ຢູນີເທວ ຍຶດໝັ້ນ ແລະ ເສີມຂະຫຍາຍ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ເຮັດໃຫ້ການດຳເນີນທຸລະກິດຂະຫຍາຍຕົວ

12/07/2022 09:57
Email Print 451
ຂປລ ຕະຫລອດໄລຍະດຳເນີນທຸລະກິດ ຂອງ ບໍລິສັດ ສະຕາ ໂທລະຄົມ (Unitel) ທີ່ຜ່ານມາ ພາຍໃຕ້ການຂັບເຄື່ອນທຸລະກິດ ເຊິ່ງໄດ້ຮັບບຸລິມະສິດຫລາຍຢ່າງຕໍ່ການດຳເນີນທຸລະກິດຈາກທາງພັກ-ລັດ ຂອງສອງປະເທດ ລາວ-ຫວຽດນາມ.





ຕະຫລອດໄລຍະດຳເນີນທຸລະກິດ ຂອງ ບໍລິສັດສະຕາ ໂທລະຄົມ (Unitel) ທີ່ຜ່ານມາ ພາຍໃຕ້ການຂັບເຄື່ອນທຸລະກິດ ເຊິ່ງໄດ້ຮັບບຸລິມະສິດ ຫລາຍຢ່າງຕໍ່ການ ດຳເນີນທຸລະກິດ ຈາກ ທາງພັກ-ລັດ ຂອງສອງປະ ເທດ ລາວ-ຫວຽດນາມ. ຫລາຍໆບໍລິການ ທີ່ສະໜອງສູ່ສັງຄົມ ໃນລາຄາທີ່ເໝາະສົມນັ້ນ ຍ້ອນໄດ້ຮັບສະໜູນ ສົ່ງເສີມຈາກ ລັດຖະບານ ສອງປະເທດ. ໃນໂອກາດ ສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຂອງບໍລິສັດ ສະຕາໂທລະຄົມ ໄດ້ຍົກໃຫ້ເຫັນ ຜົນສຳເລັດ ຂອງບໍລິສັດ ໃນການດຳເນີນ ທຸລະກິດພາຍໃຕ້ ການສະໜັບສະໜູນ ຂອງສອງພັກ, ສອງ ລັດ ລາວ- ຫວຽດນາມ ໂດຍສະເພາະດ້ານ ໂທລະຄົມມະນາຄົມ ບໍ່ວ່າຈະເປັນ ການພັດທະນາ ພື້ນ ຖານ ໂຄງລ່າງ, ຝຶກອົບຮົມເຕັກນິກ ບຸກຄະລາກອນ ຫລື ການຊ່ວຍເຫລືອ ແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດ ລະບາດຕ່າງໆ, ທັງໝົດນີ້ ລ້ວນແຕ່ມີ ຄວາມສຳຄັນ ແລະ ມີຄຸນຄ່າ ທາງ ດ້ານວັດຖຸ ແລະ ຈິດໃຈຕໍ່ບຸກຄະລາກອນ ທຸກຄົນພາຍໃນບໍລິສັດ.

ທ່ານ ບຸນມີ ມາລາວົງ ຍົກໃຫ້ເຫັນຜົນສຳເລັດ ຂອງການຮ່ວມມື ສອງຝ່າຍວ່າ: ຍ້ອນເຫັນໄດ້ມູນເຊື້ອ ອັນດີງາມ ແລະ ສາຍສໍາພັນພິເສດ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ, ພັກ-ລັດ ໄດ້ ອະນຸຍາດໃຫ້ ສ້າງຕັ້ງບໍລິສັດ ສະຕາໂທລະຄົມ (ຢູນິເທວ) ຂຶ້ນເມື່ອ ວັນທີ 27 ພະຈິກ 2007 ແລະ ເປີດນໍາໃຊ້ ເຄື່ອງໝາຍການຄ້າ ຢ່າງເປັນທາງການ ວັນທີ 16/10/ 2009 ຜ່ານການເຄື່ອນໄຫວ ດໍາເນີນທຸລະກິດ ໃນຕະຫລອດໄລຍະ 13 ປີ ຜ່ານມາ ພວກເຮົາສາມາດ ຍາດໄດ້ຜົນງານ ໃນຫລາຍດ້ານ ແລະ ສິ່ງທີ່ເຮັດ ໃຫ້ບໍລິສັດສາມາດ ເຮັດສໍາເລັດ ຕາມເປົ້າ ໝາຍໄດ້ ກໍ່ຍ້ອນຄວາມສາມັກຄີ, ຄວາມເປັນ ຈິດໜຶ່ງໃຈດຽວ ຂອງພະນັກງານ ທັງໝົດ ພາຍໃຕ້ການ ຊີ້ນໍານໍາພາ ທີ່ເປັນເອກະພາບ ຂອງຄະນະນໍາ ບໍລິສັດ ສະຕາໂທລະຄົມ ຈໍາກັດ. ຢູນີເທວ ໄດ້ມີວິຊາການ ຈາກອ້າຍນ້ອງ ຫວຽດນາມ ມາປະຕິບັດໜ້າທີ່ ວຽກງານ ວິຊາສະເພາະ ບົນພື້ນຖານ ຖືເອົາ ຄວາມສາມັກຄີ ເປັນໃຈກາງ, ມີການແລກປ່ຽນ ບົດຮຽນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດວຽກມີ ຫົວຄິດປະດິດສ້າງ, ຫັນປ່ຽນຖ່ວງທັນ ກັບສະພາບ ແວດລ້ອມຢູ່ພາຍໃນ, ພາກພື້ນ ແລະ ສາກົນ. ມີຫລາຍວຽກງານ, ຫລາຍຄວາມຮູ້ ທີ່ພະນັກງານ ອ້າຍນ້ອງຫວຽດນາມ ໄດ້ຖ່າຍ ທອດ ປະສົບການໃຫ້ແກ່ ພະນັກງານຄົນລາວ ເຊິ່ງໄດ້ນອນຢູ່ ໃນເປົ້າໝາຍ ແຜນການລວມ ທີ່ບໍລິສັດວາງໄວ້. ຈາກຈຸດນີ້ ຈຶ່ງສາມາດເຮັດໃຫ້ບໍລິສັດ ຢູນີເທວ ພວກເຮົາ ກ້າວຂຶ້ນເປັນ ເຄື່ອຂ່າຍ ທີ່ໃຫ່ຍ ແລະ ຢືນຢູ່ອັນດັບ ແຖວໜ້າ ໃນ ສປປ ລາວ. ຄຽງຄູ່ກັບການ ດຳເນີນທຸລະກິດ ບໍລິສັດ ສະຕາໂທລະຄົມ ໄດ້ເອົາໃຈໃສ່ ຊີ້ນໍາ-ນຳພາ ວຽກງານປັບປຸງ ກໍ່ສ້າງພັກ-ພະນັກງານ ແລະ ສ້າງ ໂຄງລ່າງພື້ນຖານເຕັກນິກ ນັບແຕ່ສູນກາງ ລົງເຖິງທ້ອງຖິ່ນ ເຂດຫ່າງໄກສອກຫລີກ ທຸລະກັນດານ ເພື່ອຮັບປະກັນ ການຕິດຕໍ່ສື່ສານ ແລະ ສາມາດຮັບປະກັນ ໃຫ້ແກ່ການ ເຄື່ອນໄຫວດຳເນີນ ທຸ ລະກິດ ໃຫ້ມີປະສິດທິ ຜົນ ແລະ ຜົນສຳເລັດສູງສຸດ. ນອກຈາກນັ້ນ ພວກເຮົາຍັງສືບຕໍ່ ປະເມີນຜົນ, ສົ່ງເສີມດ້ານດີ, ປັບປຸງບັນຫາຄົງຄ້າງ ແລະ ມີການກວດກາ ຖອດຖອນບົດຮຽນ ເພື່ອໃຫ້ຢູ ນີເທວ ພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ. ພິເສດຢູ ນີເທວ ມີວັດທະນາທໍາ ເຮັດວຽກທີ່ນຳໃຊ້ ກົດລະບຽບກອງທັບ, ມີວິໃສທັດທີ່ຊັດເຈນ, ຢຶດໝັ້ນການເຄື່ອນໄຫວ ດຳເນີນທຸລະກິດ ຕິດພັນກັບ ການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາ ປະ ເທດຊາດ.

          ພ້ອມນີ້, ທ່ານ ບຸນມີ ມາລາວົງ ຍັງຍົກໃຫ້ເຫັນຕື່ມວ່າ:  ສອງຝ່າຍໄດ້ມີການ ຊຸກຍູ້ສົ່ງເສີມ ແລະ ແລກປ່ຽນ ຂໍ້ມູນຂ່າວສານ ກັນເປັນປົກກະຕິ ມີການແລກປ່ຽນ ຄະນະຜູ້ແທນ ໃນ ຫລາຍລະດັບ ຕາມທິດກະທັດຮັດ ດ້ວຍຫລາຍຮູບແບບ, ຫລາຍວິທີການ ໂດຍໄດ້ຮັບປະສິດທິຜົນສູງ. ນອກນັ້ນ, ພວກເຮົາ ຍັງມີການຊຸກຍູ້ ສົ່ງເສີມຕໍ່ພະນັກງານ ຜູ້ທີ່ມີອະນາຄົດຍາວໄກ ສາ ມາດສ້າງເປັນ ຜູ້ສືບທອດ ໄປຝຶກອົບຮົມໄລຍະສັ້ນ, ກາງ ແລະ ໄລຍະຍາວ ຢູ່ທີ່ກຸ່ມບໍລິສັດ ອຸດສະຫະກຳກອງທັບ ສສ ຫວຽດນາມ, ໂດຍຜ່ານຊ່ອງທາງ ອອນລາຍ ຫລື ທາງຕົງຕາມຄວາມ ເໝາະ ສົມຕົວຈິງ. ພ້ອມນີ້ ຍັງມີຫລາຍລະບົບ ເທັກໂນໂລຊີ ດ້ານການນໍາໃຊ້ ທີ່ທັນສະໄໝ ທີ່ຢູນີເທວ ໄດ້ນໍາເອົາມານໍາໃຊ້ ໃນອົງກອນເຊັ່ນ: ລະບົບການຄຸ້ມຄອງ ເອກະສານ , ລາຍເຊັນ ເອເລັກໂຕນິກ ທີ່ສາມາດ ປະຢັດຕົ້ນທືນ, ເວລາ ແລະ ອື່ນໆ... ນອກນີ້ຢູນີເທວ ກໍ່ໄດ້ສົ່ງເສີມ ໃຫ້ໜ່ວຍອົງການ ພາກລັດໄດ້ ທົດລອງ ນໍາໃຊ້ແບບບໍ່ເສຍ ຄ່າໃຊ້ຈ່າຍຫລາຍກວ່າ 700 ຜູ້ນໍາໃຊ້ໄດ້. ເປີດອົບຮົມ ໃນລະບົບວິຊາກອານ ສິດສອນຄວາມຮູ້ ດ້ານເທັກໂນໂລຊີ ໃຫ້ແກ່ບັນດາ ວິຊາການ ກະຊວງຕ່າງໆ..ໂດຍມີວິຊາການທີ່ເກັ່ງ ຈາກ ສສ ຫວຽດນາມ ເຊິ່ງຈັດຂຶ້ນຕາມ ການສະເໜີ ຂອງພາກ-ລັດ ຫລື ທຸກຄັ້ງ ທີ່ຢູນີເທວ ມີການຍົກລະດັບ ພັດທະນາລະບົບໃໝ່ໆ. ນອກນີ້ ກໍ່ເອົາໃຈໃສ່ ລົງເຖິງຂັ້ນທ້ອງຖິ່ນ 18/18 ແຂວງທົ່ວປະເທດ ເພື່ອຈັດຕັ້ງ ເຜີຍແຜ່ໃຫ້ ຫົວໜ່ວຍພາກລັດ ເຂົ້າໃຈຮັບຮູ້ ລະບົບເທັກໂນໂຊລີ ທີ່ຊ່ວຍໃນການ ບໍລິຫານວຽກງານ ໃຫ້ສະດວກວ່ອງໄວ, ປອດໄພ ແລະ ງ່າຍດາຍຂຶ້ນ ເພື່ອໃຫ້ການພັດທະນາ ທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ທຽບເທົ່າກັບພາກພື້ນ ແລະ ສາກົນ.


KPL

ຂ່າວອື່ນໆ

ads
ads

Top