ຂປລ
ກະຊວງ ຄົມມະນາຄົມ ຂົນສົ່ງ ແລະ ກະຊວງ ການເງິນຈີນ ໄດ້ປະກາດ ລາຍຊື່ ແຂວງ ແລະ ນະຄອນ ງວດທີ 2 ທີ່ຈະໄດ້ຮັບ ງົບປະມານ ສະໜັບ ສະໜູນ ການຫັນພື້ນຖານ ໂຄງລ່າງ ເປັນແບບດີຈີຕອນ ທາງດ້ານຄົມມະນາຄົມ ຕາມທາງຫລວງ ແລະ ທາງນ້ຳ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນທີ 9 ເມສານີ້, ກະຊວງ ຄົມມະນາຄົມ ຂົນສົ່ງ ແລະ ກະຊວງ ການເງິນຈີນ ໄດ້ປະກາດ ລາຍຊື່ ແຂວງ ແລະ ນະຄອນ ງວດທີ 2 ທີ່ຈະໄດ້ຮັບ ງົບປະມານ ສະໜັບ ສະໜູນ ການຫັນພື້ນຖານ ໂຄງລ່າງ ເປັນແບບດີຈີຕອນ ທາງດ້ານຄົມມະນາຄົມ ຕາມທາງຫລວງ ແລະ ທາງນ້ຳ. ນັບແຕ່ປີ 2024 ເປັນຕົ້ນໄປ, ພາຍໃນ ເວລາ ປະມານ 3 ປີ, ສອງກະຊວງ ດັ່ງກ່າວ ຈະສະໜັບສະໜູນ 30 ແຂວງ ແລະ ນະຄອນ ເພື່ອເນັ້ນໃສ່ ຊຸກຍູ້ ການຫັນເປັນ ດີຈີຕອນ ຂອງເສັ້ນທາງຕ່າງໆ ເຊັ່ນ: ທາງດ່ວນ ລະດັບຊາດ ທີ່ມີລົດແລ່ນ ໄປມາຫລາຍ 85%, ທາງຫລວງ ລະດັບຊາດ 25% ແລະ ທາງນ້ຳ ທີ່ສຳຄັນ 70% ຂອງທົ່ວປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL