ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

09/04/2025 14:53
Email Print 802
ຂປລ ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568



ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ
4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568 ໃນວັນທີ 8 ເມສາ 2025. ໃນນີ້, ໄດ້ເຂົ້າພົບປະ ແລະ ອວຍພອນ ສະຫາຍ ຈູມມະລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ. ພ້ອມ​ນີ້, ຍັງ​ໄດ້​ພົບ​ປະ ​ແລະ ອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາການນຳກະຊວງການເງິນ, ກະຊວງປ້ອງກັນປະເທດ, ສຳນັກງານຫ້ອງ​ວ່າລັດຖະ ບານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກອງບັນຊາການທະຫານນະຄອນຫລວງວຽງຈັນ.







ໂອກາດນີ້
, ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດ ນາມ ໄດ້ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ, ສະຫາຍໄດ້ເພີ່ມພູນຄູນສ້າງ ຮັດແໜ້ນສາຍພົວພັນຮ່ວມມື ແລະ ໃກ້ຊິດຕິດ ແທດກັບພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນຕະຫລອດໄລຍະຜ່ານມາ.




ພ້ອມກັນນີ້
, ສະຫາຍ ພົນຕີ ຮ່າທໍ້ບິ່ງ ຍັງໄດ້ກ່າວອວຍພອນປີໃໝ່ ໃຫ້ບັນດາການນຳຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ນຳພາລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງໃຫ້ມີ ການພັດທະນາຈະເລີນຮຸ່ງເຮືອງຍິ່ງຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກທຸກຢ່າງ, ຊ່ວຍເຫລືອກຳລັງຕ່າງໆ ຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ການຕ່າງປະເທດ ດ້ານການປ້ອງກັນຊາດຢູ່ ສປປ ລາວ ໄດ້ສຳເລັດເປັນຢ່າງດີ. ໃນນັ້ນ, ພາຍໃຕ້ການນຳພາ, ຊີ້ນຳ ຂອງຄະນະພັກ, ກອງບັນຊາການທະຫານເຂດ 4, ໃນໄລຍະຜ່ານມາ, ບໍລິສັດຮ່ວມມືເສດຖະກິດ ໄດ້ປະຕິບັດໜ້າທີ່ຢູ່ລາວ ໂດຍປະຕິບັດຕາມກົດໝາຍຂອງ ສປປ ລາວຢ່າງເຂັ້ມງວດ, ປະຕິບັດໜ້າທີ່ເສດຖະກິດ ທີ່ຕິດພັນກັບການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າງົບ ປະມານໃຫ້ລັດ ສປປ ລາວ ຢ່າງຄົບຖ້ວນ.




ໂອກາດນີ້
, ພັກ-ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງ ຂອງສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ທີ່ເດີນທາງມາຢ້ຽມຢາມ, ສະແດງຄວາມເສຍໃຈຕໍ່ການຈາກໄປຂອງ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້. ພ້ອມທັງລາຄາສູງຕໍ່ບົດບາດ, ຜົນງານການເຄື່ອນໄຫວ ຂອງກອງບັນຊາການທະຫານເຂດ 4 ໂດຍສະເພາະແມ່ນ ບໍລິສັດຮ່ວມມືເສດຖະກິດ ໃນການປະຕິບັດໜ້າທີ່ການທະຫານ, ວຽກງານປ້ອງກັນຊາດ ແລະ ການຜະລິດດຳເນີນທຸລະກິດ, ຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ, ດຳລົງຊີວິດໃຫ້ມີສະຖຽນລະພາບ ຢູ່ເຂດທ້ອງຖິ່ນທີ່ຫຍຸ້ງຍາກ, ເຂດຊາຍແດນ. ການນຳລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງລາວ ຫວັງວ່າ ບັນດາຫົວໜ່ວຍຂອງ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດ ນາມ ຈະສືບຕໍ່ພັດທະນາ, ຂະຫຍາຍໂຄງການ, ຮູບແບບ, ວິທີການຈັດຕັ້ງປະຕິບັດ ທີ່ມີປະສິດທິຜົນຢູ່ບັນດາບ້ານກຸ່ມເປົ້າໝາຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ບັນດາທ້ອງຖິ່ນທີ່ຫຍຸ້ງຍາກ, ຊ່ວຍປະຊາຊົນລາວ ດຳລົງຊີວິດ ໃຫ້ມີສະຖຽນລະພາບ ແລະ ການພັດທະນາດີຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top