ຄະນະອຳນວຍການ ຮວຜທ ພົບປະໂອ້ລົມນ້ອງນັກຮຽນ

07/04/2025 13:37
Email Print 716
ຂປລ ຂປລ. ວັນທີ 7 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໄດ້ພົບປະໂອ້ລົມນ້ອງນັກຮຽນ ກ່ຽວກັບບັນດາແຈ້ງການ ແລະ ລະບຽບການຕ່າງໆຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນການງານສະ ເຫລີມສະຫລອງບຸນປີໃໝ່ລາວ



ຂປລ. ວັນທີ
7 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໄດ້ພົບປະໂອ້ລົມນ້ອງນັກຮຽນ ກ່ຽວກັບບັນດາແຈ້ງການ ແລະ ລະບຽບການຕ່າງໆຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນການງານສະ ເຫລີມສະຫລອງບຸນປີໃໝ່ລາວ ທີ່ຈະມາຮອດໃນມໍ່ໆນີ້ ໂດຍມີຄະນະ ກອງພັນ ນັກຮຽນ 2 ກອງພັນ, ຄະນະກອງຮ້ອຍ ແລະ ນ້ອງນັກຮຽນທົ່ວໂຮງຮຽນເຂົ້າຮ່ວມ.




ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າຫ້ອງການ ແລະ ບໍລິຫານໂຮງຮຽນ ໄດ້ຜ່ານຄຳສັ່ງແນະນຳ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສະເຫລີມສະຫລອງບຸນປີໃໝ່ລາວ ປີ ພສ
2568 (ຄສ 2025), ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍຍົກລັດຖະມົນຕີ, ອີງຕາມການຕົກລົງເຫັນດີ ເປັນເອກະພາບຂອງຄະນະອຳນວຍການ ວ່າດ້ວຍການຫ້າງຫາ ກະກຽມສະເຫລີມສະຫລອງບຸນປີໃໝ່ລາວ ຄສ 2568 ແລະ ແຈ້ງການ ເລື່ອງການຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ ໃນການປ້ອງກັນການ ສະເຫລີມສະຫລອງບຸນປີໃໝ່ລາວ ຂອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ.




ໂອກາດນີ້
, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ໃຫ້ທິດຊີ້ນຳກ່ຽວ​ກັບບັນດາຄຳສັ່ງ ແລະ ແຈ້ງການດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍ ກໍຄື ຄະນະກອງພັນ, ກອງຮ້ອຍຕະຫລອດຮອດ ນ້ອງນັກຮຽນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດຕາມແຈ້ງການ ແລະ ລະບຽບການຕ່າງ ໃນການຫລິ້ນບຸນປີໃໝ່ ໃນຄັ້ງນີ້ໃຫ້ເຂັ້ມງວດ, ຫລິ້ນບຸນປີໃໝ່ບົນ ຈິດໃຈປະຢັດມັດທະ ຍັດ, ຖືກຕ້ອງຕາມຮີດຄອງປະເພນີ, ຈັດຕັ້ງປ້ອງກັນເວນຍາມ ຮັກສາຄວາມເປັນລະບຽບ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ພ້ອມກັນຫລິ້ນ ບຸນປີໃໝ່ ຢ່າງເບີກບານມ່ວນຊື່ນ ແລະ ກັບຄືນສູ່ກົມກອງດ້ວຍຄວາມປອດໄພ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຫວນຄືນມູນເຊື້ອ ການເຄື່ອນໄຫວ ຂອງນັກສິລະປິນແຫ່ງຊາດ ສາຂາວັນນະກຳວັດທະນະທຳ-ສັງຄົມ

      ຫວນຄືນມູນເຊື້ອ ການເຄື່ອນໄຫວ ຂອງນັກສິລະປິນແຫ່ງຊາດ ສາຂາວັນນະກຳ

      4/10/2025 11:50:27 AM

      ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ

    • ໂຮງພິມແຫ່ງລັດ ຈັດບາສີສູ່ຂວັນ ສະຫລອງປີໃໝ່ລາວ 2568ວັດທະນະທຳ-ສັງຄົມ

      ໂຮງພິມແຫ່ງລັດ ຈັດບາສີສູ່ຂວັນ ສະຫລອງປີໃໝ່ລາວ 2568

      4/10/2025 11:38:11 AM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ລັດວິສາຫະກິດໂຮງພິມແຫ່ງລັດ ຈັດກິດຈະກຳ ບາສີ ສູ່ຂວັນ ສະເຫລີມສະຫລອງປີໃໝ່ລາວ ພສ 2568 ຕາມຮີດຄອງປະເພນີ້ອັນດີງາມ ຂອງຊາດລາວເຮົາ ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ

    • ປູ່ເຍີຍ່າເຍີ ຫລື ປູ່ສັງຂະສາ ຍ່າສັງຂະສີວັດທະນະທຳ-ສັງຄົມ

      ປູ່ເຍີຍ່າເຍີ ຫລື ປູ່ສັງຂະສາ ຍ່າສັງຂະສີ

      4/10/2025 10:33:51 AM

      ປູ່ເຍີ ຍ່າເຍີ ຄົນສະໄໝກ່ອນເອີ້ນວ່າ ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ຊຶ່ງເຈົ້າຟ້າງຸ່ມມະຫາຣາຊໄດ້ປະດິດສະຖານແຕ່ງຕັ້ງຂຶ້ນ ໃນປີ ຈສ 715 ຂຶ້ນເປັນພະເສື້ອເມືອງ.

    • ຕະຫລາດສົດໂນນຄໍ້ ກຽມພ້ອມຮອບດ້ານ ສະໜອງສິນຄ້າ ໄລຍະປີໃໝ່ລາວວັດທະນະທຳ-ສັງຄົມ

      ຕະຫລາດສົດໂນນຄໍ້ ກຽມພ້ອມຮອບດ້ານ ສະໜອງສິນຄ້າ ໄລຍະປີໃໝ່ລາວ

      4/10/2025 10:09:08 AM

      ຂປລ. ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2568, ຕະຫລາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າ ປະເພດຕ່າງໆ ໃຫ້ກັບມວນຊົນໃນນະຄອນຫລວງວຽງຈັນ ໄດ້ຢ່າງພຽງພໍ, ພ້ອມທັງ ໄດ້ວາງມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ໃຫ້ຢູ່ໃນເກນປົກກະຕິ.

    • ຄຳຂອບໃຈ ຂອງຄອບຄົວ ສີພັນດອນວັດທະນະທຳ-ສັງຄົມ

      ຄຳຂອບໃຈ ຂອງຄອບຄົວ ສີພັນດອນ

      4/10/2025 10:01:16 AM

      ຂປລ. ຄອບຄົວ ສີພັນດອນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ, ພະນັກງານ, ທະຫານ, ຕະຫລວດ ຕະຫລອດຮອດຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ, ການນໍາພັກ-ລັດປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຊັ້ນຄົນຕ່າງໆ

ads
ads

Top