ຂປລ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ທາງລັດຖະກິດ ໃນລະຫວ່າງ ວັນທີ 14-15 ເມສານີ້.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ໂດຍຕອບສະໜອງ ຕາມຄຳເຊີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ເລືອງເກື່ອງ ປະທານ ປະເທດ ຫວຽດນາມ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ທາງລັດຖະກິດ ໃນລະຫວ່າງ ວັນທີ 14-15 ເມສານີ້.ຫລັງຈາກນັ້ນ, ໂດຍຕອບສະໜອງ ຕາມຄຳເຊີນ ຂອງທ່ານ ດາໂຕ ເຊຣີ ອັນວາ ບິນ ອິບຣາຮິມ ກະສັດ ແຫ່ງມາເລເຊຍ ແລະ ສົມເດັດ ໂນໂຣດົມ ສີຮາໂມນີ ເຈົ້າຊີວິດແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ສີ ຈິ້ນຜິງ ຈະເດີນທາງ ໄປຢ້ຽມຢາມ ມາເລເຊຍ ແລະ ກຳປູເຈຍ ທາງລັດຖະກິດ ໃນລະຫວ່າງ ວັນທີ 15-18 ເມສານີ້ ເພື່ອຮັດແໜ້ນ ສາຍພົວພັນ ການຮວ່ມມື ໃຫ້ຫລາຍຍິ່ງຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL