ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການ

15/05/2025 16:34
Email Print 565
ຂປລ ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ
15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍ​ເພື່ອເປັນທາງເລືອກໃຫ້ແກ່ປະຊາຊົນລາວ ກໍ​ຄື ຊາວຕ່າງປະເທດທີ່ພວມອອກແຮງງານຢູ່ ແຂວງຄຳມ່ວນ ​ເຂົ້າ​ມາໃຊ້ການບໍລິການປິ່ນປົວ​ສຸຂະພາບ, ເຂົ້າເຖິງການບໍລິການ ທີ່ມີຄຸນນະພາບສູງ ເພື່ອຫລຸດຜ່ອນການໄປປິ່ນປົວ ຢູ່ຂັ້ນສູນກາງ ຫລື ຕ່າງປະເທດ.



​ໃນ​ພິທີ ທ່ານ ຖາງຈິ່ນ ປິງ ໄດ້ໃຫ້ຮູ້ວ່າ: ໂຮງໝໍແຫ່ງນີ້ ຕັ້ງຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃນ​ເນື້ອທີ່
20.000 ຕາແມັດ, ມູນ​ຄ່າ​ການເງິນລົງທຶນ 9 ລ້ານໂດລາສະຫະລັດ, ຂະໜາດ 100 ຕຽງ, ມີພະນັກງານທັງໝົດ 102 ຄົນ. ​ໃນ​ນັ້ນ, ພະນັກງານຈາກ ສປ ຈີນ 16 ຄົນ ​ແລະ ພະນັກງານຝ່າຍລາວ 86 ຄົນ, ປະກອບມີພະແນກພາຍໃນ, ພະແນກພາຍນອກ, ພະແນກກະດູກ, ພະແນກຫູ-ຕາ-ດັງ-ຄໍ, ພະແນກປິ່ນປົວພະຍາດຜິວໜັງ, ພະແນກປະສູດ ແລະ ເພດຍິງ, ພະແນກວິເຄາະ, ພະແນກລັງສີວິທະຍາ, ພະແນກການແພດເລືອດວິທະຍາ, ພະແນກພື້ນເມືອງຈີນ ແລະ ພະແນກອື່ນໆ. ພ້ອມ​ນີ້, ຍັງ​ມີສິ່ງອໍານວຍຄວາມສະດວກ ໃນການຮັກສາສຸຂະພາບຄົບວົງຈອນ, ມີເຄື່ອງມື-ອຸປະກອນການແພດທີ່ທັນສະໄໝ, ມີແພດໝໍ, ພະຍາບານ ທີ່ມີຄວາມຊຳນານ​ໃນ​ການ​ປິ່ນປົວ.



ທ່ານ ບຸນແຝງ ພູມມະໄລສິດ ​ໄດ້​ມີ​ຄໍາ​ເຫັນວ່າ: ການບໍລິການທາງການແພດທີ່ດີ ມີຄຸນນະພາບ ແມ່ນຄວາມຮຽກຮອ້ງຕ້ອງການຂອງສັງຄົມ ແລະ ປະຊາຊົນບັນດາເຜົ່າ, ກະຊວງສາທາລະນະສຸກ ຍາມໃດກໍພັດທະນາ ແລະ ປັບປຸງຄຸນນະພາບ ແລະ ການບໍລິການ, ເປັນໃຈການຂອງລະບົບ ສາທາລະນະສຸກ ໂດຍນໍາໃຊ້ຊັບພະຍາກອນທີ່ມີຈໍາກັດ. ໂຮງໝໍແຫ່ງນີ້, ມີການອອກແບບ-ກໍ່ສ້າງ ທີ່ໄດ້ມາດຕະຖານດີສົມຄວນ ດ້ານອາຄານສະຖານທີ່, ສິ່ງອໍານວຍຄວາມສະດວກ ອຸປະກອນການແພດ ແລະ ລະບົບການບໍລິຫານ ແລະ ວິຊາການມີປະສົບການຫລາຍປີ
, ພາຍຫລັງທີ່ເປີດນໍາໃຊ້ແລ້ວ ຈະຊ່ວຍຍົກສູງຄຸນນະ ພາບຊີວິດການເປັນຢູ່ ຂອງປະຊາຊົນແຂວງຄໍາມ່ວນ ກໍຄື ແຂວງອ້ອມຂ້າງ ແລະ ຊາວຕ່າງປະເທດທີ່ມາລົງທຶນພາຍໃນພາກກາງ ແລະ ພາກໃຕ້ຂອງລາວ. ພ້ອມ​ນີ້, ທ່ານ​ຍັງ​ໄດ້ສະ​ແດງ​ຄວາມ​ຫວັງ​ວ່າ ພາຍຫລັງ​ເປີດ​ນໍາ​ໃຊ້​ແລ້ວ ​ໂຮງໝໍ​ແຫ່ງ​ນີ້​ ຈະສືບຕໍ່ພັດທະນາດ້ານວິຊາການ ແລະ ການບໍລິການຈັດການ ໃຫ້ຄົນເຈັບປອດໄພຫາຍດີ ຈາກການເຈັບເປັນ ແລະ ມີການຮ່ວມມືກັບພາກລັດ ກໍຄື ໂຮງໝໍແຂວງຄຳມ່ວນ, ໂຮງໝໍເມືອງ ເພື່ອສົມທົບກັນແລກປ່ຽນບົດຮຽນ, ປະສົບການ, ການບໍລິການວິຊາ, ການບໍລິຫານໂຮງໝໍຢ່າງຮອບດ້ານ, ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການຮ່ວມກັນ. ນອກນັ້ນ, ທາງດ້ານລາຄາການບໍລິການ ກໍໃຫ້ສົມເຫດສົມຜົນ ​ແລະ ເປັນທຳ.



ໂຮງໝໍສາກົນຄຳມ່ວນແຫ່ງນີ້, ຍັງມີຂະແໜງຢາພື້ນເມືອງຈີນ ທີ່ກວດສຸຂະພາບດ້ວຍຈັບຊີບພະ ຈອນ
, ປັກເຂັມ, ດູດເລືອດລົມ ດ້ວຍຫລອດແກ້ວ ແລະ ອື່ນໆ ເຊິ່ງເປັນອີກທາງເລືອກໜຶ່ງ ໃນການໃຫ້ບໍລິການ ແກ່ຜູ້ມາໃຊ້ບໍລິການ.



ຂ່າວ: ວີລະວັນ

ພາບ: ກອງ​ຄໍາ

KPL

ຂ່າວອື່ນໆ

ads
ads

Top