ກະຊວງສາທາລະນະສຸກ ສ້າງຂະບວນ ການລິຈາກເລືອດຊ່ວຍເຫລືອສັງຄົມ

20/05/2025 11:27
Email Print 385
ຂປລ ຂປລ. ເມື່ອບໍ່ດົນມານີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ, ສະເຫລີມສະຫລອງວັນແພດລາວ ຄົບຮອບ 60 ປີ




ຂປລ. ເມື່ອບໍ່ດົນມານີ້
, 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ  ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ, ສະເຫລີມສະຫລອງວັນແພດລາວ ຄົບຮອບ 60 ປີ, ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງສາທາລະນະສຸກ ສະໄໝທີ X ໂດຍມີ ທ່ານ ພອນປະດິດ ສັງໄຊຍະລາດ ປະທານກຳມະບານກະຊວງ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນສູນເລືອດແຫ່ງຊາດ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ບັນດາ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ເຂົ້າຮ່ວມ.

ການບໍລິຈາກເລືອດໃນຄັ້ງນີ້, ເປັນຄັ້ງທີ 7 ຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ເຊິ່ງຄັ້ງທີ 1 ຈໍານວນເລືອດ ທີ່ໄດ້ຮັບບໍລິຈາກທັງໝົດ 247 ຖົງ, ຄັ້ງທີ 2 ໄດ້ 112 ຖົງ, ຄັ້ງທີ 3 ໄດ້ 162 ຖົງ, ຄັ້ງທີ 4 ໄດ້ 185 ຖົງ, ຄັ້ງທີ 5 ໄດ້ 149 ຖົງ, ຄັ້ງທີ 6 ໄດ້ 106 ຖົງ ແລະ ຄັ້ງທີ 7 ນີ້ ໄດ້ເລືອດທັງໝົດ 168 ຖົງ.




ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ໃນທົ່ວປະເທດ ມີຄວາມຫຍຸ້ງຍາກໃນການເຄື່ອນ ໄຫວອອກຮັບບໍລິຈາກເລືອດ ຕາມສະຖານທີ່ຕ່າງໆ ທີ່ມີແຜນການກໍານົດໄວ້ ແລະ ບາງຄັ້ງກໍບໍ່ໄດ້ຕາມ ຈໍານວນຄາດໝາຍທີ່ວາງໄວ້
, ແຕ່ຄວາມຕ້ອງການເລືອດ-ສ່ວນປະກອບຂອງເລືອດ ເຂົ້າໃນການປິ່ນປົວຄົນເຈັບຢູ່ໂຮງໝໍຕ່າງໆ ໃນທົ່ວປະເທດ ແມ່ນບໍ່ໄດ້ລົດລະ ໃນແຕ່ລະວັນ ແລະ ນັບມື້ນັບສູງຂຶ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ພວກເຮົາ ຈະຕ້ອງສືບຕໍ່ໃນການປຸກລະດົມ ຂົນຂວາຍບໍລິຈາກເລືອດ ຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ ດັ່ງຄຳຂວັນທີ່ວ່າ: ໃຫ້ເລືອດ ຄືໃຫ້ຊີວິດ”, “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດ ທະນາ”, “ເລືອດໜຶ່ງຢົດ ເພືື່ອອະນາຄົດຂອງຊາດ”, “ສິນໄຊແຫ່ງຍຸກສະໄໝ ຮ່ວມໄຈບໍລິຈາກເລືອດ”, “ບໍລິຈາກເລືອດ ແມ່ນພະລັງແຫ່ງຄວາມສາມັກຄີ, ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ”.

ຂໍ້ມູນ-ພາບ: ສູນຂ່າວສານການແພດກະຊວງສາທາລະນະສຸກ

KPL

ຂ່າວອື່ນໆ

    • ສາທາລະນະສຸກ ເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດສາທາລະນະສຸກ

      ສາທາລະນະສຸກ ເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ

      5/20/2025 10:38:35 AM

      ຂປລ. ກະຊວງສາທາລະນະສຸກ ຈັັດເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ ທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫລື “ປຶ້ມຫົວສີບົວ” ໃນວັນທີ 19 ພຶດສະພາ 2025 ເພື່ອຊຸກຍູ້ໃຫ້ປະຊາຊົນ ພາລູກຫລານ ມາຮັບບໍລິການວັກຊີນ ກັນພະຍາດຮອບປົກກະຕິ

    • ໂຄງການເຊື່ອມສານວຽກສຸຂະພາບ ແລະ ໂພຊະ ນາການ ຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນສາທາລະນະສຸກ

      ໂຄງການເຊື່ອມສານວຽກສຸຂະພາບ ແລະ ໂພຊະ ນາການ ຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ

      5/19/2025 3:00:47 PM

      ຂປລ. ໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂານາໄມ ເຊິ່ງໄດ້ດຳເນີນໂຄງການຮ່ວມກັນລະຫວ່າງ ອົງການແພລນສາກົນ ປະຈຳລາວ ແລະ ກະຊວງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືກັບ ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງໃນ ແຂວງສາລະວັນ ແລະ ແຂວງອຸດົມໄຊ

    • ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການສາທາລະນະສຸກ

      ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການ

      5/15/2025 4:34:34 PM

      ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

ads
ads

Top