ຂປລ
ຄະນະ ກຳມະການພາສີ ຂອງລັດຖະບານຈີນ ໄດ້ອອກຖະແຫລງການ ໂດຍປະກາດວ່າ: ນັບແຕ່ ວັນທີ 11 ເມສານີ້ ເປັນຕົ້ນໄປ ຈະເພີ່ມ ອັດຕາພາສີ ຕໍ່ສິນຄ້າ ທີ່ຜະລິດຢູ່ ສ.ອາເມລິກາ ແລະ ນຳເຂົ້າ ຈາກ ສ.ອາເມລິກາ ຈາກ 84% ຂຶ້ນເປັນ 125%.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ຄະນະ ກຳມະການພາສີ ຂອງລັດຖະບານຈີນ ໄດ້ອອກຖະແຫລງການ ໂດຍປະກາດວ່າ: ນັບແຕ່ ວັນທີ 11 ເມສານີ້ ເປັນຕົ້ນໄປ ຈະເພີ່ມ ອັດຕາພາສີ ຕໍ່ສິນຄ້າ ທີ່ຜະລິດຢູ່ ສ.ອາເມລິກາ ແລະ ນຳເຂົ້າ ຈາກ ສ.ອາເມລິກາ ຈາກ 84% ຂຶ້ນເປັນ 125%. ການກະທຳດັ່ງກ່າວ ແມ່ນມາດຕະການ ຕອບໂຕ້ ທີ່ແນໃສ່ ລັດຖະບານ ສ.ອາເມລິກາ ເພີ່ມພາສີຕໍ່ ສິນຄ້າ ທີ່ນຳເຂົ້າ ຈາກ ສປ ຈີນ ຂຶ້ນເປັນ 125% ໃນວັນທີ 10 ເມສານີ້. ຂະນະທີ່ ສ.ອາເມລິກາ ນຳໃຊ້ຂໍ້ອ້າງ ອັນທີ່ເອີ້ນວ່າ: “ພາສີ ເທົ່າທຽມກັນ” ຢ່າງຊະຊາຍ, ເພີ່ມພາສີຂຶ້ນ ເປັນລະດັບສູງ ແບບຜິດປົກກະຕິ, ໄດ້ລະເມີດ ກົດລະບຽບ ເສດຖະກິດ ການຄ້າສາກົນ ແລະ ກົດເກນ ເສດຖະກິດ ພື້ນຖານ ຢ່າງໜັກໜ່ວງ, ແມ່ນການກະທຳ ແບບຂົ່ມເຫັງ ແຕ່ຝ່າຍດຽວ. ສປ ຈີນ ປັບຂຶ້ນ ພາສີ ເທື່ອນີ້ ແມ່ນອີງຕາມ ກົດໝາຍ ພາຍໃນປະເທດ ສະບັບຕ່າງໆ ເຊັ່ນ: “ກົດໝາຍ ວ່າດ້ວຍ ພາສີ ຂອງ ສປ ຈີນ” ແລະ “ກົດໝາຍ ວ່າດ້ວຍ ການຄ້າ ຕໍ່ຕ່າງປະເທດ” ເປັນຕົ້ນ ພ້ອມດ້ວຍ ຫລັກການ ກົດໝາຍ ສາກົນ, ຜ່ານການອະນຸມັດ ຈາກລັດຖະບານແລ້ວ ໄດ້ປະຕິບັດ. ຖະແຫລງການ ລະບຸຕື່ມ ຢ່າງຈະແຈ້ງວ່າ: ເນື່ອງຈາກ ລະດັບ ພາສີ ທີ່ສູງໃນປັດຈຸບັນ ໄດ້ເຮັດໃຫ້ສິນຄ້າ ອາເມລິກາ ບໍ່ມີຊ່ອງຫວ່າງ ຂາຍຢູ່ຕະຫລາດຈີນ, ສະນັ້ນ ຖ້າວ່າ ອາເມລິກາ ສືບຕໍ່ ເພີ່ມພາສີຕໍ່ ສິນຄ້າຈີນ, ສປຈີນ ຈະບໍ່ເອົາຫົວຊາອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL