ຂປລ
ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ໂດຍມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານ ປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ໂດຍມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.
ໃນພິທີ ທ່ານ ພັນເອກ ອໍາເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານ ໄດ້ໃຫ້ຮູ້ວ່າ: ອົງການໄອຍະການທະຫານ ແມ່ນອົງການຈັດຕັ້ງໜຶ່ງ ໃນລະບົບອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993 ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານ ຕາມກົດໝາຍ. ຕະຫລອດໄລຍະ 31 ປີ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກະຊວງປ້ອງກັນປະເທດ ແລະ ອົງການໄອຍະການປະຊາຊົນສູງສຸດ. ອົງການໄອຍະການທະຫານ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຕົວ ເປັນກ້າວໆມາ, ສາມາດເຮັດລ້ອນໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນອັນສໍາຄັນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງກອງທັບດ້ວຍກົດໝາຍ ນັບມື້ມີຄວາມຄ່ອງຕົວ ແລະ ສັກສິດ ຕາມລັດຖະທໍາມະນູນ ແລະ ກົດໝາຍ, ເຮັດໃຫ້ກອງທັບມີ ຄວາມສະຫງົບ ແລະ ຍຸຕິທໍາເພີ່ມຂຶ້ນ, ສິດຜົນປະໂຫຍດ ຂອງກອງທັບ ແລະ ຜົນປະໂຫຍດອັນຊອບທໍາຂອງ ນາຍ ແລະ ພົນທະຫານ, ກໍາມະກອນ ແລະ ພາລະກອນປ້ອງກັນຊາດ ໄດ້ຮັບການປົກປ້ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໄລຍະຜ່ານມາອົງການໄອຍະການທະຫານ ໄດ້ຍົກສູງພາລະ ບົດບາດ ໃນການຕິດຕາມກວດກາ ການປະຕິບັດກົດໝາຍ ໂດຍເຄົາລົບຫລັກການ ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ, ຍຶດໝັ້ນຫລັກການ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ທັນຕາມກຳນົດເວລາ.

ຜົນສຳເລັດດັ່ງກ່າວ, ລ້ວນແລ້ວແຕ່ແມ່ນໄດ້ຮັບການອຸ້ມຊູຊ່ວຍ ເຫລືອຈາກກະຊວງປ້ອງກັນປະເທດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການຈັດຕັ້ງເຄື່ອນໄຫວພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານ. ນອກຈາກນີ້, ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ໃຫ້ຊ່ວຍເຫລືອຍົກລະດັບ ພະນັກງານອົງການໄອຍະການທະຫານ ເປັນຕົ້ນ ທຶນຮຽນທິດສະດີມາກ-ເລນິນ ລະບົບ 3 ເດືອນ ແລະ 45 ວັນ, ຝຶກອົບຮົມວຽກງານໄອຍະການ ຜູ້ຊ່ວຍ, ພະນັກງານຂັ້ນ III, ຂັ້ນ II, ຝືກອົບຮົມວຽກງານວິຊາສະເພາະ ຢູ່ ສສ ຫວຽດນາມ, ສປ ຈີນ ລະບົບ 2 ເດືອນ ແລະ ໄລຍະສັ້ນ 15 ວັນ ແລະ ຝຶກອົບຮົມວຽກງານຫ້ອງການ.
ຈາກນັ້ນ, ທ່ານ ພັນເອກ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ. ໃນນີ້, ປະດັບຫລຽນໄຊພິລະອາດຫານ ຊັ້ນ 2 ໃຫ້ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະດັບຫລຽນໄຊພິລະອາດຫານ ຊັ້ນ 3 ໃຫ້ພະນັກງານຫລັກແຫລ່ງ 14 ທ່ານ, ເປັນກຽດປະດັບຊັ້ນຂອງ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ.
ຂ່າວ: ອອປສ
KPL