ທົ່ວປະເທດ ຮ່ວມສະຫລອງປີໃໝ່ລາວ ມື້ທຳອິດ ຢ່າງຄຶກຄື້ນ

15/04/2025 12:08
Email Print 605
ຂປລ ຂປລ. ໃນວັນທີ 14 ເມສາ 2025 ນີ້, ເປັນມື້ສັງຂານລ່ວງ ກົງກັບວັນຈັນ ແຮມ 3 ຄ່ຳເດືອນ 5 ເຊິ່ງເປັນມື້ທຳອິດ ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ປວງຊົນລາວບັນດາເຜົ່າ ທົ່ວປະເທດ ໄດ້ພ້ອມກັນ ສະເຫລີມສະຫລອງ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ເຊິ່ງແຕ່ລະແຂວງ ແຕ່ລະເມືອງກໍໄດ້ຈັດໃຫ້ມີຫລາຍກິດຈະກຳ ຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ




ຂປລ. ໃນວັນທີ 14 ເມສາ 2025 ນີ້, ເປັນມື້ສັງຂານລ່ວງ ກົງກັບວັນຈັນ ແຮມ 3 ຄ່ຳເດືອນ 5 ເຊິ່ງເປັນມື້ທຳອິດ ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ປວງຊົນລາວບັນດາເຜົ່າ ທົ່ວປະເທດ ໄດ້ພ້ອມກັນ ສະເຫລີມສະຫລອງ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ເຊິ່ງແຕ່ລະແຂວງ ແຕ່ລະເມືອງກໍໄດ້ຈັດໃຫ້ມີຫລາຍກິດຈະກຳ ຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ເຄີຍປະຕິບັດ ກັນມາ ແຕ່ບູຮານນະການ, ຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ເພື່ອຕ້ອນຮັບແຂກ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ສຳລັບ ຢູ່ນະຄອນຫລວງວຽງຈັນ ໄດ້ຈັດຫລາຍກິດຈະກຳ ເພື່ອສະຫລອງປີໃໝ່ລາວ 2025 ໃຫ້ມີບັນຍາກາດອັນຄຶກຄື້ນ ເປັນຕົ້ນ ກິດຈະກຳທາງສາສະໜາຕ່າງໆ ໂດຍສະເພາະການບາສີສູ່ຂວັນ, ອັງເຊີນພະພຸດທະຮູບ ລົງຫົດສົງ ເພື່ອປັນສິລິມົງຄຸນໃຫ້ກັບຕົນເອງ ພ້ອມນີ້, ມວນຊົນນະຄອນຫລວງວຽງຈັນ ໄດ້ຫົດສົງພະພຸດທະຮູບ ຢູ່ຕາມວັດວາອາຮາມຕ່າງໆ ແລະ ຫົດສົງນ້ຳຕາມຮີດຄອງປະເພນີ. ນອກຈາກນັ້ນ, ບາງຄອບຄົວຍັງໄດ້ຄາລະວະຫົດສົງ ແລະ ສົມມາຜູ້ຊົງຄຸນວຸດທິ, ພໍ່-ແມ່-ເຖົ້າແກ່ອາວຸໂສ ເພື່ອສະແດງເຖິງຄວາມຮູ້ບຸນ ຄຸນກະຕັນຍູກະຕະເວທີ ຕໍ່ຜູ້ມີພະຄຸນ, ທັງເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ບົນຈິດໃຈແຫ່ງຄວາມເບີກບານມ່ວນຊື່ນ, ຮັກສາໄດ້ມູນເຊື້ອຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດ ໃຫ້ຄົງຢູ່ຕະຫລອດກາລະນານ. ພ້ອມນີ້, ມວນຊົນນະຄອນ ຫລວງວຽງຈັນ ຍັງໄດ້ຫົດສົ່ງນ້ຳກັນ ຢູ່ຕາມເສັ້ນທາງ ສຳຄັນຕ່າງໆ ເພື່ອສະເຫລີມສະຫລອງບຸນປີໃໝ່ລາວ ດ້ວຍຄວາມມ່ວນຊື່ນ.


ບຸນປີໃໝ່ລາວ ຫລື ເອີ້ນວ່າ ກຸດສົງການ ເປັນປະເພນີໜຶ່ງຂອງລາວ ທີ່ສືບທອດປະຕິບັດມາແຕ່ບູຮານນະການ ເຊິ່ງເປັນບຸນທີ່ຊາວລາວ ສະເຫລີມສະຫລອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫລອດໃຕ້ ປີລະຄັ້ງໃນ ເດືອນເມສາ. ສຳລັບ ບຸນປີໃໝ່ລາວ ພສ 2568 ກົງກັບ ມື້ວັນຈັນ, ອັງຄານ, ພຸດ (ວັນທີ 14-15-16 ເມສາ 2025) ເຊິ່ງກົງກັບ ມື້ແຮມ 2-3-4 ຄໍ່າ ປີມະໂລງ.

ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL

ຂ່າວອື່ນໆ

ads
ads

Top