ຕະຫລາດສົດໂນນຄໍ້ ກຽມພ້ອມຮອບດ້ານ ສະໜອງສິນຄ້າ ໄລຍະປີໃໝ່ລາວ

10/04/2025 10:09
Email Print 280
ຂປລ ຂປລ. ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2568, ຕະຫລາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າ ປະເພດຕ່າງໆ ໃຫ້ກັບມວນຊົນໃນນະຄອນຫລວງວຽງຈັນ ໄດ້ຢ່າງພຽງພໍ, ພ້ອມທັງ ໄດ້ວາງມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ໃຫ້ຢູ່ໃນເກນປົກກະຕິ.



ຂປລ. ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ
2568, ຕະຫລາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າ ປະເພດຕ່າງໆ ໃຫ້ກັບມວນຊົນໃນນະຄອນຫລວງວຽງຈັນ ໄດ້ຢ່າງພຽງພໍ, ພ້ອມທັງ ໄດ້ວາງມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ໃຫ້ຢູ່ໃນເກນປົກກະຕິ.




ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫລາດສົດໂນນຄໍ້ໃຫ້ສຳພາດ ໃນວັນທີ
9 ເມສາ 2025 ນີ້ວ່າ: ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້, ຕະຫລາດສົດໂນນຄໍ້ ໄດ້ມີຄວາມພ້ອມໃນທຸກໆດ້ານ ເພື່ອສະໜອງສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກປະເພດຕ່າງໆ ແລະ ອຳນວຍຄວາມສະດວກ ໃຫ້ກັບຜູ້ບໍລິໂພກໄດ້ຈັບຈ່າຍຊື້-ຂາຍ ສິນຄ້າໄດ້ຢ່າງພຽງພໍ ກັບຄວາມຕ້ອງການ. ພ້ອມທັງ, ວາງມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ ຕາມອຳເພີໃຈໂດຍໃຫ້ຊາວຄ້າ-ຂາຍ ຕິດປ້າຍລາຄາສິນຄ້າຢ່າງຊັດເຈນ ເພື່ອບໍ່ໃຫ້ເອົາລັດເອົາປຽບຜູ້ບໍລິໂພກ, ທັງເປັນການຢັ້ງຢືນໃຫ້ຜູ້ບໍລິໂພກ ມີຄວາມໝັ້ນໃຈທີ່ຈະຊື້ ສິນຄ້າປະເພດຕ່າງໆ.



ສໍາລັບ ຊາວຄ້າຂາຍຜູ້ໃດ ຫາກລະເມີດຕໍ່ລະບຽບການ ຂອງຕະຫລາດວາງອອກ ເປັນຕົ້ນ ສວຍໂອກາດຂຶ້ນລາຄາສິນຄ້າ
, ປັບຕາຊັ່ງຊິງ ແລະ ອື່ນໆ ຈະຖືກປະຕິບັດຕາມລະບຽບທີ່ວາງໄວ້ ຢ່າງເຄັ່ງຄັດ ເປັນຕົ້ນ ຖ້າກະທຳຜິດເທື່ອທຳອິດ ຈະອອກໃບແຈ້ງເຕືອນເຖິງຮ້ານ, ເທື່ອທີ່ສອງຈະເຮັດບົດບັນທຶກ ແລະ ກະທຳຜິດ ເທື່ອທີສາມຈະໃຫ້ຢຸດເຊົາກິດຈະການຊົ່ວຄາວ ແລະ ປັບໃໝຕາມລະບຽບການ. ພ້ອມນີ້, ຖ້າຊາວຄ້າຂາຍ ນໍາເອົາສິນຄ້າທີ່ໃກ້ຈະໝົດອາຍຸ ຫລື ໝົດອາຍຸ ມາຈໍາໜ່າຍໃຫ້ລູກຄ້າ, ຖ້າຫາກກວດເຫັນແມ່ນຈະຖືກປັບໃໝ ໂດຍບໍ່ໄດ້ຕັກເຕືອນ.




ຢ່າງໃດກໍຕາມ ໃນໄລຍະສະຫລອງປີໃໝ່ລາວ ພສ
2568 ນີ້, ຕະຫລາດສົດໂນນຄໍ້ ຈະສະໜອງຊີ້ນໝູ 10 ກວ່າໂຕນ, ຊີ້ນງົວ-ຄວາຍ 4-5 ໂຕນ, ໄກ່ 3-4 ໂຕນ ຕໍ່ມື້ ແລະ ສິນຄ້າປະເພດ ອື່ນໆ ໃຫ້ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ ຂອງຜູ້ບໍລິໂພກ ໃນນະຄອນຫລວງວຽງຈັນ ເຊິ່ງຕະຫລາດ ໄດ້ເປີດໃຫ້ບໍລິການທຸກໆວັນ ເລີ່ມແຕ່ເວລາ 5:00-18:30 ໂມງ.




ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top