ແຂວງຫົວພັນ


    ເນື້ອທີ: 16.500 ກິໂລຕາແມັດ
    ພົນລະເມືອງ: 306,247 ຄົນ, ຍີງ: 150,839 ຄົນ, ຊາຍ: 155,408 ຄົນ, ຄວາມໜາແໜ້ນ 18 ຄົນ/
ກິໂລຕາແມັດ   (ສະຖິຕິ ກາງປີ 2018)
    09 ເມືອງ
: ຊຳເໜືອ, ຊຽງຄໍ້, ວຽງທອງ,  ວຽງໄຊ, ຫົວເມືອງ, ຊຳໃຕ້, ກວ່ນ, ຊົບບາວ ແລະ  ເມືອງແອດ.





ແຂວງຫົວພັນ

​ເມືອງເອກຂອງແຂວງ: ເມືອງຊຳເໜືອ ທີ່ຕັ້ງ: ທິດເໜືອ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງຊຽງຂວາງ ແລະ ທິດຕາເວັນຕົກ ຕິດກັບແຂວງຫຼວງພະບາງ. ເນື້ອທີ່: 16.500 ຕາຕະລາງກິໂລແມດ. ພົນລະເມືອງ: ແຂວງຫົວພັນ ມີພົນລະເມືອງ 306,247​ ຄົນ ແລະ 27 ຊົນເຜົ່າ. ເມືອງຕ່າງໆ: ເມືອງຊຳເໜືອ, ເມືອງຊຽງຄໍ້, ເມືອງຊ່ອນ, ເມືອງຮ້ຽມ, ເມືອງວຽງໄຊ, ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງກວ່ນ, ເມືອງຊົບບາວ ແລະ ເມືອງແອດ. ແຂວງຫົວພັນ ເປັນແຂວງພູດອຍຊຶ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ. ແຂວງຫົວພັນ ເປັນແຂວງ ມີສະພາບແວດລ້ອມທຳມະຊາດງົດງາມ ເຊັ່ນ: ພູ, ແມ່ນ້ຳ, ນ້ຳຕົກ, ປ່າໄມ້, ຖ້ຳຫຼາຍແຫ່ງ ແລະ ຫີນຕັ້ງ. ໃນຈຳນວນ 8 ເມືອງຂອງແຂວງຫົວພັນ, ເມືອງວຽງໄຊເປັນເມືອງທີ່ມີຖ້ຳຫຼາຍແຫ່ງຊຶ່ງ ຝ່າຍປະເທດລາວ ນຳໃຊ້ເປັນຖານ ກອງບັນຊາການທະຫານ ໃນການເຄື່ອນໄຫວປະຕິວັດໃນ ລະຫວ່າງ ສົງຄາມອິນດູຈີນ. ຖ້ຳຕ່າງໆຢູ່ເມືອງວຽງໄຊ ສາມາດບັນຈຸ ຄົນໄດ້ປະມານ 20.000 ຄົນ. ນ້ຳແອດພູເລີຍ ເປັນພື້ນທີ່ປົກປ້ອງທີ່ໃຫຍ່ທີ່ສຸດໃນປະເທດລາວ, ເປັນພື້ນທີ່ມີຄວາມຫຼາກຫຼາຍທາງ ດ້ານຊີວະນາໆພັນ ແລະ ກໍເປັນ ສະຖານທີ່ທ່ອງທ່ຽວ ທາງທຳມະຊາດອີກດ້ວຍ. ຊົນເຜົ່າຕ່າງໆ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ມີຫຼາຍຊົນເຜົ່າທີ່ສຸດໃນປະເທດລາວ. ຊົນເຜົ່າຕ່າງໆ ມີທັງໝົດ 27 ຊົນເຜົ່າ ອາໄສຢູ່ແຂວງນີ້. ແຜ່ນແພທີ່ເປັນ ເອກະລັກຂອງຊົນເຜົ່າ: ເມືອງຊຳໃຕ້ຊຶ່ງຮູ້ກັນວ່າ ເປັນເມືອງທີ່ຜະລິດຜ້າໄໝ ແລະ ຝ້າຍທີ່ມີຄຸນນະ ພາບສູງ. ເຂົາເຈົ້າໃຊ້ສີທຳມະຊາດໃນການຍ້ອມຜ້າ, ການອອກແບບ ແລະ ການຕ່ຳຜ້າແບບພື້ນເມືອງ.





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top