ຄຳຂອບໃຈ ຂອງຄອບຄົວ ສີພັນດອນ

10/04/2025 10:01
Email Print 282
ຂປລ ຂປລ. ຄອບຄົວ ສີພັນດອນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ, ພະນັກງານ, ທະຫານ, ຕະຫລວດ ຕະຫລອດຮອດຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ, ການນໍາພັກ-ລັດປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຊັ້ນຄົນຕ່າງໆ

ຂປລ. ຄອບຄົວ ສີພັນດອນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ, ພະນັກງານ, ທະຫານ, ຕະຫລວດ ຕະຫລອດຮອດຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ, ການນໍາພັກ-ລັດປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຊັ້ນຄົນຕ່າງໆ, ເພື່ອນມິດ ສະຫາຍ, ຍາດພີ່ນ້ອງ ທັງຢູ່ໃກ້ ແລະ ໄກ ທີ່ໄດ້ຢູ່ຄຽງຂ້າງ, ໃຫ້ກໍາລັງໃຈ, ໃຫ້ຄວາມອົບອຸ່ນ, ແບ່ງເບົາຄວາມທຸກໂສກ ແລະ ໃຫ້ການຊ່ວຍເຫລືອທາງດ້ານວັດຖຸ ແລະ ຈິດໃຈ ຢ່າງຈິງໃຈ ໃນການຈັດພິທີຊາປະນະກິດສົບລະດັບຊາດຂອງ ທ່ານ ພົນ​ເອກ ຄໍາໄຕ ສີພັນດອນ ໄດ້ດຳເນີນໄປຢ່າງສົມກຽດ ແລະ ສຳເລັດລຸລ່ວງໄປດ້ວຍດີ.

ພວກ​ຂ້າ​ພະ​ເຈົ້າ ຂໍຈົດຈໍາບຸນຄຸນອັນລົ້ນເຫລືອ ແລະ ໃຫຍ່ຫລວງດັ່ງກ່າວ ໄວ້ໃນຄວາມຊົງຈໍາຂອງຄອບຄົວ ​ສີພັນດອນ ຊົ່ວກາລະນານ.

ຂໍອວຍພອນໄຊອັນປະເສີດ ແດ່ການນຳ, ອະດີດການນໍາ ພັກ-ລັດ, ເພື່ອນມິດສະຫາຍທັງ ຫລາຍ ທັງພາຍໃນ ແລະ ຕ່າງປະເທດ, ພີ່ນ້ອງຮ່ວມຊາດ, ຍາດພີ່ນ້ອງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ຂອງບັນດາທ່ານທຸກປະການ.

KPL

ຂ່າວອື່ນໆ

ads
ads

Top