ຂປລ
ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ

ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອຫວນຄືນເຖິງຊີວິດ ແລະ ຜົນງານດ້ານການຂີດຂຽນ ຂອງເພີ່ນ ໂດຍມີການນໍາພັກ-ລັດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກປະພັນ, ນັກກະວີ ທັງອາວຸໂສ ແລະ ໜຸ່ມນ້ອຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ຮູ້ວ່າ: ທ່ານ ສຸວັນທອນ ບຸບຜານຸວົງ ຫລື ນາມປາກກາ ຊາຍເຊໂປນ ສິລະປິນແຫ່ງຊາດສາຂາວັນນະກຳ ເປັນນັກປະພັນລາງວັນ ວັນນະກຳສ້າງສັນຍອດຢ້ຽມແຫ່ງອາຊຽນ ຫລື “ຊີໄຣ” (S.E.A. Write Award) ປີ 2000, ທັງເປັນນັກຂຽນທີ່ມີຊື່ສຽງໃນລະດັບຕໍານານ ຂອງນັກຂຽນ ປະຕິວັດ ຊຶ່ງມີຜົນງານບົດຂຽນ ເປັນນະວະນິຍາຍທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນຍຸກສົງຄາມປະຕິວັດປົດປ່ອຍຊາດ, ຕໍ່ສູ້ຕ້ານກັບຈັກກະພັດ ຜູ້ຮຸກຮານ ທັງໄດ້ຮັບການກ່າວ ຂານກັນມາຈົນເຖິງຍຸກ ປັດຈຸບັນ ນັ້ນກໍຄື ນະວະນິຍາຍປະຕິວັດ ເລື່ອງ “ສອງເອື້ອຍນ້ອງ” ແລະ “ກອງພັນ ທີສອງ” ທີ່ໄດ້ຮັບການຈັດພິມເຜີຍແຜ່ຫລາຍຄັ້ງ ແລະ ໄດ້ຮັບການແປເປັນພາສາ ຕ່າງປະເທດຫລາຍພາສາ. ນອກນັ້ນ, ທ່ານຍັງມີຜົນງານເລື່ອງສັ້ນ ທີ່ໄດ້ຂຽນ ແລະ ໄດ້ລົງພິມຢູ່ໃນວາລະສານ ແລະ ໜັງສືພິມຕ່າງໆ. ທ່ານ ສຸວັນທອນ ບຸບຜານຸວົງ ແມ່ນໜຶ່ງໃນ ຄະນະຂົນຂວາຍ ກະກຽມສ້າງຕັ້ງສະມາຄົມນັກປະ ພັນລາວ ແລະ ທ່ານກໍໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມນັກປະພັນລາວ ຜູ້ທໍາອິດຂອງ ປະເທດຊາດ ໃນກອງປະຊຸມໃຫຍ່ ຂອງສະມາຄົມນັກປະພັນລາວ ຄັ້ງທີ 1.

ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດ ຊື່ສຽງຂອງເພິ່ນໃຫ້ຍືນຍົງຄົງຕົວ ຢູ່ໃນວົງການວັນນະຄະດີ ບ້ານເຮົາຕໍ່ໆໄປ, ໃນອະນາຄົດ ຄອບຄົວ ບຸບຜານຸວົງ ຈະສ້າງຕັ້ງ “ກອງທຶນສົ່ງເສີມ ວັນນະ ຄະດີ ສຸວັນທອນ ບຸບຜານຸວົງ” ເຊິ່ງກອງທຶນດັ່ງກ່າວ, ຈະປະຕິບັດບົດບາດ ໃນການຊຸກຍູ້ສົ່ງເສີມວັນນະຄະດີ ຂອງນັກປະພັນລາວ ໂດຍຈະຈັດການແຂ່ງຂັນ ກວດສອບບົດປະພັນ ວັນນະຄະດີ ແລະ ມອບລາງວັນວັນນະຄະດີປະຈຳແຕ່ລະປີ ໂດຍສະເພາະແມ່ນ ໃນຖັນແຖວນັກຂຽນໜຸ່ມ, ນັກຮຽນ-ນັກສຶກສາຜູ້ທີ່ຮຽນເກັ່ງ ທາງດ້ານ ວັນນະຄະດີ ທັງໃນລະດັບອຸດົມ ສຶກສາ ແລະ ມະຫາວິທະຍາໄລ ໂດຍສະມາຄົມນັກປະພັນລາວ ຈະສະໜັບສະໜູນແນວຄວາມຄິດ ແລະ ຂໍ້ລິເລີ່ມດັ່ງກ່າວ. ສ່ວນການປະຕິບັດ ຕົວຈິງ ກໍຈະໄດ້ປຶກສາຫາລືກັບ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອໃຫ້ສາມາດດໍາເນີນໄປຢ່າງມີໝາກຜົນ ແລະ ຖືກຕ້ອງຕາມລະບຽບ ຫລັກການຕໍ່ໄປ.
ຂ່າວ: ທະນູທອງ
ຂໍ້ມູນ-ພາບ: ບຸນຕອມ
KPL