໃຈວັນທີ 12 ຕຸລາ ປີ 1945 ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊ ຂອງຄົນລາວຜູ້ຮັກຊາດພາຍໃຕ້ການນຳພາຂອງພັກ, ເຫດການຄັ້ງປະຫວັດສາດດັ່ງກ່າວ ໄດ້ເປັນສັນຍະລັກເຕືອນໃຫ້ຊາວໂລກຮັບຮູ້ວ່າ:ແອກ ແລະ ສີກໂຊ້ແຫ່ງຄວາມເປັນຂ້ອຍຂ້າ ຂອງພວກຈັກກະພັດຕ່າງດ້າວນັ້ນໄດ້ຖືກປະຊາຊົນເຮົາທັບມ້າງໃຫ້ມຸ່ນທະລາຍລົງຢ່າງສິ້ນເຊີງແລ້ວ, ຊາດເຮົາໄດ້ຟື້ນຟູສິດແຫ່ງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຕົນ ໂດຍບໍ່ມີສັດຕູໂຕໃດລ່ວງລະເມີດໄດ້ເປັນອັນຂາດ, ນ້ໃຈ 12 ຕຸລາ ໄດ້ສະແດງໃຫ້ເຫັນຢ່າງເຕັມປ່ຽມເຖິງມູນເຊື້ອອັນດູດດື່ມ ແລະ ຄວາມສາມັກຄີເດັດດ່ຽວໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຍາດເອົາໄຊຊະນະມາໃຫ້ປະເທດຊາດ ແລະ ໄດ້ໄຂຊ່ອງທາງໃຫ້ແກ່ການປະຕິວັດ ຢູ່ປະເທດເຮົາກ້າວຂຶ້ນຈາກໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ຢ່າງມີໄຊ. ນີ້ແມ່ນໝາກຜົນແຫ່ການນຳພາທີ່ຖືກຕ້ອງ ສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ແມ່ນໄຊຊະນະແຫ່ງຄວາມສາມັກຄີ ປອງດອງປວງຊົນລາວບັນດາເຜົ່າ ແລະ ກໍແມ່ນໄຊຊະນະຂອງການເສີມຂະຫຍາຍມູນເຊື້ອວັນທີ 12 ຕຸລາ ເຂົ້າໃນທຸກຂົງເຂດວຽກງານ.

KPL

ຂ່າວອື່ນໆ

ads
ads

Top