ແຂວງຫລວງນ້ຳທາ

 ເນື້ອທີ: 9.325 ກິໂລຕາແມັດ
 ພົນລະເມືອງ: 192,392 ຄົນ, ຍີງ: 97,104 ຄົນ, ຊາຍ: 95,288 ຄົນ ຄວາມໜາແໜ້ນ: 19 ຄົນ/ກິໂລຕາແມັດ  (ສະຖິຕິປີ 2018)
 5 ເມືອງ: ເມືອງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ





ແຂວງ​ຫລວງນໍ້າທາ

ແຂວງຫລວງນ້ຳທາ ເປັນແຂວງເໜືອສຸດທາງທິດຕາເວັນຕົກ, ມີເນື້ອທີ່ 9.325 ກມ2, ພົນລະເມືອງ 192,392 ຄົນ, ຍິງ 97,104 ຄົນ, ຊາຍ: 95,288 ຄົນ (ສະຖິຕິປີ 2018), ແບ່ງອອກເປັນ 5 ເມືອງຄື: ເມືອງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ; ມີ 380 ບ້ານ. ຄວາມໜາແໜ້ນ ຂອງປະຊາກອນແມ່ນ 16 ຄົນ/ກມ2. ທີ່ວ່າການແຂວງຄື ເມືອງຫລວງນ້ຳທາ. ແຂວງຫລວງນ້ຳທາ ປະກອບດ້ວຍ ຫລາຍຊົນເຜົ່າຄື: ລື້, ຍວນ, ກໍ່, ກຸ່ຍ, ມູເຊີ, ແລນແຕນ, ກຶມມຸ. ແຕ່ລະເຜົ່າ ຍັງຄົງຮັກສາໄວ້ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງເຜົ່າເຊັ່ນ: ເຜົ່າລື້ ມີປະເພນີສັກລາຍ, ຕ່ຳຫູກທໍ່ໄໝ ເພື່ອຕັດເປັນເຄື່ອງນຸ່ງຫົ່ມເອ້ຢ້ອງ. ເຜົ່າມົ້ງຢ້າວ ທີ່ດຳລົງ ຊີວິດໃນເຂດຫ່າງໄກ ຍັງຄົງຮັກສາໄວ້ປະເພນີ ແລະ ພາສາປາກເວົ້າຂອງເຜົ່າຕົນ. ພ້ອມດຽວກັນກໍ່ມີບຸນ ປະຈຳປີທີ່ສຳຄັນໄດ້ແກ່: ບຸນປີໃໝ່ ຫລື ກຸດສົງການ, ບຸນຂຶ້ນ ເຮືອນໃໝ່. ນອກນີ້ຍັງ ມີການຂັບລຳເຊັ່ນ: ຂັບລື້, ຂັບມົ້ງ, ຂັບຢ້າວ ແລະ ເຕີມ. ພື້ນທີ່ສ່ວນໃຫຍ່ຂອງ ແຂວງຫລວງນ້ຳທາ ເປັນພູສູງ, ແຕ່ກໍມີທົ່ງຮາບໜ້ອຍໜຶ່ງ ຢູ່ເມືອງສິງ. ໂດຍລວມແລ້ວ ອາກາດເຢັນ ແລະ ຊຸ່ມຊື່ນຕະຫລອດປີ. ຍ້ອນແຂວງຫລວງນ້ຳທາ ຍັງມີປ່າໄມ້ ທີ່ອຸດົມສົມບູນ ຈິ່ງຍັງມີສັດປ່າຂະໜາດໃຫ່ຍ ອາໃສຢູ່ເຊັ່ນ: ຊ້າງ, ງົວປ່າ, ເສືອ... ຜູ້ທີ່ຈະເດີນທາງໄປແຊວງຫລວງນ້ຳທາ ສາມາດໄປໄດ້ ຫລາຍທາງຄື: ທາງນ້ຳ, ທາງລົດ ແລະ ທາງເຮືອບິນ.





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top