ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

07/05/2025 20:24
Email Print 1255
ຂປລ ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.



ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ. ມາຮອດປີ 2023 ອັດຕາການຖືພາໃນໄວໜຸ່ມ ກໍມີຈຳນວນເພີ່ມຂຶ້ນ. ສະນັ້ນ, ເພື່ອແກ້ໄຂບັນຫາການຖືພາໃນໄວໜຸ່ມ ລັດຖະບານ ຕ້ອງສຸມໃສ່ສ້າງຄວາມເຂັ້ມແຂງ ໃນການມີສ່ວນຮ່ວມຂອງຊຸມຊົນ ແລະ ສ້າງຄວາມຮັບຮູ້ກ່ຽວກັບສຸ ຂະພາບຈະເລີນພັນ ແລະ ສິດທິຂອງແມ່ຍິງ/ເດັກຍິງ ໂດຍສະເພາະຊຸມຊົນທີ່ຢູ່ຊົນນະບົດ ແລະ ກຸ່ມຊົນເຜົ່າກຸ່ມນ້ອຍ ທີ່ເປັນກຸ່ມສ່ຽງສູງ.
ການແຕ່ງດອງກ່ອນໄວອັນຄວນຂອງເດັກ ແລະ ການຖືພາຂອງໄວໜຸ່ມ ໃນ ສປປ ລາວ ຍັງກວມອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ, ປັດໄຈຕົ້ນຕໍ ຂອງເດັກໃນການແຕ່ງດອງກ່ອນໄວ ສ່ວນໃຫຍ່ແມ່ນເກີດຈາກເດັກ ແລະ ໄວໜຸ່ມ ຍັງບໍ່ທັນມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບກົດໝາຍ ແລະ ຄວາມຮັບຜິດຊອບຂອງຕົນ ໃນການແຕ່ງດອງ ແລະ ຖືພາກ່ອນໄວອັນຄວນ ເຊິ່ງໄດ້ສົ່ງຜົນກະ ທົບດ້ານລົບຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່, ຂາດໂອກາດດ້ານການສຶກສາ ແລະ ອື່ນໆໃນການດໍາລົງຊີວິດ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ການສ້າງຄວາມໄວ້ວາງໃຈ ລະຫວ່າງລະບົບສາທາລະນະສຸກ ແລະ ຊຸມຊົນ ແມ່ນມີຄວາມສໍາຄັນ ຕໍ່ການສົ່ງເສີມການປ່ຽນແປງພຶດຕິກໍາ ແລະ ຫລຸດຜ່ອນການຖືພາໃນໄວໜຸ່ມ. ນອກຈາກນີ້, ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ສາມາດຫລຸດ ຜ່ອນການຖືພາທີ່ບໍ່ຕັ້ງໃຈ ແລະ ການຖືພາໃນໄວໜຸ່ມໄດ້, ນອກຈາກນີ້, ຍັງຊ່ວຍຫລຸດອັດຕາການເສຍຊີວິດໃນເດັກ. ແຕ່ເຖິງຢ່າງໃດກໍຕາມ ສຸຂະພາບ ແລະ ການເປັນຢູ່ທີ່ດີຂອງເດັກ ຍັງເປັນຄວາມກັງວົນ ມີພຽງແຕ່ 62% ຂອງເດັກນ້ອຍໃນລາວ ໄດ້ຮັບວັກຊີນກັນພະຍາດຄົບເຮັດໃຫ້ພວກເຂົາ ມີຄວາມສ່ຽງຕໍ່ພະຍາດທີ່ສາມາດປ້ອງກັນໄດ້. ພາວະຂາດສານອາຫານຂອງເດັກ ແມ່ນອີກບັນຫາໜຶ່ງທີ່ຮ້າຍເເຮງ ເຊິ່ງການແກ້ໄຂພາວະຂາດສານອາຫານ ຕ້ອງເລີ່ມຕົ້ນແຕ່ໄລຍະການຖືພາ ເນື່ອງຈາກໂພຊະນາການທີ່ດີຂອງແມ່ ບໍ່ພຽງເເຕ່ປ້ອງກັນ ການຂາດສານອາຫານ ຂອງເດັກນ້ອຍເທົ່ານັ້ນ ແຕ່ຍັງຊ່ວຍຫລຸດຜ່ອນຄວາມສ່ຽງ ຂອງພະຍາດບໍ່ຕິດຕໍ່ໃນພາຍຫລັງ. ສະນັ້ນ, ເດັກນ້ອຍທຸກຄົນຄວນ ໄດ້ຮັບບໍລິການດ້ານສຸຂະພາບ, ວັກຊີນ ແລະ ໂພຊະນາການແບບຄົບຊຸດໃນການມາໂຮງໝໍຄັ້ງໜຶ່ງ.

ຂ່າວ: ກິດຕາ
KPL

ຂ່າວອື່ນໆ

    • ກະຊວງສາທາລະນະສຸກ ສ້າງຂະບວນ ການລິຈາກເລືອດຊ່ວຍເຫລືອສັງຄົມສາທາລະນະສຸກ

      ກະຊວງສາທາລະນະສຸກ ສ້າງຂະບວນ ການລິຈາກເລືອດຊ່ວຍເຫລືອສັງຄົມ

      5/20/2025 11:27:24 AM

      ຂປລ. ເມື່ອບໍ່ດົນມານີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ, ສະເຫລີມສະຫລອງວັນແພດລາວ ຄົບຮອບ 60 ປີ

    • ສາທາລະນະສຸກ ເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດສາທາລະນະສຸກ

      ສາທາລະນະສຸກ ເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ

      5/20/2025 10:38:35 AM

      ຂປລ. ກະຊວງສາທາລະນະສຸກ ຈັັດເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ ທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫລື “ປຶ້ມຫົວສີບົວ” ໃນວັນທີ 19 ພຶດສະພາ 2025 ເພື່ອຊຸກຍູ້ໃຫ້ປະຊາຊົນ ພາລູກຫລານ ມາຮັບບໍລິການວັກຊີນ ກັນພະຍາດຮອບປົກກະຕິ

    • ໂຄງການເຊື່ອມສານວຽກສຸຂະພາບ ແລະ ໂພຊະ ນາການ ຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນສາທາລະນະສຸກ

      ໂຄງການເຊື່ອມສານວຽກສຸຂະພາບ ແລະ ໂພຊະ ນາການ ຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ

      5/19/2025 3:00:47 PM

      ຂປລ. ໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂານາໄມ ເຊິ່ງໄດ້ດຳເນີນໂຄງການຮ່ວມກັນລະຫວ່າງ ອົງການແພລນສາກົນ ປະຈຳລາວ ແລະ ກະຊວງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືກັບ ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງໃນ ແຂວງສາລະວັນ ແລະ ແຂວງອຸດົມໄຊ

    • ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການສາທາລະນະສຸກ

      ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການ

      5/15/2025 4:34:34 PM

      ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

ads
ads

Top