ໄວໜຸ່ມລາວສ້າງສັນ ຜະລິດຕະພັນ ທຽນຫອມອອກຈຳໜ່າຍສູ່ສັງຄົມລາວ

10/04/2025 10:39
Email Print 451
ຂປລ ປັດຈຸບັນໄວໜຸ່ມລາວ ມີແນວຄິດສ້າງສັນໃນການເຮັດຜະລິດ ຕະພັນລາວຫລາຍຂຶ້ນ ເນື່ອງຈາກວ່າຜະລິດຕະພັນທີ່ເປັນຂອງຄົນລາວຍັງບໍ່ຫລາຍເທ່ົາທີ່ຄວນ.

      *ປັດຈຸບັນໄວໜຸ່ມລາວ ມີແນວຄິດສ້າງສັນໃນການເຮັດຜະລິດ ຕະພັນລາວຫລາຍຂຶ້ນ ເນື່ອງຈາກວ່າຜະລິດຕະພັນທີ່ເປັນຂອງຄົນລາວຍັງບໍ່ຫລາຍເທ່ົາທີ່ຄວນ. ສະນັ້ນ, ໄວໜຸ່ມຍຸກໃໝ່ທີ່ມີຄວາມຮູ້, ຄວາມສາມາດຈຶ່ງຫັນມາເຮັດສິນຄ້າຕ່າງໆຫລາຍຂ້ຶນ ເພ່ືອຫລຸດຜ່ອນສິນຄ້ານໍາເຂົ້າຈາກຕ່າງປະເທດ ເປັນຕົ້ນແມ່ນຜະລິດຕະພັນທຽນຫອມຈາກຍີ່ຫໍ້ຍັງຫອມ (Younghorm) ທີ່ກໍາລັງໄດ້ຮັບຄວາມນິຍົມໃນສັງຄົມລາວ.  

      ທ້າວ ເກດສັກດາ ດາລາວັນ ອາຍຸ 23 ປີໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນໃນການເຮັດທຽນຫອມ ຍ້ອນເມື່ອກ່ອນຕົນເອງເຄີຍໄປຮຽນຢູ່ປະເທດແຄນາດາ ແລ້ວໄດ້ເຫັນທຽນຫອມເວລາໄປເຮືອນໝູ່ ຫລື ສະຖານທີ່ຕ່າງໆ ໃນເທສະການທີ່ສຳຄັນໂດຍສະເພາະໄລຍະຄຣິສມາສ ເຊິ່ງມັນເຮັດໃຫ້ມີອາກາດທີ່ດີ ແລະ ສົດຊື່ນ ພ້ອມກັບມີກິ່ນທີ່ຫອມມີຄວາມອົບອຸ່ນ. ຕັ້ງແຕ່ນັ້ນມາກໍຫລົງຮັກ ແລະ ຫລົງໄຫລໄປກັບທຽນຫອມ, ເມື່ອກັບມາລາວກໍຮູ້ສຶກຢາກຈະມີທຸລະກິດເປັນຂອງຕົນເອງ. ຈາກນັ້ນ ກໍໄດ້ສຶກສາຮຽນຮູ້ເລີ່ມລົງມືເຮັດຜະລິດຕະພັນທຽນຫອມ ໃນປີ 2020 ເຊິ່ງປັດຈຸບັນກໍເຂົ້າເປັນປີທີ 4 ແລ້ວ ໂດຍໃສ່ຊື່ວ່າ Younghorm ເຊິ່ງສາເຫດທີ່ໃສ່ຊື່ນີ້ຍ້ອນເປັນຄົນທີ່ມັກຟັງເພງແນວຮິບຮັອບ ເຊິ່ງແນວເພງນີ້ມັນຈະມີຄຳວ່າ Young ຂຶ້ນຊື່ນຳໜ້າ ຈຶ່ງເອົາຄຳນີ້ມາເຕີມເຕັມໃສ່ຊື່ຍີ່ຫ້ໍຜະລິດຕະພັນ, ຖ້າແປເປັນພາສາອັງກິດກໍຄື ຍັງໜຸ່ມ ຫລື ໄວໜຸ່ມ ໂດຍຈຸດເດັ່ນທຽນຫອມແມ່ນທຽນໄຂ 100 ເປີເຊັນບໍ່ໄດ້ປະສົມສິ່ງທີ່ບໍ່ດີຕໍ່ສຸຂະພາບ, ອໍແກນິກ 100 ເປີເຊັນ ຜະລິດຈາກ Soy Wax (ໄຂຖົ່ວເຫລືອງ) ມີກິ່ນເອກະລັກບ່ໍໄດ້ໃຊ້ກິ່ນດຽວ, ມີຄວາມທັນສະໄໝ ຖືກໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດ. ສໍາລັບຕະຫລາດຈໍາ ໜ່າຍສ່ວນຫລາຍແມ່ນໄປອອກ ບູດຕາມງານຕ່າງໆ ເປັນຕົ້ນ ແມ່ນ ງານຄຣິສມາສ ເພາະໄລຍະນັ້ນ ແມ່ນມີງານຫລາຍ, ນອກຈາກນີ້ ກໍ ໄດ້ຝາກຂາຍຕາມຮ້ານຄາເຟ, ບ້ານ ເຂົ້າຫອມ Ban Khao Hom ແລະ ບາງໂຮງແຮມທີ່ສັ່ງ. ພ້ອມກັນນີ້ ຍັງມີລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ປົກກະຕິແມ່ນເປັນໄວໜຸ່ມ ຫລື ໄວກາງຄົນຈະນິຍົມໃຊ້.

    ທ້າວ ເກດສັກດາ ເວ້ົາຕ່ືມວ່າ: ຜະລິດຕະພັນທຽມຫອມ ເປັນທຸລະກິດທີ່ຕົນເອງສ້າງຂຶ້ນມາ ເປັນຜະລິດຕະພັນທີ່ຫລາຍຄົນຍອມຮັບ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ ສ້າງທັງປະໂຫຍດໃຫ້ແກ່ຜູ້ຊົມໃຊ້ ແລະ ລວມທັງເຈົ້າຂອງເອງ, ເຮັດໃຫ້ຊີວິດການເປັນຢູ່ມີການປ່ຽນແປງດີຂຶ້ນ, ທີ່ສຳຄັນໄດ້ຮູ້ຈັກໂລກພາຍນອກເພີ່ມຂຶ້ນອະນາຄົດ ຢາກພັດທະນາເຮັດຜະລິດຕະພັນຍີ່ຫໍ່ໄມ້ກ້ານຫອມທີ່ບໍ່ໄດ້ໃຊ້ໄຟ ເຊິ່ງປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການທົດລອງ ແລະ ອີກຢ່າງໜຶ່ງຢາກສົ່ງເສີມຄົນລາວຫັນມານິຍົມຊົມໃຊ້ຜະລິດຕະພັນລາວໃຫ້ໄດ້ຫລາຍຂຶ້ນກວ່າເກົ່າ ເພື່ອເປັນການສະໜັບສະໜູນຜະລິດຕະພັນລາວ ແລະ ຢາກໃຫ້ລອງເປີດໃຈກັບຍັງຫອມສິນຄ້າລາວທີ່ເຮັດດ້ວຍຕົນເອງ.

ໂດຍ: ລູກສາວຫ້າ

KPL

ຂ່າວອື່ນໆ

ads
ads

Top